ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວມອບເຄື່ອງຕ້ານໂຄວິດ-19ໃຫ້ກອງບັນຊາການທະຫານເມືອງຕົ້ນເຜິ້ງ
ເວລາອອກຂ່າວ: 2020-05-06 10:51:36 | ຜູ້ຂຽນ : Somphet Chanthavilayvong | ຈຳນວນຄົນເຂົ້າຊົມ: 16882 | ຄວາມນິຍົມ:
ວັນທີ 5 ພຶດສະພາ 2020 ນີ້, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ຕາງໜ້າຄະນະພັກກອງບັນຊາການທະຫານແຂວງ ມອບວັດຖຸອຸປະກອນການແພດໃຫ້ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ເພຶ່ອຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ປະກອບມີ: ຜ້າອັດປາກ 5 ກັບ, ຈຽວລ້າງມື 5 ຕຸກ, ເຄຶ່ອງວັດແທກອຸນຫະພູມ 2 ເຄຶ່ອງ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ. ເປັນກຽດກ່າວມອບ ຂອງສະຫາຍພັນໂທ ບຸນມີ ພາມີໄຊ ຮອງເລຂາຄະນະພັັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ກ່າວຮັບຂອງສະຫາຍ ພັນໂທ ບຸນຈັນ ຂັນທະລາ ຫົວໜ້າການເມືອງກອງບັນຊາການທະຫານເມືອງຕົ້ນເຜິ້ງ.
ໂດຍ: ວໍລະສິດ ພິດສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ