ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆໄລຍະທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ
ເວລາອອກຂ່າວ: 2020-10-16 17:42:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ): ສະຫາຍ ພັນເອກ ປອ ສົງກາ ບຸນ ຄຸນ ຫົວໜ້າກົມອົບຮົບ-ກໍ່ສ້າງ ວປກ ພ້ອມດ້ວຍຄະນະ. ໄດ້ນຳ ເອົາກະຕ່າຂອງຂວັນ ເຂົ້າອວຍ ພອນຄະນະວິຊາການຈີນ ປະຈຳ ວປກ ເນື່ອງໃນໂອກາດວັນຊາດ ສປ ຈີນ ຄົບຮອບ 71 ປີ,ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ ຈາງ ເພີງ ເຟີຍ ຫົວໜ້າຄະນະວິ ຊາການບັນຊາ-ເສນາ, ພ້ອມ ດ້ວຍສະຫາຍ ພັນເອກ ຫຼີ ອານ ພີງ ຫົວໜ້າຄະນະຄູສອນພາສາ ຈີນ. ກອງບັນຊາການທະຫານ ແຂວງຫົວພັນ: ສະຫາຍ ພັນເອກ ພັນສີ ຊ່ອນມີໄຊ ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງຫົວພັນ ໄດ້ເຄື່ອນໄຫວ ຊຸກຍູ້-ຊີ້ນໍາການສ້າງຂະບວນ ການດ້ານຕ່າງໆຢູ່ກອງພັນ 19, ເພື່ອສ້າງຂະບວນການຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວ ພັນ ທີ່ຈະໄຂຂຶ້ນໃນມໍ່ໆນີ້ໃຫ້ມີ ບັນຍາກາດຟົດຟື້ນກວ້າງຂວາງ. ກອງພັນໃຫຍ່ 279: ໄດ້ຈັດ ຕັ້ງແຂ່ງຂັນນັກຮ້ອງ-ນັກຂັບລໍາ ສຽງດີທົ່ວກອງພັນໃຫຍ່ ເພື່ອ ເປັນການຄັດເລືອກນັກຮ້ອງ-ນັກ ຂັບລໍາທີ່ດີເດັ່ນ ແລະ ມີພອນ ສະຫວັນກະກຽມເຂົ້າຮ່ວມແຂ່ງ ຂັນຮ້ອງເພງ-ຂັບລໍາສຽງດີທົ່ວ ກອງທັບ ຄັ້ງທີ IV ໃນໂອກາດ ສ້າງຂະບວນການຂໍ່ານັບຮັບ ຕ້ອນວັນສໍາຄັນປະຫວັດສາດ ຂອງຊາດ, ຂອງພັກ, ໂດຍສະ ເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ມີເນື້ອໃນຄວາມ ໝາຍເລິກເຊິ່ງ. ການແຂ່ງຂັນຄັ້ງ ນີ້ມີຕົວແທນບັນດາພະແນກການ, ກົມ ກອງຮາກຖານທີ່ຂຶ້ນກັນເຂົ້າ ຮ່ວມແຂ່ງຂັນທັງໝົດ 13 ສະ ຫາຍ, ຜ່ານການແຂ່ງຂັນຕົວຈິງ ສາມາດຄັດເລືອກໄດ້ນັກຮ້ອງ ສຽງດີຈໍານວນ 5 ສະຫາຍ ເພື່ອ ເປັນຕົວແທນໃຫ້ກອງພັນໃຫຍ່ ເຂົ້າຮ່ວມແຂ່ງຂັນຮ້ອງເພງ-ຂັບລໍາສຽງດີທົ່ວກອງທັບ ຄັ້ງທີ IV. ກອງພັນໃຫຍ່ 302 ກອງ ພົນທີ 3: ໄດ້ສຸມໃສ່ປັບປຸງເສັ້ນ ທາງເຂົ້າ-ອອກຄ້າຍ ໃຫ້ສາມາດ ສັນຈອນໄປມາໄດ້ສະດວກ, ມີ ຄວາມຍາວ 2 ກິໂລແມັດ, ເຊິ່ງ ນັກທຸລະກິດ ເມືອງຜາອຸດົມ ແຂວງບໍ່ແກ້ວ ເປັນຜູ້ຮັບເໝົາ ກໍ່ສ້າງ ລວມມູນຄ່າທັງໝົດ 8 ລ້ານກວ່າກີບ, ສ່ວນທຶນໃນການ ກໍ່ສ້າງແມ່ນທຶນສົມທົບຈາກນັກ ທຸລະກິດ, ໜ່ວຍເກັບຊື້ເຂົ້າ 4 ພາກສ່ວນ, ຮ້ານອາຫານຕາເວັນ ແດງ, ໂຮງງານນ້ຳດື່ມຫົງທອງ ແລະ ການລະດົມຈາກພະນັກ ງານ-ນັກຮົບໃນກອງພັນໃຫຍ່ 302. ຫ້ອງການກອງບັນຊາການ ທະຫານແຂວງອຸດົມໄຊ: ສະ ຫາຍ ພັນໂທ ຄຳປານ ອິນທຳ ມະລັດ ຫົວໜ້າຫ້ອງການ ພ້ອມ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍ ພອນ ຄະນະນຳ ພະແນກສຶກສາ ແລະ ກີລາ ແຂວງ ອຸດົມໄຊ ເນື່ອງໃນໂອກາດສະ ເຫຼີມສະຫຼອງວັນຄູແຫ່ງຊາດທີ 7 ຕຸລາ ຄົບຮອບ 26 ປີ, ໂດຍ ການຕ້ອນຮັບຂອງ ທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາ ທິການ ແລະ ກີລາ ແຂວງອຸດົມ ໄຊ. ໃນໂອກາດດຽວກັນນັ້ນ, ຫ້ອງການເມືອງ ແລະ ພະແນກ ກົດໝາຍທະຫານແຂວງອຸດົມ ໄຊ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະອໍານວຍ ການໂຮງຮຽນການເມືອງ-ການ ປົກຄອງແຂວງອຸດົມໄຊ ອີກ ດ້ວຍ. ກອງພັນໃຫຍ່ 642: ໄດ້ຈັດກອງປະຊຸມສະພາວິທະຍາ ສາດ-ປະຫວັດສາດ ຄົ້ນຄວ້າຮັບ ຮອງຫົວບົດໂຄງການຂຽນບົດ ປະຫວັດມູນເຊື້ອກອງພັນໃຫຍ່ 642 ນັບແຕ່ປີ 1992-2022, ບົດມູນເຊື້ອດັ່ງກ່າວປະກອບມີ IV ພາກ 180 ໜ້າ, ພາກທີ I ນໍາ ສະເໜີສະພາບການ ແລະ ຕົ້ນ ກໍາເນີດຂອງກອງພັນໃຫຍ່ 642, ພາກທີ II ການເຕີບໃຫຍ່ຂະຫຍາຍ ຕົວນັບ ແຕ່ປີ 1992-2022, ພາກທີ III ເສີມຂະຫຍາຍມູນ ເຊື້ອຂອງກອງພັນໃຫຍ່ 642 ແລະ ພາກທີ IV ພາກສະຫຼຸບ, ວາ ລະດໍາເນີນໂຄງການ 2 ປີ. ໃນ ກອງປະຊຸມໄດ້ປຶກສາຫາລືຫຼາຍ ບັນຫາສຳຄັນເປັນຕົ້ນແມ່ນ: ການຊອກແຫຼ່ງຂໍ້ມູນເພີ່ມເຕີມ, ການຈັດໜ້າ, ຮູບແບບຕົວໜັງສື, ການໃສ່ຕົວເລກຫົວຂໍ້ ແລະ ອື່ນໆ ເພື່ອເຮັດໃຫ້ບົດມູນເຊື້ອດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ. ຫ້ອງການບໍລິຫານ ກອງບັນ ຊາການທະຫານແຂວງສາລະ ວັນ: ໄດ້ປະກາດຈັດຕັ້ງແຕ່ງ ຕັ້ງຂັ້ນພະແນກ ແລະ ຍົກຍ້າຍ ນາຍທະຫານໄປເຮັດໜ້າທີ່ໃໝ່ ຈຳນວນ 4 ສະຫາຍ. ໃນນັ້ນ, ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ຈະເລີນ ໄຊຍະວົງສາ ຮອງຫົວ ໜ້າພະແນກສັງລວມ ເປັນຮັກສາ ການຫົວໜ້າພະແນກສັງລວມ, ສະຫາຍ ຮ້ອຍເອກ ນາງ ລິດສະ ໄໝ ຄຳສຸວັນ ຊ່ວຍວຽກພະແນກ ສັງລວມ ເປັນຮັກສາການຮອງ ຫົວໜ້າພະແນກສັງລວມ, ສະຫາຍ ຮ້ອຍເອກ ນາງ ບົວຜັນ ຕົ້ນສີສຸມັງ ໄປຊ່ວຍວຽກພະແນກວິທະຍາ ສາດ-ປະຫວັດສາດການທະຫານ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ທອງໄມ ແກ້ວບຸນມາ ຊ່ວຍວຽກ ພະແນກພົວພັນຕ່າງປະເທດ ໄປຊ່ວຍວຽກພະແນກວິທະຍາ ສາດ-ປະຫວັດສາດການທະ ຫານ. ນອກຈາກນັ້ນ, ຍັງຜ່ານຂໍ້ ຕົກລົງແຕ່ງຕັ້ງເພີ່ມກ່ຽວກັບໜ້າ ທີ່ວຽກງານ ແລະ ແຈ້ງການອີກ ຈຳນວນໜຶ່ງ. ພະແນກໂຄສະນາກອງພົນທີ 3: ໄດ້ເຄື່ອນໄຫວປະກວດນັກ ຮ້ອງສຽງດີຢູ່ບັນດາກົມກອງ ຮາກຖານ ເພື່ອຄັດເລືອກເອົາ ນັກຮ້ອງ-ນັກຂັບລໍາສຽງດີເປັນ ຕົວແທນແກ່ກອງພົນທີ 3 ກະ ກຽມເຂົ້າຮ່ວມງານແຂ່ງຂັນ ນັກຮ້ອງ-ນັກຂັບລໍາສຽງດີທົ່ວ ກອງທັບ ຄັ້ງທີ IV ຈະຈັດຂຶ້ນໃນ ມໍ່ໆນີ້, ເພື່ອສ້າງຂະບວນການຂໍ່າ ນັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງ ກອງທັບ ໃຫ້ເປັນຂະບວນການ ຟົດຟື້ນ, ການລົງເຄື່ອນໄຫວ ໃນຄັ້ງນີ້, ລວມມີ 7 ກົມກອງຄື: ກອງພັນ 407, ກອງພັນ 424, ກອງພັນ 612, ກອງພັນ 563, ກອງພັນ 408, ກອງພັນ 417 ແລະ ກອງຮ້ອຍ 153 ມີຜູ້ເຂົ້າ ຮ່ວມປະກວດທັງໝົດ 70 ສະ ຫາຍ. ກອງພັນໃຫຍ່ 279: ໄດ້ປະກາດເລື່ອນຊັ້ນຂັ້ນນາຍ ສີບໃນກົມກອງໝົດ 96 ສະຫາຍ, ໃນນີ້, ເລື່ອນຊັ້ນສີິບເອກຂຶ້ນວາ ທີ 76 ສະຫາຍ,ເລື່ອນຊັ້ນສີິບ ໂທຂຶ້ນສິບເອກ 13 ສະຫາຍ, ເລື່ອນຊັ້ນສິບຕີ ຂຶ້ນ ສິບໂທ 7 ສະຫາຍ. ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ບຸນປໍ ໄຊ ວົງສາ ຮອງຫົວໜ້າການທະ ຫານກອງພັນໃຫຍ່ 279. ກອງຮ້ອຍ 25 ທະຫານ ແຂວງຫຼວງນໍ້າທາ: ໄດ້ປິດຊຸດ ອົບຮົມ-ຫັດແອບການເມືອງ, ການທະຫານ,ພະລາທິການ-ເຕັກ ນິກ ແລະ ວິຊາສະເພາະຂອງເຫຼົ່າ ຮົບ, ເຊິ່ງຜ່ານການອົບຮົມ-ຫັດ ແອບທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ໄລຍະ 150 ວັນຜ່ານມາ ສາມາດຕີລາ ຄາຜົນໄດ້ຮັບພາກການເມືອງ 86,14%, ພາກລະບຽບ 82,63% ພາກພະລາທິການ-ເຕັກນິກ 89,13%, ພາກສິລະ ປະຍຸດ 99,23% ແລະ ພາກຍຸດ ທະວິທີວິຊາສະເພາະຂອງເຫຼົ່າ ຮົບ 96,43%. ກອງພົນທີ 3: ໄດ້ປະກາດ ການອະນຸມັດໃຫ້ພະນັກງານພັກ ການຮັບອຸດໜູນເທື່ອດຽວ, ຕາມຂໍ້ຕົກລົງຂອງຄະນະພັກກະ ຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານ ພັກການຮັບອຸດໜູນຢູ່ກອງພົນທີ 3 ຈໍານວນ 8 ສະຫາຍ, ໃນນັ້ນ ມີ ຊັ້ນຮ້ອຍເອກ 4 ສະຫາຍ ແລະ ຊັ້ນຮ້ອຍໂທ 4 ສະຫາຍ. ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ຄໍາສິງ ສາຍຍອດອູ ຮອງ ຫົວໜ້າຫ້ອງການເມືອງກອງພົນ ທີ 3. ວິທະຍາຄານກົມມະດໍາ: ໄດ້ປະກາດແຕ່ງຕັ້ງບົ່ງຕົວຄະນະ ໜ່ວຍຊາວໜຸ່ມຮາກຖານຫ້ອງ ພະລາທິການ, ກອງພັນທີ 1, 2, 3, 5 ແລະ ກອງພັນທີ 7, ພ້ອມ ກັນນັ້ນ, ໄດ້ປະກາດແຕ່ງຕັ້ງຄະ ນະໜ່ວຍສະຫະພັນແມ່ຍິງຊຸດ ໃໝ່ ຫ້ອງການເມືອງ, ກອງພັນທີ 3 ແລະ ກອງພັນທີ 4, ທັງນີ້, ເພື່ອເປັນການປັບປຸງການຈັດຕັ້ງ ຂອງຊາວໜຸ່ມ-ສະຫະພັນແມ່ຍິງ ຢູ່ວິທະຍາຄານ ກົມມະດຳໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງສາ ມາດຊີ້ນຳ-ນໍາພາສະມາຊິກ ເຄື່ອນໄຫວວຽກງານຕາມພາລະ ບົດບາດຂອງຕົນ. ກອງຮ້ອຍຊ່າງແສງ ກອງ ພັນໃຫຍ່ 302 ກອງພົນທີ 3: ໄດ້ ເຄື່ອນໄຫວກວດກາ, ເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ຢູ່ໃນຂອບເຂດກົມກອງຮັບຜິດ ຊອບ, ໂດຍການເກັບກູ້ລະເບີດໃນ ຄັ້ງນີ້, ຄົ້ນພົບລູກບົມ 250 ແລະ ລູກຄົກ 60 ພ້ອມທັງໄດ້ທໍາລາຍ ສໍາເລັດຮັບປະກັນຄວາມປອດໄພ 100%. ກອງຮ້ອຍໂຮງໝໍ ກອງພັນ ໃຫຍ່ 202 ກອງພົນທີ 2: ໄດ້ຈັດ ກິດຈະກຳແຂ່ງຂັນກີລາບານສົ່ງ ອາວຸໂສ ແລະ ບານສົ່ງຍິງ ຮ່ວມ ກັບກອງພັນ 224 ໂຮງໝໍກອງ ພົນທີ 2 ເພື່ອສ້າງຂະບວນການ ຂໍ່ານັບຮອບຕ້ອນວັນສໍາຄັນ ຕ່າງໆເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ວັນສ້າງຕັ້ງກອງທັບຄົບ ຮອບ 72 ປີ ໃຫ້ມີບັນຍາກາດຟົດ ຟື້ນກວ້າງຂວາງ, ທັງເປັນການ ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງພະນັກງານ-ນັກຮົບ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ