ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊຸກຍູ້ ແລະ ພົບປະໂອ້ລົມຄະນະພັກ - ຄະນະບັນຊາກອງພັນໃຫຍ່ 584
ເວລາອອກຂ່າວ: 2020-07-01 08:40:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:



ໃນວັນທີ 26 ມິຖຸນາ ນີ້, ສະ ຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິ ການກອງທັບ ໄດ້ລົງຊຸກຍູ້ ແລະ ພົບປະໂອ້ລົມຄະນະພັກ-ຄະນະ ບັນຊາກອງພັນໃຫຍ່ 584. ໂອ ກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 584 ຈົ່ງ ຍົກສູງບົດບາດການນຳພາຂອງ ພັກ, ກົດໝາຍຂອງລັດ, ກົດລະ ບຽບຂອງກອງທັບວາງອອກ ຢ່າງເຂັ້ມງວດໂດຍສະເພາະປະ ຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ ປະເທດວາງອອກ ເພື່ອພ້ອມກັນ ເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ເປັນຢ່າງ ດີ, ຄະນະພັກ-ຄະນະບັນຊາຕ້ອງ ກຳແໜ້ນຕໍ່ສະພາບການຂອງ ໂລກ ແລະ ພາກພື້ນ, ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງໄດ້ຮັບຮູ້ເຊື່ອມ ຊຶມກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງ ລັດ, ກົດລະບຽບວິໄນຂອງກອງ ທັບວາງອອກຢ່າງເຂັ້ມງວດ, ໂດຍສະເພາະ 7 ລະບອບ 18 ວຽກ ຂອງກອງທັບວາງອອກ, ຮັບປະ ກັນໃຫ້ພະນັກງານ-ນັກຮົບມີ ຄວາມຮູ້-ຄວາມສາມາດໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະໃຫ້ມີຄວາມສຳເລັດໂດຍ ພື້ນຖານ, ສະເພາະແມ່ນວຽກງານ ວິຊາສະເພາະຂອງເຫຼົ່າຮົບຊ່າງ ແສງແມ່ນຮັບປະກັນໄດ້ 100%, ນອກນັ້ນຄະນະພັກ-ຄະນະບັນຊາຍັງຈະຕ້ອງໄດ້ສຸມໃສ່ວຽກງານ ແກ້ໄຂຊີວິດການເປັນຢູ່ຂອງພະ ນັກງານ-ນັກຮົບພາຍໃນກົມ ກອງ, ປະສານສົມທົບກັບກຳລັງ ປ້ອງກັນຄວາມສະຫງົບພາຍໃນ ເມືອງເພື່ອຕິດຕາມສະພາບການ ຕ່າງໆໂດຍສະເພາະທາງດ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ ພາຍໃນເມືອງໃຫ້ມີຄວາມສະ ຫງົບ ແລະ ປອດໄພໂດຍພື້ນຖານ, ສຸມໃສ່ສ້າງແຜນການເປີດຂະ ບວນການກີລາ, ວັນນະຄະດີຂຶ້ນ ເພື່ອເປັນການ ສ້າງຂະບວນການ ຕ້ອນຮັບວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ ໃຫ້ເຕັມໄປ ດ້ວຍເນື້ອໃນອັນເລິກເຊິ່ງ, ຈັດ ຕັ້ງພະນັກງານ-ຂັ້ນບັນຊາລົງ ເຄື່ອນໄຫວປະສານສົມທົບກັບ ອຳນາດການປົກຄອງທ້ອງຖິ່ນ ເພີ່ມຄວາມເອົາໃຈໃສ່ເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບພາຍໃນ ຂອບເຂດຂອງຕົນຮັບຜິດຊອບ ຕ້ານ ແລະ ສະກັດກັ້ນໃຫ້ໄດ້ທາງ ດ້ານປະກົດການຫຍໍ້ທໍ້ທີ່ຈະເກີດ ໃຫ້ທ່ວງທັນກັບສະພາບເຫດ ການຕົວຈິງ, ສືບຕໍ່ຊີ້ນຳການຫັນ ລົງກໍ່ສ້າງຮາກຖານການເມືອງ ໂດຍປະຕິບັດຕາມເນື້ອໃນ 4 ເນື້ອໃນ 4 ຄາດໝາຍ, ຕິດພັນກັບ ວຽກງານ 3 ສ້າງ, ເອົາໃຈໃສ່ຈັດ ຕັ້ງເຄື່ອນໄຫວປ້ອງກັນເວນຍາມ ໃນຂອບເຂດທີ່ຕັ້ງໃຫ້ມີຄວາມ ສະຫງົບ 100%. ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ຍັງ ໄດ້ລົງເຄື່ອນໄຫວພົບປະ ແລະ ຢ້ຽມຢາມພະນັກງານ-ນັກຮົບ ທີ່ປະຈຳຢູ່ແຕ່ລະບ່ອນ ເຊັ່ນ: ຊຳ ທອງ ແລະ ກອງພັນ 421 ທີ່ຂຶ້ນ ກັບກອງພົນທີ 1, ເຊິ່ງແຕ່ລະບ່ອນ ນັ້ນກໍໄດ້ກ່າວຄວາມຢ້ຽມຢາມ ຖາມຂ່າວຄວາມທຸກສຸກຂອງພະ ນັກງານ-ນັກຮົບ, ພ້ອມທັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບໃຫ້ ເອົາໃຈໃສ່ປະຕິບັດໜ້າທີ່ຂອງ ຕົນໃນການປົກປັກຮັກສາເຂດ ນ້ຳແດນດິນໄວ້ຢ່າງໝັ້ນຄົງ, ເປັນ ຮົ້ວທີ່ດີຂອງຊາດ, ຂອງພໍ່ແມ່ປະ ຊາຊົນ, ເອົາໃຈໃສ່ກວດກາຕິດ ຕາມເບິ່ງສະພາບຂອງກຸ່ມຄົນ ທີ່ບໍ່ຫວັງດີຈະເຂົ້າມາເຄື່ອນໄຫວ ສ້າງຄວາມບໍ່ສະຫງົບພາຍໃນ ເຂດດັ່ງກ່າວ, ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກງານ-ນັກຮົບຢ່າງ ເປັນປົກກະຕິຕໍ່ເນື່ອງ, ສອດຫ້ອຍ ເຂົ້າທຸກຂົງເຂດວຽກງານ, ປະ ສານສົມທົບກັບອຳນາດການປົກ ຄອງທ້ອງຖິ່ນໃນການເຜີຍແຜ່ໂຄສະນາຂົນຂວາຍວຽກງານ ປ້ອງກັນຊາດ-ປ້ອງກນຄວາມສະ ຫງົບໃຫ້ມີສ່ວນຮ່ວມຢ່າງເປັນຂະ ບວນຟົດຟື້ນຂຶ້ນກວ່າເກົ່າ. ໂດຍ: ແສງສຸລີ ພົມມະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ