ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປີ 2017-2018 ກອງພັນ 579 ສາມາດສ້າງກອງ 3 ປອດໄດ້ 6 ຫົວໜ່ວຍກົມກອງ
ເວລາອອກຂ່າວ: 2018-12-06 09:27:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ໃນປີ 2017-2018 ນີ້ ກອງພັນ 579 ສາມາດສ້າງໄດ້ ກອງປອດໃສ, ປອດໄພ, ປອດ ຄະດີ ໄດ້ 6 ຫົວໜ່ວຍກົມກອງ, ເຊິ່ງໃນນັ້ນມີປະເພດທີ I ມີ 6 ກົມ ກອງຄື: ໝວດສໍານັກງານ, ກອງ ຮ້ອຍ 1, 2, 3, ຄະນະບໍລິຫານ ງານຊາວໜຸ່ມ ແລະ ໜ່ວຍສະ ຫະພັນແມ່ຍິງ. ພັນໂທ ຄອງມາ ສີສຸລາດ ເລຂາຄະນະພັກຮາກຖານ ຫົວ ໜ້າການເມືອງ ກອງພັນ 579 ໃຫ້ຮູ້ວ່າ: ຍາມໃດຄະນະພັກ-ຄະ ນະບັນຊາກໍໄດ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ນຳ ພາແນວຄິດເປັນສໍາຄັນໃຫ້ພະ ນັກງານ-ນັກຮົບໄດ້ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ-ກົດຫມາຍຂອງລັດ ແລະ ຂໍ້ກຳ ນົດກົດລະບຽບຂອງກອງທັບ, ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ພ້ອມນັ້ນຄະນະພັກ-ຄະນະບັນຊາພວກເຮົາໄດ້ຖືເອົາ ວຽກງານປ້ອງກັນພາຍໃນເປັນ ໜ້າທີ່ໃຈກາງພ້ອມທັງເອົາໃຈ ໃສ່ຊີ້ນໍາໃຫ້ພະແນກການທີ່ກ່ຽວ ຂ້ອງລົງເຮັດວຽກງານປ້ອງ ກັນພາຍໃນຢູ່ບັນດາກົມກອງ ຮາກຖານເອົາໃຈໃສ່ເຄື່ອນໄຫວ ຕິດຕາມເກັບກໍາການເຄື່ອນ ໄຫວຂອງກຸ່ມຄົນບໍ່ຫວັງດີທີ່ ເຄື່ອນໄຫວຜິດຕໍ່ລະບຽບກົດ ໝາຍຂອງບ້ານເມືອງ, ພ້ອມນັ້ນ ກໍໄດ້ຈັດຕັ້ງການເຄື່ອນໄຫວລາດຕະເວນປ້ອງກັນເວນຍາມສະຖານ ທີ່ຄ້າຍຄູເປັນຕົ້ນຍາມປະຕູໂຂງ ແລະ ປ້ອງກັນເວນຍາມບັນດາ ວັນບຸນສໍາຄັນຕ່າງໆເຮັດໃຫ້ ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ, ພ້ອມທັງໄດ້ເອົາໃຈໃສ່ແກ້ໄຂບັນ ຫາບັນດາປາກົດການທີ່ເກີດຂຶ້ນ ຢູ່ໃນກົມກອງໄດ້ 100%. ພ້ອມນີ້ ກອງປະຊຸມໄດ້ຜ່ານ ເນື້ອໃນຂໍ້ແຂ່ງຂັນເປີດຂະບວນ ການສ້າງກອງ 3 ປອດ ປະຈຳ ສົກ 2018-2019 ແລະ ມອບ ໃບຢັ້ງຢືນກອງ ປອດໃສ, ປອດ ໄພ, ປອດຄະດີ ປະເພດ I ໃຫ້ 6 ຫົວໜ່ວຍກົມກອງ, ໂອກາດດັ່ງ ກ່າວຍັງມອບໃບຢັ້ງຢືນໃຫ້ 3 ໜ່ວຍພັກ ທີ່ໄດ້ຮັບນາມະຍົດເປັນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ໄດ້ປະດັບຫຼຽນ ກາລະນຶກ 70 ປີ ກອງທັບ ໃຫ້ ຈຳນວນ 113 ສະຫາຍ. ໂດຍ ການກ່າວມອບຂອງພັນເອກ ວຽງໄຊ ໄຊສະໝອນ ຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາທິ ການກອງທັບ ແລະ ຫົວໜ້າພະ ແນກປ້ອງກັນພາຍໃນຫ້ອງການ ເມືອງ ກົມໃຫຍ່ເສນາທິການ ກອງທັບຕາມລຳດັບ. ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານປ້ອງກັນ ພາຍໃນ ແລະ ການສ້າງກອງ 3 ປອດ ໄດ້ຈັດຂື້ນໃນວັນທີ 30 ພະ ຈິກ 2018 ນີ້, ໂດຍການເປັນປະ ທານຂອງ ພັນເອກ ວຽງໄຊ ໄຊ ສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າພະແນກປ້ອງກັນພາຍໃນຫ້ອງການເມືອງ ກົມໃຫຍ່ເສ ນາທິການກອງທັບ, ປກສ ກຸ່ມ ບ້ານທ່າງ່ອນ, ອຳນາດການປົກ ຄອງບ້ານອ້ອມຂ້າງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມກອງເຂົ້າ ຮ່ວມ. ໂອກາດດັ່ງກ່າວ ພັນເອກ ວຽງໄຊ ໄຊສະໝອນ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາກໍຄືພະ ນັກງານທີ່ຮັບຜິດຊອບວຽກງານ ປ້ອງກັນພາຍໃນຈົ່ງເພີ່ມທະວີ ຄວາມຮັບຜິດຊອບຂອງຕົນເຂົ້າ ໃນການປະຕິບັດຫນ້າທີ່ວິຊາສະ ເພາະຂອງຕົນໃຫ້ໄດ້ຮັບຜົນສູງ, ເອົາໃຈໃສ່ເຄື່ອນໄຫວຕິດຕາມ ເກັບກໍາສະພາບການບັນດາປາ ກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງ ຄົມເວົ້າລວມ, ເວົ້າສະເພາະໃນ ຂອບເຂດກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບໂດຍພື້ນ ຖານ ແລະ ເອົາໃຈໃສ່ເຮັດວຽກ ງານປ້ອງກັນພາຍໃນພັກ-ປ້ອງ ກັນພະນັກງານ ເພື່ອສະກັດກັ້ນບັນ ດາປາກົດການຫຍໍ້ທໍ້ທີ່ຈະເກີດ ຂຶ້ນໃນກົມກອງໃຫ້ມີຄວາມສະ ຫງົບປອດໄພ 100%. ໂດຍ: ສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ