ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນນ້ອຍ 419 ໄດ້ຮັບການຊ່ວຍເຫຼືອ
ເວລາອອກຂ່າວ: 2018-12-06 10:05:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ໃນວັນທີ 28 ພະຈິກ 2018 ນີ້, ທ່ານ ນ້ອຍ ໂມບາຍ ພ້ອມ ດ້ວຍຄອບຄົວໄດ້ນໍາເອົານໍ້າສີ ທາເຮືອນມາມອບໃຫ້ກອງ ພັນນ້ອຍ 419 ທີ່ຂຶ້ນກັບກອງ ບັນຊາການທະຫານແຂວງຫຼວງ ນໍ້າ ທາ ຈໍານວນ 20 ຕຸກ, ມູນ ຄ່າ 3.800.000 ກີບ, ເຊິ່ງກ່າວ ຮັບໂດຍ ພັນໂທ ຄໍາເກີດ ແກ້ວ ມະນີ ຫົວໜ້າການທະຫານກອງ ພັນນ້ອຍ 419, ມີພະນັກງານ ແລະ ຄອບຄົວຂອງ ທ່ານ ນ້ອຍ ໂມບາຍ ເຂົ້າຮ່ວມເປັນສັກຂີພິ ຍານ. ໂອກາດດັ່ງກ່າວ ພັນໂທ ຄໍາເກີດ ແກ້ວມະນີ ໄດ້ຕາງໜ້າ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບໃນກອງພັນນ້ອຍ 419 ກ່າວສະແດງຄວາມຂອບ ອົກຂອບໃຈຕໍ່ ທ່ານ ນ້ອຍ ໂມ ບາຍ ພ້ອມດ້ວຍຄອບຄົວທີ່ໄດ້ ນໍາເອົາວັດຖຸປັດໃຈມາມອບໃຫ້ ໃນຄັ້ງນີ້, ເພື່ອປະກອບສ່ວນເຂົ້າ ໃນການປັບປຸງຄ້າຍຄູໃຫ້ມີ ຄວາມຈົບງາມ ໃນໂອກາດສ້າງ ຂະບວນການເພື່ອຫ້າງຫາກະ ກຽມໄວ້ຂໍ່ານັບຮັບຕ້ອນວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍອັນເລີກເຊິ່ງ ແລະ ພວກເຮົາກໍ່ຫວັງວ່າໂອກາດໜ້າ ຈະໄດ້ຮັບການຊ່ວຍເຫຼືອຈາກ ພວກທ່ານອີກ, ພ້ອມນີ້ ພັນໂທ ຄຳເກີດ ແກ້ວມະນີ ຍັງໄດ້ອວຍ ພອນໄຊໃຫ້ຄອບຄົວຂອງທ່ານ ນ້ອຍ ໂມບາຍ ຈົ່ງມີສຸຂະພາບ ເຂັ້ມແຂງ ມີພະລານາໄມທີ່ສົມ ບູນ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ການງານທຸກປະການ. ໂດຍ: ບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ