ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສຳເລັດກອງປະຊຸມຊ່ຽວຊານແພດທະຫານອາຊຽນ-ບວກຄັ້ງທີ 10
ເວລາອອກຂ່າວ: 2018-12-12 08:30:30 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ກອງປະຊຸມໜ່ວຍງານຊ່ຽວ ຊານແພດທະຫານອາຊຽນ-ບວກກັບປະເທດຄູ່ຮ່ວມເຈລະຈາ ຂອງອາຊຽນ ຄັ້ງທີ 10 (10th ADMM Plus on MM) ໄດ້ ສຳເລັດລົງໃນວັນທີ 6 ທັນວາ ຜ່ານມາທີ່ເມືອງລັກເນົາ ສາທາ ລະນະລັດ ອິນເດຍ ໂດຍການ ເປັນປະທານຮ່ວມຂອງປະເທດ ອິນເດຍ ແລະ ມຽນມາ ເຊິ່ງໄດ້ ດຳເນີນມາເປັນເວລາ 3 ວັນ, ໂດຍມີຄະນະໜ່ວຍງານຜູ້ຊ່ຽວ ຊານແພດທະຫານອາຊຽນຈາກ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດບວກ, ສ່ວນຄະ ນະຜູ້ແທນຊ່ຽວຊານແພດທະ ຫານຈາກ ສປປ ລາວ ນຳໂດຍ ພັນໂທ ດຣ ສີທະວົງ ບຸນປຣະສົງ ຮອງຫົວໜ້າກົມເສນາຮັກ ກົມ ໃຫຍ່ພະລາທິການກອງທັບປະ ຊາຊົນລາວ, ທັງເປັນຜູ້ຊ່ຽວຊານ ແພດທະຫານ ແລະ ຄະນະອຳ ນວຍການສູນແພດທະຫານອາ ຊຽນຂອງລາວ. ກອງປະຊຸມຄັ້ງນີ້ ໄດ້ມີການ ທົບທວນຄືນວຽກງານທີ່ໄດ້ປະ ຕິບັດຜ່ານມາໃນປີ2017-2018 ແລະ ຍັງໄດ້ມີການວາງແຜນ ການເຝິກຊ້ອມພາກສະໜາມ ຮ່ວມກັນດ້ານການແພດສຸກເສີນ ເພື່ອຮັບມືກັບເຫດການສຸກເສີນ ເປັນຕົ້ນແມ່ນໄພພິບັດ, ແຜ່ນດິນ ໄຫວ ເຊິ່ງຈະໄດ້ຮ່ວມມືຈັດຕັ້ງ ປະຕິບັດໃນຕົ້ນປີ 2019 ທີ່ປະ ເທດອິນເດຍ ແລະ ກອງປະຊຸມ ໜ່ວຍງານຊ່ຽວຊານແພດທະ ຫານອາຊຽນຄັ້ງນີ້ໄດ້ຮັບຜົນສໍາ ເລັດເປັນຢ່າງດີ ເຊິ່ງທີ່ປະຊຸມຍັງ ໄດ້ຜ່ານ ແລະ ເຫັນດີຮ່ວມກັນ ໃນການນໍາໃຊ້ປຶ້ມຄູ່ມືກ່ຽວກັບ ການຊ່ວຍເຫຼືອຜູ້ບາດເຈັບ-ເຈັບ ປ່ວຍເບື້ອງຕົ້ນ, ສັນຍາລັກ (LOGO) ຂອງການເຝິກແອບ ພາກສະໜາມປີ 2019, ການສືບ ຕໍ່ຈັດຕັ້ງກອງປະຊຸມແລກປ່ຽນ ວິທະຍາສາດການແພດ ຄັ້ງທີ 2 ທີ່ປະເທດມຽນມ້າໃນປີ 2019 ແລະ ແຜນການເຝິກຊ້ອມພາກ ສະໜາມ ທີ່ປະເທດອິນເດຍໃນປີ ໜ້າ ເຊິ່ງທຸກໆປະເທດໄດ້ສະເໜີ ຈະນໍາສົ່ງກໍາລັງຂອງຕົນເຂົ້າ ຮ່ວມໃນການເຝິກຊ້ອມຢ່າງແນ່ ນອນ. ກອງປະຊຸມໜ່ວຍງານຊ່ຽວ ຊານແພດທະຫານອາຊຽນ-ບວກກັບປະເທດຄູ່ເຈລະຈາ ຂອງອາຊຽນ ເປັນຂໍ້ລິເລີ່ມຂອງ ກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ-ບວກ ໃນປີ 2010 ທີ່ຮ່າໂນ້ຍ ສສ ຫວຽດ ນາມ ເຊິ່ງເລີ່ມຕັ້ນມີ 5 ຂົງເຂດ ວິຊາການໃນການຮ່ວມມືທາງ ທະຫານນໍາກັນຄື: ການຊ່ວຍ ເຫຼືອມະນຸດສະທໍາ-ບັນເທົາທຸກ ໄພພິບັດ, ການຮັກສາສັນຕິພາບ ສາກົນ, ຄວາມໝັ້ນຄົງທາງທະ ເລ, ການຕໍ່ຕ້ານການກໍ່ການຮ້າຍ ແລະ ການແພດທະຫານ. ປັດຈຸ ບັນໄດ້ມີການຮັບຮອງເພີ່ມຕື່ມ ອີກ 2 ຂົງເຂດ ຄື: ການທໍາລາຍ ລະເບີດ ເພື່ອມະນຸດສະທໍາ ແລະ ຄວາມປອດໄພທາງຄອມພິວເຕີ ຊຶ່ງໃນຜ່ານມາໄດ້ມີການຈັດຕັ້ງ ກອງປະຊຸມຮ່ວມໃນຮອບທີ 1 ເມື່ອປີ 2011-2013 ທີ່ປະເທດ ສິງກະໂປ ແລະ ຍີ່ປຸ່ນເປັນປະ ທານຮ່ວມ; ຮອບທີ 2 ປີ 2014-2016 ໂດຍປະເທດໄທ ແລະ ສະຫະພັນ ຣັດເຊຍ ເປັນປະທານ ຮ່ວມ ແລະ ໃນຮອບທີ 3 (ຮອບ ປັດຈຸບັນ) 2017-2019 ພາຍ ໃຕ້ການເປັນປະທານຮ່ວມຂອງ ປະເທດ ອິນເດຍ ແລະ ມຽນມາ. ພັນໂທ ດຣ ສີທະວົງ ບຸນປຣະ ສົງ ຮອງຫົວໜ້າກົມເສນາຮັກ ທັງເປັນຜູ້ຊ່ຽວຊານແພດທະ ຫານ ສປປ ລາວ ໄດ້ຢືນຢັນວ່າ: ການເຂົ້າຮ່ວມຂອງຊ່ຽວຊານ ແພດທະຫານຂອງ ສປປ ລາວ ໃນແຕ່ລະຄັ້ງລ້ວນແຕ່ມີຄວາມ ສໍາຄັນຍິ່ງຕໍ່ພາລະກິດການຊ່ວຍ ເຫຼືອອັນຮີບດ່ວນໃນວຽກງານ ການຊ່ວຍເຫຼືອມະນຸດສະທໍາ-ບັນ ເທົາທຸກໄພພິບັດ, ດ້ານການແພດ ທະຫານ, ການທໍາລາຍລະເບີດ ເພື່ອມະນຸດສະທໍາ, ຄວາມປອດ ໄພທາງຄອມພິວເຕີ ແລະ ບັນ ຫາອື່ນໆທີ່ປິ່ນອ້ອມບັນຫາໄພພິ ບັດ, ການແພດສຸກເສີນ ເຊິ່ງໃນ ປັດຈຸບັນມັນໄດ້ກາຍເປັນໜ້າທີ່ ອັນຮີບດ່ວນ, ຈໍາເປັນ ແລະ ຕ້ອງ ກຽມຄວາມພ້ອມໃນການຕອບ ໂຕ້ ແລະ ຊ່ວຍເຫຼືອກູ້ໄພທີ່ອາດ ເກີດຂຶ້ນເພາະໃນຂະນະນີ້ໂລກ ພວມມີໄພຂົ່ມຂູ່ຈາກການປ່ຽນ ແປງຂອງດິນຟ້າ, ອາກາດ ແລະ ໃນລະດູຝົນຂອງປີ 2018 ປະ ເທດພວກເຮົາ ໄດ້ເກີດມີໄພນ້ຳ ຖ້ວມໃນບໍລິເວນກ້ວາງກວມ ເອົາທຸກແຂວງທົ່ວປະເທດມັນ ຍິ່ງເລັັ່ງທວງໃຫ້ພວກເຮົາຕ້ອງ ມີຄວາມພ້ອມ ເພື່ອຮັບມື ແລະ ກອບກູ້ເອົາປະຊາຊົນທີ່ປະສົບໄພຢ່າງວ່ອງໄວ. # ຂ່າວ: ຣັດສະໝີ ດວງສັດຈະ. # ພາບ: ກົມເສນາຮັກກອງທັບ ປະຊາຊົນລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ