ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຫຼອນຕີ ປົດປ່ອຍພູຄູນແທນລຽງ ບ້ານກັດ ເມືອງໄຊ ແຂວງອຸດົມໄຊ
ເວລາອອກຂ່າວ: 2018-12-05 10:02:30 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ພາຍຫຼັງຈັກກະພັດອາເມຣິກາ ຖືກປະລາໄຊ ຈາກບັ້ນຮົບປົດ ປ່ອຍເມືອງໄຊ, ນາໝໍ້,ນໍ້າທາ, ຕົງເຊີ ແລະ ສະໜາມຮົບບ່ອນ ອື່ນໆ ຢູ່ພາກເໜືອຂອງລາວ. ຈັກ ກະພັດອາເມຣິກາຍັງບໍ່ລົດລະຕໍ່ ກົນອຸບາຍຮຸກຮານ ແລະ ຍັງສຶບ ຕໍ່ນຳໃຊ້ກຳລັງທີ່ແຕກທັບມາ ຈາກຫຼາຍພາກສ່ວນແລ້ວຈັດຕັ້ງ ເປັນ 1 ກອງຮ້ອຍ, ປະກອບມີ 5 ໝວດທະຫານຮາບ. ພວກເຂົາ ໄດ້ຈັດວາງກຳລັງຈັ້ງທ່າຢູ່ປ້ອມ ພູແທນລຽງ ບ້ານກັດ ທີ່ຂຶ້ນກັບ ຕາແສງລ້ອງຍ່າ ເມືອງໄຊ, ທ້ອນ ໂຮມກຳລັງເພື່ອກຽມບຸກຕີເຂ້ົາ ເຂດປົດປ່ອຍຂອງພວກເຮົາ. ກອງຮ້ອຍດັ່ງກ່າວມີຈຳນວນ 104 ຄົນ, ພວກເຂົາໄດ້ຈັດຕັ້ງ ເປັນກອງຮ້ອຍປະກອບມີ 5 ໝວດທະຫານຮາບ,ໂດຍພາຍໃຕ້ ການບັນຊາຂອງສັກ 3 ທ້າວ ໄມ ກົມ ເປັນຫົວໜ້າກອງຮ້ອຍ ແລະ ສັກ 1 ທ້າວ ກຳມາ ເປັນຮອງ ກອງຮ້ອຍ. ອາວຸດປະກອບຂອງພວກ ເຂົາລວມມີປືນເດກາ 75 ມມ 1 ກະບອກ, ເດກາ 57 ມມ 1 ກະ ບອກ, ຄົກ 60 ມມ 2 ກະບອກ, ບາຊູກາ 4 ກະບອກ, ແລະ ປືນ ສະຕອກ 3 ກະບອກ. ນອກນັ້ນ ຍັງມີປືນຮາບ, ອາວຸດກະສູນປະ ກອບຄົບມື. ພວກເຂົາໄດ້ສ້າງສະ ໜາມຈັ້ງທ່າຢູ່ປ້ອມ ພູແທນລຽງ ແລ້ວຈັດວາງກຳລັງຈັ້ງທ່າຢູ່ແຕ່ ລະຈຸດທີ່ສຳຄັນໄດ້ປຽບທາງ ດ້ານການທະຫານ. ຈຸດທີ່ຕັ້ງຈັ້ງ ທ່າຂອງພວກມັນແມ່ນໄດ້ສ້າງ ຂຸມຄອງຕິດລຽນໝວດຕໍ່ໝວດ, ຂຸມຄອງສູ້ຮົບບຸກຄົນ, ຂຸມໄວ້ອາ ວຸດກະສູນ, ສະບຽງອາຫານ ແລະ ຂຸມກຳລັງໄຟຢ່າງໜາແໜ້ນ. ພວກມັນໄດ້ຈັດວາງສິ່ງກີດ ຂວາງແມ່ນຕັກເອົາດິນແດງໃສ່ ເປົາແລ້ວວາງອ້ອມຄ້າຍຄູ ແລະ ຈຳນວນໜຶ່ງແມ່ນກອງດ້ວຍຫີນ ແຂງປະສົມກັບການຕັດກົກໄມ້ ໃຫຍ່ກ່າຍກອງອ້ອມຮອບສະ ໜາມຈັ້ງທ່າຂອງພວກມັນ. ນອກ ນີ້ພວກເຂົາຍັງໄດ້ຈັດວາງມິນ ເພື່ອຕ້ານທະຫານຂອງພວກເຮົາ ໃສ່ຂອບເຂດທິດຈຸດໜັກ ແລະ ທິດສຳຄັນທີ່ພວກມັນຄາດກະວ່າ ຝ່າຍກົງກັນຂ້າມຈະບຸກຕີເຂົ້າ ເຂດທີ່ຕັ້ງຈັ້ງທ່າຂອງພວກມັນ. ພວກມັນໄດ້ຈັດຕັ້ງກຳລັງ ປ້ອງກັນເວນຍາມປົດປ່ອຍຕະ ຫຼອດ 24 ຊົ່ວໂມງ, ສົມທົບກັບ ກຳລັງເຄື່ອນໄຫວກວດກາສາລະ ເວທາງນອກ. ເວລາ 18-19 ໂມງຂອງທຸກໆມື້ ພວກມັນຈະ ຍິງປືນຄົກ 60 ມມ ແລະ ປືນເດ ກາ 75 ມມ ສະຊາຍໃສ່ບັນດາ ຈຸດທີ່ພວກເຂົາສົງໄສ, ມີກຳລັງ ເຮົາເຄື່ອນໄຫວ ແລະ ບາງຄືນ ພວກມັນກໍຈະຍິງປືນອ້ອມຮອບ ສະໜາມຈັ້ງທ່າເປັນໄລຍະ. ຖ້າຖືກຝ່າຍກົງກັນຂ້າມບຸກຕີ, ພວກມັນຈະອາໄສຂຸມຄອງ ແລະ ກຳລັງໄຟທຸກຊະນິດຂອງພວກ ມັນ, ຍິງກີດກັ້ນການບຸກຕີຂອງ ພວກເຮົາຢ່າງແຂງແຮງ. ຖ້າກຳ ລັງເຮົາຕີໄວຕີແຮງພວກມັນຕ້ານ ຄືນບໍ່ໄດ້, ພວກມັນຈະແຕກຊະ ຊາຍອອກຈາກສະໜາມແລ້ວ ເອົາຍົນມາຍິງທຳລາຍຢ່າງຮ້າຍ ແຮງໃສ່ສະໜາມທີ່ເສຍໄປ, ແລ້ວ ເຕົ້າໂຮມກຳລັງຕ່າວຕີຄືນ ຫຼື ຈັດຕັ້ງ ກຳລັງພາກສ່ວນອື່ນມາສົມທົບ ບຸກຕີຍຶດຄືນສະໜາມທີ່ເສຍໄປ. ເພື່ອປະຕິບັດໜ້າທີ່ວຽກງານ ໃຫ້ສຳເລັດຕາມຂັ້ນເທິງມອບ ໝາຍ, ກົມກອງພວກເຮົາປະສານ ສົມທົບແໜ້ນກັບກຳລັງອາສາສະ ໝັກເພື່ອນບ້ານຫວຽດນາມ, ພ້ອມກັນເຄື່ອນໄຫວຕີສັດຕູເພື່ອ ທັບມ້າງເລ່ຫຼ່ຽມກົນອຸບາຍແຜນ ຍຸດທະສາດຂອງພວກມັນ. ເວົ້າ ລວມ, ເວົ້າສະເພາະກົມກອງ ພວກເຮົາໄດ້ເຄື່ອນກຳລັງຈາກ ຫຼວງນໍ້າທາເຖິງເມືອງໄຊ ເດືອນ ມັງກອນ 1965 ແລະ ປັບ ປຸງຄ້າຍຄູ ແລະ ກຳລັງໃຫ້ເຂັ້ມ ແຂງຮອບດ້ານ, ມາເຖິງວັນທີ 10 ພຶດສະພາ 1965. ຂັ້ນເທິງ ອອກຄຳສັ່ງໃຫ້ກົມກອງພວກເຮົາ ໄປປົດປ່ອຍ ພູແທນລຽງ ບ້ານ ກັດ ສະໜາມທີ່ຈັ້ງທ່າຂອງສັດຕູ ດັບສູນກຳລັງພົນ, ກຳລັງໄຟ ແລະ ປັດເຂ່ຍສັດຕູອອກຈາກວົງ ສູ້ຮົບໃຫ້ຮາບກ້ຽງ ເຮັດໃຫ້ຂອບ ເຂດດັ່ງກ່າວນີ້ ມີຄວາມສະຫງົບ, ສະດວກ ສະບາຍໃຫ້ແກ່ປະຊາ ຊົນໃນການທຳມາຫາກິນ. ນຳໃຊ້ 1 ໝວດຕີພິເສດຂອງ ກອງຮ້ອຍ 1 ກອງພັນທີ 409 ທະຫານຫວຽດນາມປິດລັບ ເຄື່ອນກໍາລັງຫຼອນຕີດັບສູນສັດຕູ ທີ່ຈັ້ງທ່າຢູ່ພູແທນລຽງ ສຳນັກ ບັນຊາກອງຮ້ອຍ (ປ້ອມທີ 2 ) ທາງທິດຕາເວັນຕົກສ່ຽງໃຕ້ດັບ ສູນກໍາລັງພົນ, ກຳລັງໄຟ, ທີ່ຈັ້ງ ທ່າຢູ່ປ້ອມດັ່ງກ່າວໃຫ້ຮາບກ້ຽງ. ນໍາໃຊ້ 1 ໝູ່ທະຫານຮາບຂອງ ກອງຮ້ອຍ 2 ກອງພັນນ້ອຍ 409 ປິດລັບເຄື່ອນກຳລັງຫຼອນຕີດັບ ສູນສັດຕູທີ່ຕັ້ງທ່າຢູ່ປ້ອມພູແທນ ລຽງ ( ປ້ອມທີ 1 ) ທາງທິດຕາ ເວັນຕົກສ່ຽງເໜືອ, ຕີດັບສູນກຳ ລັງພົນ, ກຳລັງໄຟ ຂອງພວກມັນ ໃຫ້ຮາບກ້ຽງ. ສ່ວນສັດຕູທີ່ຈັ້ງ ທ່າຢູ່ປ້ອມພູແທນລຽງນັ້ນເຫັນ ວ່າ: ກຳລັງຂອງພວກເຮົາຕີໄວ, ຕີແຮງຢ່າງລຽນຕິດພວກມັນສູ້ ບໍ່ໄດ້ແມ່ນແຕກທັບໜີໄປຊະຊາຍ. ເວລາ 4 ໂມງ 00 ນາທີຂອງ ວັນທີ 9 ພຶດສະພາ 1965 ເຄື່ອນ ກຳລັງອອກຈາກເມືອງໄຊ ໄປ ທາງທິດເມືອງຫຼາ ແລ້ວຜ່ານ ບ້ານຫຼັກ 11 (ບ້ານຫ້ວຍຊູ) ບ້ານຫຼັກ 15(ບ້ານສາມັກຄີ ໄຊ) ຂ້າມນໍ້າຫ້ວຍຊູຂຶ້ນພູແທນ ລຽງຫ່າງຈາກສະໜາມຈັ້ງທ່າ ຂອງສັດຕູປະມານ 500 ແມັດ, ພັກທັບຊົ່ວຄາວຢູ່ທີ່ນັ້ນ ເປັນເວ ລາ 1 ມື້, ເພື່ອສືບສະໜາມ ແລະ ກຳສະພາບສັດຕູ ແລ້ວວາງຄວາມ ຕັດສີນໃຈສູ້ຮົບ, ມອບໝາຍໜ້າ ທີ່ໃຫ້ແຕ່ລະພາກສ່ວນຮັບຜິດ ຊອບຢ່າງລະອຽດຄົບຖ້ວນ. ເຖິງເວລາ 20 ໂມງ 00 ນາທີ ຂອງວັນທີ 9 ພຶດສະພາ 1965 ໄດ້ມອບໝາຍໜ້າທີ່ເພີ່ມເຕີມໃຫ້ ແຕ່ລະພາກສ່ວນເຄື່ອນກຳລັງ ເຂົ້າປະສິດກັບສະໜາມຈັ້ງທ່າ ຂອງສັດຕູ. ເຖິງເວລາ 4 ໂມງ 00 ນາທີ ຂອງວັນທີ 10 ພຶດສະພາ 1965 ແຕ່ລະພາກສ່ວນເຂົ້າຍຶດສະໜາມ ຈັ້ງທ່າຂອງສັດຕູສຳເລັດຕາມ ແຜນການ. ກ່ອນຈະກ້າວເຂົ້າສູ້ຮົບກົມ ກອງໄດ້ດຳເນີນການສຶກສາອົບ ຮົມທາງດ້ານການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ, ກ່ອນອື່ນໝົດຄະນະບັນຊາກອງ ຮ້ອຍ,ໝວດ,ໝູ່ ແລະ ພະນັກງານ ແຕ່ລະຂັ້ນໄດ້ເຊື່ອມຊຶມກຳແໜ້ນ ຄວາມມຸ້ງປະສົງສູ້ຮົບຂອງຂັ້ນ ເທິງ ແລະ ກົມກອງລະອຽດ, ປັບ ປຸງຊັບຊ້ອນການຈັດຕັ້ງບັນຊາສູ້ ຮົບ ແລະ ໜ່ວຍວຽກງານການ ເມືອງໃຫ້ມີຄວາມເຂັ້ມແຂງ ເພື່ອ ເຮັດສຳເລັດໜ້າທີ່ຢ່າງມີໄຊ. ໃນເວລາປະຕິບັດສູ້ຮົບ, ຖ້າ ມີກໍລະນີເກີດຂຶ້ນກອງຮ້ອຍ, ໝວດ, ໝູ່, ພະນັກງານບັນຊາແຕ່ ລະຂັ້ນຕ້ອງເອົາໃຈໃສ່ໃກ້ຊິດຕິດ ແທດ, ຊຸກຍູ້ປຸກລະດົມ ຖ້າມີຜູ້ ບາດເຈັບ ຫຼື ເສຍຊີວິດຕ້ອງຊອກ ທຸກວິທີທາງເພື່ອຊ່ວຍເຫຼືອ, ກອບ ກູ້ເອົາອອກຈາກສະໜາມໄປ ບ່ອນປອດໄພ. ພາຍຫຼັງສິ້ນສຸດການສູ້ຮົບ, ໄດ້ມີການສະຫຼຸບຖອດຖອນບົດ ຮຽນໃນການປະຕິບັດສູ້ຮົບຜ່ານ ມາຄັດເລືອກຜົນງານກົມກອງ ແລະ ບຸກຄົນທີ່ສູ້ຮົບ ແລະ ອົງ ອາດກ້າຫານ ແລະ ເຮັດສຳເລັດ ໜ້າທີ່ເພື່ອຍ້ອງຍໍຊົມເຊີຍຕາມ ເງື່ອນໄຂຕົວຈິງ ແລະ ຕ້ອງແກ້ ໄຂຜູ້ບາດເຈັບເສຍສະຫຼະປະຕິບັດ ນະໂຍບາຍຕໍ່ສະເລີຍເສິກ. ການ ສູ້ຮົບໃນຄັ້ງນີ້ແມ່ນໃຕ້ການບັນ ຊາຊີ້ນຳລວມຂອງກອງບັນຊາ ການທະຫານສູງສຸດ ກອງທັບ ປະຊາຊົນລາວ ແລະ ກອງບັນຊາ ການທະຫານແຂວງອຸດົມໄຊ. ຝ່າຍທະຫານລາວມີ ສະຫາຍ ຄຳໃບ ໄຊສົງຄາມ, ສະຫາຍ ພູມີ ຝ່າຍທະຫານຫວຽດນາມ ມີສະຫາຍ ບຸນມີ, ສະຫາຍ ຫວຶງ . ເວລາ 4 ໂມງ 00 ນາທີ ຂອງວັນທີ 10 ພຶດສະພາ 1965 ແຕ່ລະທິດແຕກສຽງປືນດັບສູນ ສັດຕູຈົນເຖິງເວລາ 5 ໂມງ 3 ນາ ທີ, ບັ້ນຫຼອນຕີໄດ້ຮັບ ໄຊຊະນະ ຕາມແຜນການທີ່ໄດ້ຄາດກະໄວ້. ໂດຍ: ທະນູວັນ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ