ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກຫ້ອງວ່າການກະຊວງປ້ອງກັນປະເທດຕີລາຄາການນຳພາປະຈຳໄຕມາດທີ III
ເວລາອອກຂ່າວ: 2020-10-16 20:23:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 16 ຕຸລາ 2020 ນີ້, ຫ້ອງວ່າການກະຊວງປ້ອງ ກັນປະເທດໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການນຳພາຂອງ ຄະນະພັກອົງການຫ້ອງວ່າການ ກະຊວງປ້ອງກັນປະເທດປະຈຳ ໄຕມາດທີ III ແລະ ວາງທິດ ການແຜນການປະຈຳໄຕມາດ IV ຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ຄຳສີ ວົງ ຄຳຊາວ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາ ຄະນະພັກອົງການ ຫົວໜ້າຫ້ອງ ວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ພະແນກການຕະ ຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ໄພວັນ ຈັນ ທະພົມມາ ຮອງເລຂາຄະນະພັກ ອົງການຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຂຶ້ນ ຜ່ານບົດສະຫຼຸບຕີລາຄາການນຳ ພາຂອງຄະນະພັກປະຈຳໄຕມາດ ທີ III ແລະ ຜ່ານທິດທາງແຜນການ ທີ່ຈະສຸມໃສ່ໃນໄຕມາດ IV ປີ 2020, ເຊິ່ງການຊີ້ນໍາ-ນໍາພາຂອງ ຄະນະພັກອົງການຫ້ອງວ່າການ ກະຊວງ ກໍຄືຄະນະພັກແຕ່ລະຂັ້ນ ໃນໄຕມາດທີ່ຜ່ານມາ ພວກເຮົາ ໄດ້ຕັ້ງ ໜ້າຊີ້ນໍາການຈັດຕັ້ງຜັນຂະ ຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກກະຊວງ, ມະຕິວ່າດ້ວຍ 4 ໜ້າທີ່ ໃຫຍ່ 26 ແຜນງານ ແລະ ຜັນຂະຫຍາຍມະຕິ ຂອງກອງປະຊຸມ ໃຫຍ່ຄັ້ງທີ IV ຂອງຄະນະພັກອົງການຫ້ອງວ່າ ການກະຊວງຢ່າງມີຈຸດສຸມ ແລະ ແທດເໜາະຕົວຈິງ ແຕ່ຂັ້ນອົງການ ລົງຮອດ ບັນດາກົມກອງອ້ອມຂ້າງ, ເຊິ່ງ ມີຜົນສໍາເລັດໃນຫຼາຍດ້ານ. ພ້ອມນັ້ນ, ກໍໄດ້ສຸມໃສ່ຊີ້ນໍາຢ່າງໃກ້ ຊິດຕໍ່ວຽກງານຮັບປະກັນຄວາມ ສະຫງົບປອດໄພໃຫ້ແກ່ການນໍາ ຂັ້ນສູງ, ສໍານັກງານອົງການ, ຄ້າຍ ຄູ, ວັດຖຸ-ພາຫະນະເຕັກນິກ, ເອກະ ສານທີ່ສໍາຄັນ, ເກັບກໍາ ແລະ ຕິດ ຕາມສະພາບການເຄື່ອນໄຫວຂອງ ສັດ ຕູ, ກຸ່ມຄົນບໍ່ດີ ແລະ ປະກົດການ ຫຍໍ້ທໍ້ຕ່າງໆໃນຂອບເຂດກົມກອງ ຮັບຜິດຊອບໃຫ້ມີຄວາມປອດໄພ 100%. ປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະນໍາກະ ຊວງຄື: ວຽກງານຄົ້ນຄວ້າ-ສັງ ລວມ, ວຽກພົວພັນ-ຮ່ວມມືກັບຕ່າງ ປະເທດ ແລະ ວຽກງານຄຸ້ມຄອງ ເສດຖະກິດ. ນອກນັ້ນ, ກໍລົງຊຸກຍູ້ ບັນດາກົມກອງກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2019-2020 ແລະ ເປີດ ກອງປະຊຸມສະຫຼຸບການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈໍາປີ 2019-2020 ແລະ ມອບໃບຢັ້ງຢືນ. ໃນວາລະ ດໍາເນີນກອງປະຊຸມ, ຄະນະຜູ້ແທນ ກອງປະຊຸມແຕ່ລະສະຫາຍກໍໄດ້ ສຸມໃສ່ຄົ້ນຄ້ວາປະກອບຄໍາຄິດເຫັນ ໃສ່ເນື້ອໃນຕ່າງໆ ຂອງບົດສະຫຼຸບ ເຊິ່ງໄດ້ຍົກໃຫ້ເຫັນດ້ານຕັ້ງໜ້າ, ຜົນ ງານທີ່ເຮັດ ໄດ້, ບາງຈຸດອ່ອນທີ່ ຍັງຄົງຄ້າງ, ວິທີການແກ້ໄຂ ແລະ ໄດ້ເປັນເອກະພາບຕໍ່ທິດທາງແຜນ ການວຽກ ງານທີ່ຕ້ອງສຸມໃສ່ຊີ້ນໍາ-ນຳພາຂອງຄະນະພັກອົງການໃນ ຕໍ່ໜ້າ. ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກໍໄດ້ເນັ້ນໜັກໃຫ້ຄະນະຜູ້ແທນ ກອງປະຊຸມແຕ່ລະສະຫາຍເພີ່ມ ທະວີການນໍາພາຊີ້ນໍາວຽກງານ ປກຊ-ປກສ, ຮັບປະກັນສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງປະ ເທດຊາດ, ເອົາໃຈໃສ່ວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ເລິກເຊິ່ງແທດເຖິງແຕ່ລະ ເປົ້າໝາຍ. ຕັ້ງໝ້າສຶກສາອົບຮົມ ການເມືອງ-ແນວຄິດ, ອົບຮົມທາດ ແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂ ໃໝ່ໃຫ້ດີຕິດພັນກັບການເກັບກໍາສະ ພາບການເມືອງ-ແນວຄິດຂອງ ພະນັກງານ-ນັກຮົບ ທົ່ວອົງການ; ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມ ໃຫຍ່ຄັ້ງທີ X ຂອງ ພັກໄລຍະມ້ວນທ້າຍ, ມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ ໃຫ້ເລິກເຊິ່ງທົ່ວເຖິງ, ການສຶກສາ ອົບຮົມການເມືອງ-ແນວຄິດຕ້ອງ ແຫຼມຄົມ, ເຮັດດ້ວຍຫຼາຍຮູບການ, ຫຼາຍວິທີການ ແລະ ມີເນື້ອໃນອຸ ດົມສົມບູນ, ມີຊີວິດຊີວາເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງ ນະໂຍບາຍ, ລະບຽບກົດໝາຍຂອງ ລັດຢ່າງເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງ ແທ້ຈິງ: ພ້ອມນັ້ນ, ຕ້ອງຍູ້ຂະບວນ ການຕ່າງໆຂໍ່ານັບຮັບຕ້ອນວັນ ບຸນສໍາຄັນຕ່າງໆຂອງຊາດໃຫ້ມີ ຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຕັ້ງ ໜ້າປັບປຸງກໍ່ສ້າງກົມກອງ ໃຫ້ເຂັ້ມ ແຂງຮອບດ້ານ, ເພີ່ມທະວີການ ນໍາພາຂອງພັກ ຕິດພັນກັບການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສ້າງກົມກອງປອດໃສ ປອດໄພ ປອດຄະດີ ກົມກອງນັກ ຮົບວັດທະນະທໍາໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສທອດ ປ່ຽນແທນໃຫ້ຕໍ່ເນື່ອງ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ