ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ສະຫະພັນນັກຮົບເກົ່າ ອານຊຽນ ຄັ້ງທີ 18
ເວລາອອກຂ່າວ: 2018-12-12 08:34:11 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ໃນວັນທີ 11 ທັນວາ 2018 ນີ້, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ໄດ້ເປັນເຈົ້າພາບຈັດ ກອງປະຊຸມໃຫຍ່ສະມາພັນນັກ ຮົບເກົ່າອາຊຽນຄັ້ງທີ 18 ຂຶ້ນທີ່ ໂຮງແຮມດອນຈັນພາເລດ, ໂດຍ ການເປັນປະທານຂອງທ່ານພົນ ຈັດຕະວາ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ແລະ ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ພົນໂທ ຈັນສະ ໝອນ ຈັນຍາລາດ ລັດຖະມົນ ຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານຫົວ ໜ້າຄະນະ, ບັນດາຜູ້ແທນ, ຜູ້ສັງ ເກດການ ຈາກບັນດາປະເທດ ສະມາຊິກອາຊຽນ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ໃນໂອກາດທີ່ສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ໄດ້ຮັບ ກຽດເປັນປະທານສະມາພັນນັກ ຮົບເກົ່າອາຊຽນ ແລະ ເປັນເຈົ້າ ພາບຈັດກອງປະຊຸມໃຫຍ່ສະມາ ພັນນັກຮົບເກົ່າ ອາຊຽນຄັ້ງທີ 18 ແລະ ໄດ້ຮັບກຽດເຂົ້າຮ່ວມ ໃນກອງປະຊຸມຄັ້ງນີ້, ທ່ານພົນ ໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ ໄດ້ໃຫ້ ກຽດຂຶ້ນກ່າວສະແດງຄວາມຍິນ ດີຕ້ອນຮັບ ແລະ ຂໍ່ານັບຊົມເຊີຍ ດ້ວຍໄມຕີຈິດມິດຕະພາບອັນອົບ ອຸ່ນຕໍ່ກອງປະຊຸມ ແລະ ບັນດາ ທ່ານຫົວໜ້າຄະນະ, ບັນດາຜູ້ ແທນ, ຜູ້ສັງເກດການທີ່ມາຈາກ ບັນດາປະເທດສະມາຊິກອາ ຊຽນ ແລະ ແຂກກອງປະຊຸມ ພ້ອມດຽວກັນນັ້ນທ່ານພົນຈັດຕະ ວາ ສົມພອນ ແກ້ວມີໄຊ ປະທານ ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ໄດ້ຂຶ້ນກ່າວເປີດກອງປະ ຊຸມຢ່າງເປັນທາງການ ແລະ ຍັງ ໄດ້ກ່າວຍິນດີຕ້ອນຮັບເອົາປະ ທານໃໝ່ ຈາກປະເທດກຳປູເຈຍ, ມາເລເຊຍ, ຟີລິບປິນ ແລະ ໄທ ເຂົ້າສູ່ສະມາພັນນັກຮົບເກົ່າອາ ຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ