ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີມອບ - ຮັບເງິນປ່ຽນແທນໂກຕາລົດ ແລະ ເງິນອຸດໜູນເສຍຊີວິດ ໃຫ້ພະນັກງານປະຕິວັດອາວຸໂສ
ເວລາອອກຂ່າວ: 2020-10-15 08:37:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ພິທີມອບ-ຮັບເງິນປ່ຽນ ແທນໂກຕາລົດ ແລະ ເງິນອຸດ ໜູນເສຍຊີວິດໃຫ້ພະນັກງານ ເຂົ້າການປະຕິວັດປີ 1954 ຄືນ ຫຼັງໃນວັນທີ 14 ຕຸລາ ນີ້, ທີ່ ຫ້ອງປະຊຸມກົມນະໂຍບາຍກະ ຊວງປ້ອງກັນປະເທດ ໂດຍການ ເຂົ້າຮ່ວມເປັນປະທານຂອງສະ ຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະ ນະພັກ-ຄະນະບັນຊາ, ພະແນກ ການທີ່ກ່ຽວຂ້ອງ ແລະ ຍາດພີ່ ນ້ອງຂອງຄອບຄົວພະນັກງານ ດັ່ງກ່າວເຂົ້າຮ່ວມເປັນສັກຂີພະ ຍານ. ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກຳມະການຄະນະພັກ ກົມໃຫຍ່ ຫົວໜ້າກົມນະໂຍບາຍ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ວ່າດ້ວຍ ການປະຕິບັດນະໂຍບາຍເງິນປ່ຽນແທນໂກຕາລົດ ແລະ ວ່າດ້ວຍການປະຕິບັດນະ ໂຍບາຍເງິນອຸດໜູນເສຍຊີວິດ ປະຈຳປີ 2020 ຕົກລົງອະນຸ ມັດເງິນປ່ຽນແທນໂກຕາລົດ ໃຫ້ພະນັກງານປະຕິວັດອາວຸ ໂສເຂົ້າການປະຕິວັດປີ 1954 ຄືນຫຼັງທີ່ສັງກັດຢູ່ກະຊວງປ້ອງ ກັນປະເທດ ຈຳນວນ 5 ສະຫາຍ ເປັນເງິນທັງໝົດ 434.160.000 ກີບ ແລະ ອະນຸມັດເງິນອຸດໜູນ ເສຍສະຫຼະຊີວິດໃຫ້ກົມນະໂຍ ບາຍກະຊວງປ້ອງກັນປະເທດ ຈຳ ນວນທັງໝົດ 30 ສະຫາຍ ເປັນ ເງິນທັງໝົດ 779.478.000 ກີບ ຕາງໜ້າໃຫ້ກະຊວງປ້ອງກັນ ປະເທດກ່າວມອບໂດຍສະຫາຍ ພົນຕີ ສອນທອງ ພົມລາວົງ ແລະ ຕາງໜ້າໃຫ້ຄອບຄົວພະນັກງານ ປະຕິວັດອາວຸໂສຂຶ້ນກ່າວຮັບ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ ກ່າວວ່າ: ທັງໝົດເປັນການປະຕິ ບັດຕາມແນວທາງແຜນນະໂຍ ບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນທະຫານ ເວົ້າລວມ ເວົ້າສະເພາະ ແມ່ນຜູ້ທີ່ໄດ້ເສຍສະ ຫຼະຊີວິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາຂອງຕົນປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນໄລຍະຜ່ານມາ, ພ້ອມ ທັງຮຽກຮ້ອງໃຫ້ພະນັກງານປະ ຕິວັດອາວຸໂສຈົ່ງນຳເອົາເງິນຈຳ ນວນດັ່ງກ່າວນີ້ໄປໝູນໃຊ້ໃຫ້ຖືກ ຕ້ອງຕາມເປົ້າໝາຍ, ໝູນໃຊ້ເຂົ້າ ໃນການສ້າງສາພັດທະນາຄອບ ຄົວເຮັດໃຫ້ຊີວິດການເປັນຢູ່ດີ ຂຶ້ນລື່ນເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ