ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດຮັບຮອງທະຫານເມືອງແກ້ວອຸດົມເປັນກອງວັດທະນະທຳສະໄໝທີ I
ເວລາອອກຂ່າວ: 2020-10-16 20:14:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ພິທີປະກາດຮັບຮອງ ແລະ ມອບໃບຢັ້ງຢືນກອງບັນຊາການ ທະຫານເມືອງແກ້ວອຸດົມ ເປັນ ກອງວັດທະນະທຳ-ນັກຮົບວັດທະ ນະທຳສະໄໝ ທີ I , ໄດ້ຈັດຂຶ້ນ ໃນ ວັນທີ 15 ຕຸລາ 2020 ນີ້, ໂດຍ ການເປັນກຽດເຂົ້າຮ່ວມເປັນປະ ທານຂອງ ສະຫາຍ ພົນຈັດຕະ ວາບຸນມາ ວົງດາລາແສນ ກຳມະ ການພັກແຂວງເລຂາຄະນະພັກ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງວຽງຈັນ, ມີສະຫາຍ ພັນເອກ ຄຳຂື່ນ ເລີດ ສະໄຫວ ຮັກສາການຫົວໜ້າກົມ ໂຄສະນາ-ອົບຮົມກົມໃຫຍ່ການ ເມືອງກອງທັບ, ມີສະຫາຍ ເທບ ພະໄທ ແກ້ວເຂັມເພັດ ກຳມະການ ພັກແຂວງ ເລຂາພັກເມືອງເຈົ້າ ເມືອງໆແກ້ວອຸດົມ, ມີບັນດາສະ ຫາຍໃນຄະນະພັກ-ຄະນະບັນ ຊາ, ພະແນກວັດທະນະທຳ, ກອງ ບັນຊາການທະຫານເມືອງ 11 ເມືອງ, ກົມກອງແຂກຖືກເຊີນ ຈາກແຂວງ, ເມືອງອຳນາດການ ປົກ ຄອງເມືອງ ຕະຫຼອດຮອດນາຍ ແລະ ພົນທະຫານກອງບັນຊາ ການທະຫານເມືອງແກ້ວອຸດົມ ເຂົ້າຮ່ວມ. ສະຫາຍ ພັນໂທ ອໍາມາລາ ຈັນທະວົງ ເລຂາຄະນະພັກຫົວ ໜ້າການທະຫານກອງບັນຊາ ການທະຫານເມືອງແກ້ວອຸດົມ, ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ ການກໍ່ສ້າງກອງວັດທະນະທຳ-ນັກຮົບວັດທະນະທໍາ ຕາມ 5 ມາດ ຖານ ທີ່ກົມໂຄສະນາ-ອົບຮົມກົມ ໃຫຍ່ການເມືອງກອງທັບວາງ ອອກ, ຕິດພັນກັບຂະບວນການ ສ້າງພັກໜ່ວຍ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ ນຳມາ ຈັດຕັ້ງຜັນຂະຫຍາຍຢູ່ພາຍໃນ ກົມກອງຂອງຕົນ, ຜ່ານການປັບ ປຸງກໍ່ສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳ ໃນໄລຍະ ຜ່ານມາເຫັນວ່າພະນັກງານ-ນັກ ຮົບ ມີຄວາມກະຕືລືລົ້ນ ແລະ ເຂົ້າ ໃຈແຈ້ງຕໍ່ແນວທາງປ່ຽນແປງ ໃໝ່ຂອງພັກ-ລັດ ເພື່ອປັບປຸງກໍ່ ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງ ກາຍເປັນກອງທັບ ປະຕິວັດທີ່ມີ ແບບແຜນທັນສະໄໝ. ໃນນີ້ຄະ ນະພັກ-ຄະນະບັນຊາ, ພະນັກ ງານ- ນັກຮົບພາຍໃນກົມກອງໄດ້ ພ້ອມພຽງກັນປຸກລະດົມທຸກທ່າ ແຮງເຂົ້າໃນຂະບວນການປັບປຸງ ກໍ່ສ້າງກົມກອງເຮັດໃຫ້ກົມກອງ ມີໃບໜ້າອັນໃໝ່ເຊັ່ນ: ລະບົບ ຫ້ອງການ, ຫໍຂ່າວ, ເຮືອນນອນ, ເຮືອນຄົວກິນ, ລະບົບເສັ້ນທາງ ອ້ອມຄ້າຍ, ປະຕູໂຂງ ແລະ ອື່ນໆ ເຫັນວ່າມີຫຼາຍອັນທີ່ພົ້ນເດັ່ນ ນັ້ນຍ້ອນຄວາມເອົາໃຈໃສ່ໃກ້ຊິດ ຕິດແທດຂອງຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງວຽງຈັນ ໃນການປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມທັນ ສະໄໝ, ພະນັກງານ-ນັກຮົບ ມີ ຄວາມຫ້າວຫັນ, ມີສະຕິຕື່ນຕົວສູງ ກຽມພ້ອມເຮັດສຳເລັດໜ້າທີ່ ທີ່ ການຈັດຕັ້ງຂັ້ນເທິງມອບໝາຍ ຈາກນັ້ນ, ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຄະນະພັກກອງບັນ ຊາການຮອງຫົວໜ້າຫ້ອງການ ເມືອງ ທະຫານແຂວງວຽງຈັນ, ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງ ບັນຊາການທະຫານແຂວງວຽງ ຈັນ ວ່າດ້ວຍການຮັບຮອງ ແລະ ມອບໃບຢັ້ງຢືນໃຫ້ກອງບັນຊາ ການທະຫານເມືອງແກ້ວອຸດົມ ເປັນກອງວັດທະນະທຳສະໄໝທີ 1 ໃນສົກ 2020, ເປັນກຽດຂຶ້ນ ມອບໃບຢັ້ງຢືນໂດຍແມ່ນ ສະ ຫາຍ ພົນຈັດຕະວາ ບຸນມາ ວົງ ດາລາແສນ ແລະ ສະຫາຍ ພັນ ເອກ ຄຳເຄນ ອຸດຕະມາ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງວຽງຈັນ ຂຶ້ນມອບ ຢ່າງສົມກຽດ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ