ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 584 ສະຫຼຸບຖອດຖອນບົດຮຽນ ວຽກງານອົບຮົມ-ຫັດແອບປະຈໍາປີ 2019
ເວລາອອກຂ່າວ: 2020-02-14 10:20:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 7002 | ຄວາມນິຍົມ:



ວັນທີ 10 ກຸມພາ 2020 ນີ້, ກອງພັນໃຫຍ່ 584 ໄດ້ສະຫຼຸບ ຖອດຖອນບົດຮຽນວຽກງານ ອົບຮົມ-ຫັດແອບການທະຫານ ປະຈໍາປີ 2019 ແລະ ວາງທິດ ທາງແຜນການປະຈໍາປີ 2020 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເຫຼືອ ຄໍາ ມະວົງ ຄະນະພັກ ຮອງຫົວໜ້າ ການທະຫານກອງພັນໃຫຍ່ 584, ມີຄະນະພັກ-ຄະນະບັນຊາ, ກອງພັນນ້ອຍ, ພະແນກການຕະ ຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ດາລາວັນ ວົງທໍາມາ ຫົວໜ້າຂະແໜງອົບ ຮົມກອງພັນໃຫຍ່ 584 ໄດ້ຂຶ້ນຕີ ລາຄາໝາກຜົນແຫ່ງການຈັດ ຕັ້ງປະຕິບັດຕະຫຼອດໄລຍະຜ່ານ ມາສາມາດສະຫຼຸບໄດ້: ວິຊາ ຊ່າງແສງ ເກັ່ງ 20,20%, ກາງ 43,11% ແລະ ຄາດໝາຍ 36,08%, ວິຊາສິລະປະຍຸດ ເກັ່ງ 21,03%, ກາງ 41,85% ແລະ ຄາດໝາຍ 37,11%, ວິຊາຍຸດທະວິທີເກັ່ງ 18,96%, ກາງ 38,14% ແລະ ຄາດໝາຍ 42,88%, ວິຊາລະບຽບ-ກີລາ ເກັ່ງ 25,15%, ກາງ 44,12% ແລະ ຄາດໝາຍ 30,12%. ຄຽງຄູ່ກັນນັ້ນຍັງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບ ປຸງແກ້ໄຂໃຫ້ໄດ້ດີກວ່າເກົ່າ. ໃນ ນັ້ນດ້ານດີ: ພະນັກງານ-ນັກຮົບ ທົ່ວກົມກອງມີແນວຄິດໜັກແໜ້ນ ທາງດ້ານການເມືອງ, ມີລະບຽບ ວິໄນເຂັ້ມງວດໃນການປະຕິບັດ ຕາມ 7 ລະບອບ 18 ວຽກຂອງ ກອງທັບ ພ້ອມກັນປະຕິບັດຄໍາ ຂວັນທີ່ວ່າ: “ລະບຽບວິໄນເຂັ້ມ ງວດອົບຮົມ-ຫັດແອບເກັ່ງກຽມ ພ້ອມສູ້ຮົບມີໄຊຊະນະ”. ໂດຍ: ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ