ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໜ່ວຍພັກກອງພັນໃຫຍ່ 301 ຈັດກອງປະຊຸມ ດຳເນີນຊີວິດການເມືອງ
ເວລາອອກຂ່າວ: 2020-05-07 13:40:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 10116 | ຄວາມນິຍົມ:



ໃນວັນທີ່ 5 ພຶດສະພາ ປີ 2020 ນີ້ກອງພັນໃຫຍ່ 301 ໄດ້ຈັດກອງປະຊຸມ ດຳເນີນຊີວິດການເມືອງ,ຕີລາຄາແບ່ງປະເພດ,ປະເມີນຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກ ໂດຍການເປັນປະທານຂອງສະຫາຍ ພັນໂທ ທອງສຸກ ຈັນມະນີ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່ 301 ມີ ເລຂາຮອງເລຂາ, ຄະນະພັກຮາກຖານແຕ່ລະໜ່ວຍຕະຫຼອດຮອດ ຄະນະພັກຮາກຖານກອງພັນນ້ອຍ 414 ເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ຮອ ບຸນລອດ ສັນຍາແສດ ຫົວໜ້າຂະແໜງຈັດຕັັັັັັັັັັ້ງພັກ ໄດ້ຂື້ນຜ່ານແຜນການກວດກາ, ໜ່ວຍພັກປອດໃສ, ເຂັມແຂງໜັ້ກແໜ້ນ ແລະ ສືບຕໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັ້ກແໜ້ນ ໂດຍມີຈຸດປະສົງຍຶດໝັ້ນແນວທາງກໍ່ສ້າງພັກ, ເຊີດຊູບົດບາດການນຳພາຂອງຄະນະພັກຂັ້ນຕ່າງໆ ສືບຕໍຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງຄະນະພັກກອງພົນ ໃຫ້ກາຍເປັນຮູບປະທຳຕົວຈິງດ້ວຍຄຸນນະພາບສູງ ກວດກາຄືນດ້ານຄຸນນະພາບການກໍ່ສ້າງກອງແຂງ, ສະມາຊິກພັກແຂງ ປະຈຳປີ 2019 – 2020 ນອກນັ້ນຍັງໄດ້ປະເມີນຜົນຕີລາຄາສະພາບການ, ບົດຮຽນທີ່ທອດຖອນໄດ້ໃນປີຜ່ານມາ ແລະ ຍັງໄດ້ແຕ່ງຕັ້ງຄະນະຊີ້ນຳລວມ, ໜ່ວຍປະຕິບັດງານຕົວຈິງອີກດ້ວຍ. ຂຽນໂດຍ: ສິບເອກ ຈອມແສງ ແສງມະນີ. ນັກຂ່າວກອງພັນໃຫຍ່ 301



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ