ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການນຳແຂວງສະຫວັນນະເຂດ ຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບໄພນ້ຳຖ້ວມ
ເວລາອອກຂ່າວ: 2020-10-15 08:29:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2020 ນີ້, ທ່ານ ສົມເພັດ ອິນທາທິລາດ ຄະ ນະປະຈຳພັກແຂວງ ສະມາຊິກສະ ພາເຂດເລືອກຕັ້ງທີ 13 ປະທານ ແນວລາວສ້າງຊາດແຂວງສະ ຫວັນນະເຂດ ພ້ອມຄະນະນຳແຂວງ ສະຫວັນນະເຂດ, ມີ ທ່ານ ພັນໂທ ຄຳພົງ ພັດທະນາ ຄະນະພັກຫົວໜ້າ ຫ້ອງການເມືອງກອງບັນຊາການ ທະຫານແຂວງສະຫວັນນະເຂດ, ປະທານຊີ້ນຳຕ້ານແລ້ງຕ້ານຖ້ວມ ແຂວງສະຫວັນນະເຂດ ພ້ອມການ ນຳຂັ້ນເມືອງໆສອງຄອນ ລົງເຄື່ອນ ໄຫວຢ້ຽມຢາມປະຊາຊົນທີ່ຖືກຜົນ ກະທົບໄພນ້ຳຖ້ວມ. ໂອກາດນີ້, ຄະນະຍັງໄດ້ຮັບຟັງ ການລາຍງານສະພາບນຳ້ຖ້ວມ ໂດຍຫຍໍ້ຈາກທ່ານ ບານເລິງ ລາດ ສະພອນ ຮອງປະທານກຸ່ມບ້ານ ທີ 11 ສອງຄອນ ໃນນັ້ນປະກອບ ມີ 5 ບ້ານທີ່ຖືກນ້ຳຖ້ວມ ຄື: ບ້ານ ວິໄຊ ສົງ ມີຈຳນວນຄອບຄົວຖືກຜົນກະ ທົບມີ43 ຄອບຄົວ, ພົນລະເມືອງ300ຄົນ, ຍິງ151 ຄົນ, ເນື້ອທີ່ຖືກ ນ້ຳຖ້ວມ 103.067 ເຮັກຕາ, ມີ ໜອງປາ 10 ໜອງ, ບ້ານໜອງ ເດີນ ມີຈຳນວນຄົນ 610 ຄົນ, ຍິງ 299 ຄົນ, ເນື້ອທີ່ຖືກນ້ຳຖ້ວມ 215.60 ເຮັກຕາ, ໜອງປາ 4 ໜອງ, ບ້ານ ສອງຄອນ ມີຈຳນວນ ຄອບຄົວຖືກຜົນກະທົບມີ 288 ຄອບຄົວ, 197 ຫຼັງຄາເຮືອນຈຳ ນວນຄົນ1.264 ຄົນ, ຍິງ 667 ຄົນ, ເນື້ອທີ່ນາຖືກນ້ຳຖ້ວມ 434,7 ເຮັກຕາ, ໜອງປາ15 ໜອງ ເນື້ອ ທີ່ຖືກນ້ຳຖ້ວມທັງໝົດ 15 ເຮັກຕາ, ບ້ານສີງທ່າ. ຈຳນວນຄອບຄົວຖືກ ຜົນກະທົບ 7 ຄອບຄົວ, ເນື້ອທີ່ຖືກ ນ້ຳຖ້ວມ ຈຳນວນ 41 ເຮັກຕາ, ເນື້ອທີ່ສວນ 40.7 ເຮັກຕາ, ໜອງ ປາ 9 ໜອງ, ບ້ານດົງສະຫວ່າງ ຈຳນວນຄົນ 2.442 ຄົນ, ຍິງ 1.192 ຄົນ. ຈຳນວນຄອບຄົວ 427 ຄອບຄົວ ມີ 354 ຫຼັງເຮືອນ ເນື້ອທີ່ນາຖືກຜົນກະທົບ 639.5 ເຮັກຕາ ທັງນີ້ຄະນະນຳຂັ້ນແຂວງ ຍັງຊີ້ນຳປະທານກຸ່ມບ້ານ, ນາຍ ບ້ານເພື່ອຫາວິທີແກ້ໄຂ ແລະ ຍົກ ຍ້າຍເຄື່ອງໃຊ້ຄົວເຮືອນ. ປະຊາ ຊົນ, ສັດລ້ຽງໄປຢູ່ບ່ອນປອດໄພ ຈາກນັ້ນ, ທ່ານ ສົມເພັດ ອິນທາທິ ລາດ ພ້ອມຄະນະໄດ້ມອບນ້ຳ ຈຳ ນວນ 200 ແພັກ, ຍາສີຟັນ ຈຳ ນວນ 3 ແກັດ, ມອບໃຫ້ນາຍບ້ານ ຈຳນວນ 5 ບ້ານເພື່ອແຈກຢາຍ ໃຫ້ຄອບຄົວທີ່ຖືກຜົນກະທົບນ້ຳ ຖ້ວມ ໃນຄັ້ງນີ້ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ