ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 497 ປະກາດເລື່ອນຊັ້ນໃຫ້ພະນັກງານ
ເວລາອອກຂ່າວ: 2018-11-30 10:11:15 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ກອງພັນໃຫຍ່ 497 ໄດ້ຈັດ ພິທີປະກາດເລື່ອນຊັ້ນ-ເລື່ອນ ທຽບຊັ້ນໃຫ້ນາຍທະຫານທົ່ວກົມ ກອງຂອງຕົນ, ໃນວັນທີ 23 ພະ ຈິກ 2018 ນີ້, ໃນນັ້ນ,ມີຜູ້ໄດ້ຮັບ ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ, ເລື່ອນທຽບຊັ້ນຮ້ອຍ ເອກ ຂຶ້ນ ພັນຕີ 1 ສະຫາຍ, ເລື່ອນ ຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ, ເລື່ອນຊັ້ນຮ້ອຍຕີຂຶ້ນ ຮ້ອຍໂທ 16 ສະຫາຍ, ເລື່ອນ ທຽບຊັ້ນຮ້ອຍຕີຂຶ້ນຮ້ອຍໂທ 6 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍ ຕີ 9 ສະຫາຍ ແລະ ເລື່ອນ ທຽບ ຊັ້ນວາທີຂຶ້ນຮ້ອຍຕີ 1 ສະ ຫາຍ, ໂດຍການເປັນປະທານ ຂອງ ພັນເອກ ຄຳເພັງ ແກ້ວວົງ ສາ ຮອງເລຂາພັກຫົວໜ້າການ ເມືອງ ກອງພັນໃຫຍ່ 497, ມີ ຄະນະພັກ-ຄະນະບັນຊາ, ພະ ແນກການ, ກົມກອງ ແລະ ພະ ນັກງານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ. ພັນເອກ ຄຳເພັງ ແກ້ວວົງສາ ກໍໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍທະ ຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະ ສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມ ເອງໃຫ້ມີຄວາມກ້າວໜ້າເພີ່ມ ທະວີຄວາມສາມັກຄີ ເປັນປຶກ ແຜ່ນແໜ້ນໜາ,ປັບປຸງແບບແຜນ ວິທີເຮັດວຽກ, ຮັກສາຄວາມເປັນ ແບບຢ່າງຂອງພະນັກງານທີ່ດີ ໃນການເຝິກຝົນຫຼໍ່ຫຼອມຕົນເອງ ຮອບດ້ານ ແລະ ຕັ້ງໜ້າເຮັດວຽກ ງານວິຊາສະເພາະຂອງຕົນຕາມ ທີ່ການຈັດຕັ້ງມອບໝາຍໃຫ້ມີ ຜົນສຳເລັດສູງຍິ່ງໆຂຶ້ນ. ໂດຍ: ໄກສອນ ແກ້ວວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ