ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງເສນາທິການທະຫານແຂວງຫຼວງພະບາງມອບເງິນອຸດໜູນໃຫ້ນາຍສິບ
ເວລາອອກຂ່າວ: 2020-05-07 13:44:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 16566 | ຄວາມນິຍົມ:



ພິທີມອບເງິນອຸດໜູນບໍາເນັດໃຫ້ນາຍສິບ ຂອງ ຫ້ອງເສນາທິການ ທະຫານແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2020 ນີ້. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸ່ນເຮືອນ ເຮືອງບົວສອນ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງເສນາທິການທະຫານແຂວງ, ມີຄະນະພັກ - ຄະນະບັນຊາ, ພະແນກການກ່ຽວຂ້ອງ ແລະ ນາຍສິບທີ່ພັກການເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພັນໂທ ໄພວັນ ເພັງສຸວັນ ຫົວໜ້າພະແນກກໍາລັງພົນ ຫ້ອງເສນາທິການທະຫານແຂວງ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1416/ກົມໃຫ່ຍເສນາ, ວ່າດ້ວຍການອະນຸມັດໃຫ້ນາຍສິບ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ອອກອຸດໜູນຮັບບໍາເນັດ ເຊິ່ງໃນນີ້ມີນາຍສິບທີ່ໄດ້ອອກອຸດໜູນພັກການຮັບບໍາເນັດເທື່ອດຽວ 11 ສະຫາຍ ເປັນເງິນສົດຈໍານວນ 259.487.850 ກີບ. ພິທີໄດ້ມອບເງິນສົດຈໍານວນດັ່ງກ່າວ ແລະ ຂໍ້ຕົກລົງອະນຸມັດອອກອຸດໜູນໃຫ້ບັນດາອ້າຍນ້ອງນາຍສິບຕື່ມອີກ. ໂດຍ: ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ