ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອາເມຣິກາ ເພີ່ມໄລຍະຍິງໄກໃຫ້ແກ່ລູກປືນໃຫຍ່ໜ້າດິນ
ເວລາອອກຂ່າວ: 2020-05-20 10:01:06 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1291 | ຄວາມນິຍົມ:



ແຫຼ່ງຂ່າວໜັງສືພິມກອງທັບ ປະຊາຊົນຫວຽດນາມໃຫ້ຮູ້ວ່າ: ຕາມແຫຼງຂ່າວຈາກທໍານຽບຫ້າ ແຈຂອງອາເມຣິກາປະກາດວ່າ ບໍລິສັດຜະລິດອາວຸດ Raytheon Missiles & Defense ແລະ ກອງກໍາລັງປືນໃຫຍ່ໜ້າດິນຂອງ ອາເມຣິກາໄດ້ຕົກລົງກັນໃນການ ຍົກລະດັບໄລຍະຍິງຂອງລູກປືນ 155 ມມ XM1155 ໃຫ້ແກ່ກອງ ກໍາລັງປືນໃຫຍ່. ຜູ້ຕ່າງໜ້າ Raytheon Missiles & Defense ໃຫ້ຮູ້ ວ່າ: ລູກປືນໃຫຍ່ XM1155 ຈະ ເພີ່ມໄລຍະຍິງ, ຄວາມແມ້ນຢໍາ ແລະ ໄດ້ຮັບປະສິດທິຜົນ, ເຊິ່ງໄລ ຍະຍິງທີ່ໄດ້ຮັບຜົນນັ້ນແມ່ນຈະ ເຈະເພີ່ມຂຶ້ນຈາກ 30-40%. ຄວາມໂດດເດັ່ນ XM1155 ໃນການທົດລອງຜ່ານມາແມ່ນ ສາມາດຍິງໄກໄດ້ກວ່າເກົ່າ 100 ກິໂລແມັດ. ຕາມນັກວິຊາການດ້ານການທະຫານຂອງອາເມຣິກາຕີລາຄາວ່າລູກປືນໃຫຍ່ລຸ້ນຍົກລະດັບນີ້ບາງທີກໍອາດຈະຍິງ ໄກເຖິງ 120 ກິໂລແມັດ ແລະ ອາດຍິງໄດ້ສູງກວ່າລຸ້ນເກົ່າ. ບໍ່ ສະເພາະເທົ່ານັ້ນການປະກອບ ສ້າງຂອງລູກປືນຊະນິດນີ້ຍັງເພີ່ມ ປະລິມານໝື້ ແລະ ເຕັກໂນໂລຊີ ນໍາທິດໃນການໂຈມຕີເຂົ້າຫາເປົ້າ ໝາຍດ້ວຍຕົວມັນເອງແມ້ນຢໍາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ