ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 661 ປາຖະກະຖາວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-12-04 09:42:08 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ວັນທີ 29 ພະຈິກ 2018 ນີ້, ກອງພັນໃຫຍ່ 661 ໄດ້ຈັດຕັ້ງ ປາຖະກະຖາເລົ່າຄືນມູນເຊື້ອວັນ ສ້າງຕັ້ງເມືອງວຽງໄຊແຂວງ ຫົວພັນຖານທີ່ໝັ້ນຂອງການປະ ຕິວັດລາວຄົບຮອບ 50 ປີ (30/ 11/1968-30/11/2018) ໂດຍການກ່າວປາຖະກະຖາ ຂອງ ພັນເອກ ສາຍລົມ ໄຊຍະ ສຸກ ຫົວໜ້າການເມືອງກອງພັນ ໃຫຍ່ 661 ມີຄະນະພັກ-ຄະນະ ບັນຊາ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກອງພັນເຂົ້າຮ່ວມ ຮັບຟັງ. ພັນເອກ ສາຍລົມ ໄຊຍະສຸກ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອ ແຫ່ງການກຳເນີດເຕີບໃຫຍ່ເຂັ້ມ ແຂງ,ຄວາມເປັນມາ ແລະ ຄວາມ ໝາຍສຳຄັນຂອງວັນສ້າງຕັ້ງ ເມືອງວຽງໄຊຖານທີ່ໝັ້ນຂອງ ການປະຕິວັດລາວ, ບົນເສັ້ນທາງ ແຫ່ງການຕໍ່ສູ້ກູ້ຊາດອັນລະອິດ ລະອ້ຽວພາຍໃຕ້ການນຳພາ ຂອງພັກເຮົາໂດຍໄດ້ວາງແນວ ທາງການຕໍ່ຕ້ານຍືດເຍື້ອຍາວ ນານ, ທົ່ວປວງຊົນ ແລະ ຮອບ ດ້ານ, ປຸກລະດົມຂົນຂວາຍ, ນຳ ພາການກໍ່ສ້າງຖານທີ່ໝັ້ນຂອງ ການປະຕິວັດໃນແຕ່ລະໄລຍະ ຍົກໃຫ້ເຫັນເມືອງວຽງໄຊເປັນ ຖານທີ່ໝັ້ນຂອງການປະຕິວັດ ລາວເປັນສູນກາງແຫ່ງການຊີ້ ນຳ-ນຳພາຮອບດ້ານຂອງພັກໃນ ພາລະກິດປົດປ່ອຍຊາດຢ່າງມີ ໄຊ, ເປັນບ່ອນກຳເນີດຂອງພັກ ປະຊາຊົນປະຕິວັດລາວ, ອົງ ການແນວລາວຮັກຊາດ, ເປັນ ຖານທີ່ໝັ້ນຂອງການປະຕິວັດ ເປັນບ່ອນກໍ່ສ້າງ ແລະ ຂະຫຍາຍ ກຳລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາຖານທີ່ໝັ້ນ ຂອງການປະຕິວັດ, ເມືອງວຽງ ໄຊແມ່ນຕົ້ນກຳເນີດຂອງສາທາ ລະນະລັດປະຊາທິປະໄຕ ປະຊາ ຊົນລາວ, ເປັນສູນກາງການຊີ້ ນຳຂອງພັກຕໍ່ພາລະກິດຕໍ່ສູ້ກູ້ ຊາດຕ້ານລັດທິລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່ຈົນສາ ມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ. ທັງນີ້ກໍ່ເພື່ອແນໃສ່ ເຮັດໃຫ້ພະນັກງານ-ນັກຮົບທົ່ວ ກອງພັນໃຫຍ່ດັ່ງກ່າວໄດ້ຮັບຮູ້ ເຂົ້າໃຈແຈ້ງຕື່ມມູນເຊື້ອຄວາມ ໝາຍຄວາມສຳຄັນຂອງວັນສ້າງ ຕັ້ງເມືອງວຽງໄຊໃນພາລະກິດ ຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ ຂອງປະຊາຊົນໃນເມື່ອກ່ອນ ເພື່ອ ພ້ອມກັນເສີມຂະຫຍາຍມູນເຊື້ອ ອັນດີງາມດັ່ງກ່າວເຂົ້າໃນການ ເຄື່ອນໄຫວຕົວຈິງໃຫ້ພະນັກ ງານ-ນັກຮົບໃນຮຸ່ນຕໍ່ໆໄປ. ໂດຍ: ນາງ ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ