ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລົງຊຸກຍູ້ໃຫ້ກຳລັງໃຈກົມກອງທະຫານທີ່ຢູ່ເຂດຫ່າງໄກສອກຫລີກ
ເວລາອອກຂ່າວ: 2018-12-13 11:01:41 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວໃກ້ຈະ ໝູນວຽນມາບັນຈົບຄົບຮອບ 70 ປີໃນມໍ່ໆນີ້ໃຫ້ເຕັມໄປດ້ວຍ ຄວາມໝາຍຄວາມສຳຄັນຢ່າງ ເປັນຂະບວນຟົດຟື້ນລະຫວ່າງ 5-6 ທັນວາ 2018 ນີ້ ສອງອົງ ການຈັດຕັ້ງມະຫາຊົນຊາວໜຸ່ມ- ສະຫະພັນແມ່ຍິງກົມໃຫຍ່ພະລາ ທິການກອງທັບ, ເຊິ່ງນຳພາໂດຍ ພັນໂທ ໄພວັນ ໄຊພູບານ ຮອງ ຫົວໜ້າຫ້ອງການເມືອງກົມໃຫຍ່ ພະລາທິການກອງທັບໄດ້ນຳເອົາ ເຄື່ອງບໍລິໂພກ ແລະ ເຄື່ອງປະ ເພດກີລາຈຳນວນໜຶ່ງໄປມອບ ໃຫ້ກົມກອງທະຫານທີ່ຂຶ້ນກັບ ກົມໃຫຍ່ພະລາທິການກອງທັບ ທີ່ກຳລັງປະຕິບັດໜ້າທີ່ວຽກງານ ວິຊາສະເພາະທີ່ຢູ່ຫ່າງໄກສອກ ຫຼີກ ເພື່ອເປັນການກະຕຸກຊຸກຍູ້, ຮັດແໜ້ນຄວາມສາມັກຄີຮັກ ແພງໃຫ້ກຳລັງໃຈຊ່ວຍເຫຼືອເຊິ່ງ ກັນ ແລະ ກັນຕະຫຼອດໄປຕໍ່ພະນັກ ງານ-ນັກຮົບໃນກົມກອງດ້ວຍ ກັນ ແລະ ສະແດງເຖິງຄວາມເປັນ ຫວ່ງເປັນໄຍ, ຄວາມເອົາໃຈໃສ່ ເບິ່ງແຍງໃກ້ຊິດຕິດແທດຂອງ ຄະນະບັນຊາຂັ້ນເທິງ, ລົງເລິກ ເຂົ້າສູ່ຂົງເຂດວຽກງານ ແລະ ການດຳລົງຊີວິດຕົວຈິງຂອງພະ ນັກງານ-ນັກຮົບໃນກົມກອງທີ່ ປະຕິບັດໜ້າທີ່ວຽກງານວິຊາສະ ເພາະຂອງຕົນດ້ວຍຄວາມຮັບ ຜິດຊອບສູງຈາກຂັ້ນເທິງມອບ ໝາຍໃຫ້ຢ່າງເຂັ້ມງວດ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ