ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານ ໂຮງຮຽນ 301
ເວລາອອກຂ່າວ: 2018-12-05 10:37:25 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ໃນວັນທີ 12 ພະຈິກ 2018 ນີ້, ຄະນະພັກຮາກຖານໂຮງຮຽນ 301 ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນຂຶ້ນພາຍໃຕ້ ການເປັນປະທານຂອງສະຫາຍ ພົນຕີ ທອງວັນ ຈັນທະວົງ ເລຂາ ຄະນະພັກ, ຫົວໜ້າກົມ 213 , ມີ ຄະນະພັກຮາກຖານ, ໜ່ວຍພັກ, ພະນັກງານສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນວາລະດຳເນີນກອງປະຊຸມ ພັນໂທ ຄຳເຫຼັກ ເພັດສີສົມພູ ເລ ຂາຄະນະພັກ,​ ຫົວໜ້າການເມືອງ ໂຮງຮຽນ 301 ໄດ້ຂຶ້ນຜ່ານບົດ ລາຍງານການເມືອງທັງສອງ ພາກ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ- ດ້ານອ່ອນ ແລະ ຜົນງານການນຳ ພາດ້ານຕ່າງໆ ຂອງຄະນະພັກ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງ ປ້ອງກັນປະເທດວາງອອກ ກໍຄື ການປະຕິບັດ 5 ຫຼັກການ 3 ທິດ ນຳຂອງພັກ ໂດຍຖືເອົາການສຶກ ສາອົບຮົມການເມືອງ-ນຳພາ ແນວຄິດເປັນກົກ, ສ້າງໃຫ້ພະ ນັກງານສະມາຊິກພັກມີຄຸນທາດ ການເມືອງໜັກແໜ້ນມີຄຸນສົມ ບັດສິນທຳປະຕິວັດ, ເປັນເຈົ້າ ການປະຕິບັດໜ້າທີ່ວຽກງານວິ ຊາສະເພາະຂອງຕົນດ້ວຍຄວາມ ຮັບຜິດຊອບສູງ, ນຳພາຈັດຕັ້ງອົບ ຮົມການເມືອງ, ເຝິກແອບການ ທະຫານປະຈຳປີເປັນປົກກະຕິ. ນອກນີ້ກໍຍັງໄດ້ຖືເອົາການກໍ່ ສ້າງພັກ,​ ກໍ່ສ້າງພະນັກງານ 3 ຮຸ່ນຢ່າງຕໍ່ເນື່ອງ, ຂະຫຍາຍມະ ຫາຊົນຜູ້ທີ່ກ້າວໜ້າເຂົ້າອົງການ ຈັດຕັ້ງພັກຈຳນວນ 18 ສະຫາຍ, ເລື່ອນຂຶ້ນສົມບູນ 21 ສະຫາຍ, ສົ່ງໄປຮຽນພາຍໃນ ແລະ ຕ່າງ ປະເທດ 31 ສະຫາຍ, ຄະນະພັກ ຮາກຖານປະກອບມີ 5 ໜ່ວຍ ພັກ, ຄະນະພັກຮາກຖານໄດ້ຮັບ ນາມະຍົດຮາກຖານພັກແຂງຮູ້ ນຳພາຮອບດ້ານ 3 ສະໄໝຕິດຕໍ່ ກັນ, ໜ່ວຍພັກແຂງຮູ້ນຳພາຮອບ ດ້ານ 4 ໜ່ວຍ, ນອກຈາກເຮັດ ສຳເລັດໜ້າທີ່ການເມືອງຂອງ ຕົນແລ້ວຍັງໄດ້ຫັນເອົາພະນັກ ງານລົງກໍ່ສ້າງຮາກຖານການ ເມືອງ, ພົວພັນສະໜິດແໜ້ນກັບ ອຳນາດການປົກຄອງທ້ອງຖິ່ນ ຂອບເຂດກົມກອງຕັ້ງທັບ, ເພື່ອ ຮັກສາຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍໃນທ້ອງ ຖິ່ນ, ນອກນີ້ຍັງໄດ້ຈັດຕັ້ງກຳລັງ ຈຳນວນ 50 ສະຫາຍ ໄປຊ່ວຍ ເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະ ທົບຈາກໄພພິບັດນໍ້າຖ້ວມໃນໄລ ຍະຜ່ານມາ. ວຽກງານຮັບປະ ກັນຊີວິດການເປັນຢູ່ກົມກອງສາ ມາດກຸ້ມຕົນເອງທາງດ້ານຊີ້ນ ແລະ ຜັກກິນ, ຕາມທິດເພິ່ງຕົນ ເອງກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ນອກຈາກໂຄງການກໍ່ສ້າງຂອງ ຂັ້ນເທິງແລ້ວກົມກອງຍັງໄດ້ໃຊ້ ງົບປະມານຂອງຕົນກໍ່ສ້າງ ເຮືອນເຕົາໄຟອາຍນໍ້າ 1 ຫຼັງ, ສະໜາມແອບ 1 ບ່ອນ, ເຮືອນ ລົດ 1 ຫຼັງ, ອ່າງເກັບນໍ້າ 1 ອ່າງ, ເຮືອນຂ້າສັດ 1 ຫຼັງ ແລະ ອື່ນໆ ຈຳນວນ 43 ລາຍການເປັນເງິນ 166.422.000 ກີບ, ມິງົວ 26 ໂຕ, ໝູ 209 ໂຕ ແລະ ໜອງປາ 4 ໜອງ. ກອງປະຊຸມໄດ້ຜ່ານມາດຖານ ເງື່ອນໄຂຜູ້ສະໜັກຄະນະພັກຊຸດ ໃໝ່ ແລະ ດຳເນີນການປ່ອນບັດ ເລືອກເອົາຄະນະພັກຊຸດໃໝ່ເຊິ່ງ ກອງປະຊຸມໄດ້ເລືອກເອົາ ພັນໂທ ຄຳເຫຼັກ ເພັດສີສົມພູ ເປັນເລຂາ ຄະນະພັກ, ພັນໂທ ເພັດສະໝອນ ພອນສຸວັນສັກ ເປັນຮອງເລຂາ ແລະ ກຳມະການອີກ 5 ສະຫາຍ. ໃນໂອກາດນີ້ສະຫາຍ ພົນຕີ ທອງວັນ ຈັນທະວົງ ເລຂາຄະ ນະພັກອົງການກົມ 213, ໄດ້ ກ່າວໂອ້ລົມຕໍ່ກອງປະຊຸມໂດຍ ໄດ້ຍົກໃຫ້ເຫັນສະພາບການຂອງ ໂລກ ແລະ ພາກພື້ນທີ່ພວມຜັນ ແປໄປຢ່າງສະຫຼັບຊັບຊ້ອນ ແລະ ສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະ ພັກຊຸດໃໝ່ຈົ່ງເຊີດຊູສະຕິເປັນ ເຈົ້າການໃນການຊີ້ນຳ-ນຳພາ ກົມກອງຄວາມຮັບຜິດຊອບສູງ ໂດຍຖືເອົາການສຶກສາອົບຮົມ ເຊື່ອມຊຶມການເມືອງເຂົ້າໃຈ ແຈ້ງຕໍ່ແນວທາງຂອງພັກ, ກົດ ໝາຍຂອງລັດປະຕິບັດກົດລະ ບຽບວິໄນຂອງກອງທັບຢ່າງ ເຂັ້ມງວດ ແລະ ເອົາໃຈໃສ່ປັບ ປຸງແບບແຜນວິທີເຮັດວຽກໃຫ້ ສອດຄ່ອງ ແລະ ຍູ້ແຮງຂະບວນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ ປະຕິບັດ ຫຼັກການເຮັດວຽກມີປະຊາທິປະ ໄຕພາຍໃນພັກໃຫ້ເຂັ້ມງວດເຮັດ ວຽກເປັນໝູ່ຄະນະລວມສູນປະ ຊາທິປະໄຕແບ່ງວຽກໃຫ້ບຸກຄົນ ຮັບຜິດຊອບ, ເອົາໃຈໃສ່ດຳເນີນ ຊີວິດການເມືອງພາຍໃນພັກເປັນ ປົກກະຕິ ແລະ ຊຸກຍູ້ປຸກລະດົມ ຂະບວນການສ້າງຜົນງານຕ້ອນ ຮັບວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີໃຫ້ມີ ບັນຍາກາດຟົດຟື້ນແຂງແຮງ. ໂດຍ: ແກ້ວວິ່ງວອນ ສຸມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ