ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ບຸນປອນ ບຸດຕະນະວົງ ຕ້ອນຮັບການເຂົ້າຢ້ຽມຂຳ່ນັບ ຂອງຄະນະເຝິກອົບຮົມ ການກວດສອບການເງິນພາຍໃຕ້ແຜນງານຮ່ວມມື IDI-ASEANSAI
ເວລາອອກຂ່າວ: 2018-12-11 09:11:39 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218949 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2018 ນີ້ ທີ່ສະພາແຫ່ງຊາດ, ທ່ານ ກາມາ ເທັນຊິນ ຜູ້ຈັດການຈາກອົງການ ລິເລີ່ມເພື່ອການພັດທະນາຂອງ IDI-ASEANSAI ແລະ ຄະນະ ເຝິກອົບຮົມຈາກອົງການດັ່ງກ່າວ ໄດ້ເຂົ້າຢ້ຽມຢາມຂໍ່ານັບ ທ່ານ ດຣ ບຸນປອນ ບຸດຕະນະວົງ ຮອງ ປະທານສະພາແຫ່ງຊາດໃນ ໂອກາດການມາຈັດເຝິກອົບຮົມ ຫົວຂໍ້ "ການກວດສອບການເງິນ ພາຍໃຕ້ແຜນງານຮ່ວມມື ຂອງ IDI-ASEANSAI " ໃນລະ ຫວ່າງວັນທີ 3-7 ທັນວາ 2018. ເຊິ່ງປະກອບມີນັກເຝິກອົບຮົມ ຈາກສະຖາບັນກວດສອບສູງ ສຸດອາຊຽນຊາຍ 8 ປະເທດ ເຂົ້າຮ່ວມຈຳນວນ 34 ທ່ານ. ໃນ ນັ້ນ, ນັກກວດສອບອົງການກວດ ສອບແຫ່ງລັດ ສປປ ລາວ ເຂົ້າ ຮ່ວມຈຳນວນ 8 ທ່ານ ແລະ ມີ ບັນດາຄູເຝິກເຂົ້າຮ່ວມຈຳນວນ 6 ທ່ານ ( ຈາກບັນດາປະເທດ: ຟິລິບປິນ 2 ທ່ານ, ມາເລເຊຍ 1 ທ່ານ, ອິນໂດເນເຊຍ 1 ທ່ານ ແລະ ຈາກອົງການລິເລີ່ມ ເພື່ອ ການພັດທະນາ (IDI) 1 ທ່ານ). ການເຝິກອົບຮົມໃນຄັ້ງນີ້ແມ່ນ ໜຶ່ງໃນກິິດຈະກຳຂອງໂຄງການ ຮວມມືລະຫວ່າງ ASEANSAI ທີ່ໄດ້ເຫັນດີເປັນເອກະພາບກັນ ໃນກອງປະຊຸມທີ່ ໄດ້ຈັດຂຶ້ນຢູ່ທີ່ ເມືອງມາລະກາ, ປະເທດມາເລ ເຊຍ ລະຫວ່າງວັນ 26-27 ກໍລະ ກົດ 2018 ທີ່ຜ່ານມາ, ເຊິ່ງເປັນ ໂຄງການສ້າງຄວາມເຂັ້ມແຂງ ໃຫ້ກັບວຽກງານກວດສອບ ພາກລັດຂອງປະເທດສະມາ ຊິກອາຊຽນຊາຍ ໃນການຈັດ ຕັ້ງປະຕິບັດກວດສອບດ້ານ ການເງິນບົນພື້ນຖານການ ນຳ ໃຊ້ມາດຕະຖານສາກົນ (ISSAI on Financial Audit). ນອກນັ້ນ, ກິດຈະກຳການ ເຝິກອົບຮົມຄັ້ງນີ້ ຖືວ່າເປັນຂີດ ໝາຍອັນສຳຄັນທີ່ສ່ອງແສງໃຫ້ ເຫັນເຖິງເຈດຈຳນົງ, ຄວາມພະ ຍາຍາມ, ຄວາມສາມັກຄີ, ຄວາມ ຕັດສິນໃຈຮ່ວມມືຂອງບັນດາສະ ຖາບັນກວດສອບສູງສຸດອາຊຽນ ຊາຍໃນການຈັດຕັ້ງປະຕິບັດມາດ ຕະຖານການກວດສອບສາກົນ ແລະ ປະຕິບັດຕາມແຜນຍຸດທະ ສາດຂອງອາຊຽນຊາຍ 2018-2021 ທີ່ໄດ້ກຳນົດໄວ້. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ