ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະຫວັດຄວາມເປັນມາ ແລະ ຊື່ເອີ້ນຂອງຊົນເຜົ່າກະຕາງ
ເວລາອອກຂ່າວ: 2020-10-20 08:55:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 43 | ຄວາມນິຍົມ:



ປະຫວັດຄວາມເປັນມາ ແລະ ຊື່ເອີ້ນຂອງຊົນເຜົ່າ ກະຕາງ ອີງຕາມຂໍ້ມູນກົມຊົນເຜົ່າສູນກາງ ແນວລາວສ້າງຊາດໃຫ້ຮູ້ວ່າ: ຊົນ ເຜົ່າກະຕາງ ແມ່ນຊົນເຜົ່າໜຶ່ງ ທີ່ນອນໃນວົງຄະນະຍາດແຫ່ງ ຊາດລາວ. ກ່ອນພຸດທະສັງກະ ລາດ ສະໄໝເຈົ້າຈັນອາຫຼວຍ, ຊົນເຜົ່າກະຕາງ ພ້ອມກັບບັນດາ ຊົນເຜົ່າໃນໝວດພາສາມອນ-ຂະແມ, ສາຂາມອນບູຮານ ໄດ້ຕັ້ງຫຼັກປັກຖານຢູ່ພາກເໜືອ ແລະ ໄດ້ເຄື່ອນຍ້າຍເຂົ້າມາຕັ້ງ ພູມລໍາເນົາຢູ່ເຂດເມືອງນອງ, ເມືອງເຊໂປນ ໂດຍຜ່ານແຄວ້ນ ຫົງສາວະດີ ແຫ່ງອານາຈັກມອນ ປະເທດ ມຽນມາ ແລະ ແຄວ້ນລົບ ບູລີ ແຫ່ງອານາຈັກສະຫຍາມ.ຈາກນັ້ນ, ຈຶ່ງມີກຸ່ມຄົນຈໍານວນ ໜຶ່ງເຄື່ອນຍ້າຍມາຕັ້ງເຮືອນຊານ ຢູ່ບ້ານຕັ່ງຫວາຍ ແລະ ເຄື່ອນ ຍ້າຍລົງໄປທົ່ວທຸກເມືອງຂອງ ແຂວງສະຫວັນນະເຂດ ໃນປັດ ຈຸບັນ. ພ້ອມກັນນັ້ນ, ໄດ້ມີກຸ່ມຄົນ ຈໍານວນບໍ່ໜ້ອຍເຄື່ອນຍ້າຍລົງ ມາຢູ່ເຂດເມືອງຕຸ້ມລານ, ເມືອງ ສາລະວັນ ແຂວງສາລະວັນ ແລະ ກໍຂະຫຍາຍລົງໄປຢູ່ບາງ ເມືອງ ຂອງແຂວງ ຈໍາປາສັກ ຈົນ ຮອດປັດຈຸບັນ. ໃນສະໄໝນັ້ນ, ພັດມີກຸ່ມຄົນຊົນເຜົ່າ ກະຕາງ ຈໍາ ນວນໜຶ່ງໄດ້ພົບພະພຸດທະຮູບຢູ່ ໃນຖ້ໍາແຫ່ງໜຶ່ງແລ້ວກໍເອົາໄປໄວ້ ໃນເຮືອນແຕ່ມີຄົນຊົນເຜົ່າລາວ ພົບເຫັນກໍເລີຍຂໍເອົາວ່າຈະເອົາ ໄປໄວ້ຢູ່ແຄ້ວນຈໍາປາສັກ, ໃນຄະ ນະຂ້າມນໍ້າຂອງບ້ານເມືອງເກົ່າ, ເມືອງໂພນທອງ, ພະພຸດທະ ຮູບອົງນັ້ນຕົກນໍ້າ, ຜູ້ປົກຄອງ ແຄວັນ ຈໍາປາສັກ ໄດ້ປຸກລະດົມ ກໍາລັງຄົນບໍ່ຈັກວ່າເທົ່າໃດໝຸດ ນໍ້າຂອງເພື່ອລົງເອົາພະອົງນັ້ນ ຄືນມາ ໃຫ້ໄດ້ເຮັດໃຫ້ຜູ້ຄົນລົ້ມ ຕາຍຢ່າງຫຼວງຫຼາຍ, ແຕ່ກໍບໍ່ສາ ມາດເອົາພະອົງນັ້ນໄດ້. ດັ່ງນັ້ນ, ຜູ້ປົກຄອງແຄ້ວນ ຈໍາປາສັກ ສະ ໄໝນັ້ນໄດ້ແຕ່ງເສນາອາມາດ ຂອງພະອົງໄປນໍາເອົາຊົນເຜົ່າກະ ຕາງຢູ່ເຂດບ້ານ ທາດອິງຮັງ ເມືອງຄັນທະບູລີ ແຂວງສະຫວັນ ນະເຂດ ມາເອົາ ພະພຸດ ທະຮູບອົງ ນັ້ນ. ເຂົ້າເຈົ້າໝຸດນໍ້າຂອງບໍ່ພໍ ເທົ່າໃດກໍສາມາດນາໍເອົາພະ ພຸດທະຮູບອົງ ນັ້ນຂຶ້ນມາໄດ້ແລ້ວ ເອົາໄປໄວ້ວັດພະແກ້ວທີ່ ເມືອງ ເກົ່າຂຶ້ນກັບເມືອງໂພນທອງ, ແຂວງຈໍາປາສັກ, ນັບແຕ່ ນັ້ນມາເຈົ້າລາຊະການແຄ້ວນ ຈໍາປາສັກ ໄດ້ມອບໝາຍໃຫ້ເຂົາ ເຈົ້າເປັນຜູ້ປົກປັກຮັກສາພະພຸດ ທະຮູບອົງນັ້ນແລ້ວກໍກາຍເປັນ ຊື່ວ່າ: ຊົນເຜົ່າພະແກ້ວ. ຕົກມາ ໃນສະໄໝສັກດີນາ ສະຫຍາມເຂົ້າ ມາຮຸກຮານປະເທດລາວ. ພວກເຂົາໄດ້ເອົາພະພຸດທະຮູບ ອົງນັ້ນເມື່ອເມືອງສະຫຍາມ ເຊິ່ງ ໄດ້ແຫ່ແຕ່ເມືອງເກົ່າເມືອປະເທດ ພວກເຂົາ ໃນຄະນະນັ້ນ, ພັດມີ 6-7 ຄອບຄົວບໍ່ຍອມໄປປະເທດ ເຂົາໄດ້ໂຕນໜີເຂົ້າໄປລີ້ຊ່ອນຢູ່ ຕາມປ່າຕຶບດົງໜາ, ຍອດຫ້ວຍ ພູເຂົາ. ຜ່ານຂະບວນວິວັດແຫ່ງ ການດໍາລົງຄົງຕົວເຂົາ ເຈົ້າເຄື່ອນ ຍ້າຍລົງຢູ່ທົ່ງພຽງລວມມີ 8 ບ້ານຈົນຮອດປັດຈຸບັນ. ຊົນເຜົ່ານີ້, ເອີ້ນຕົນເອງວ່າ: “ບຣະຕາງ”, ຊົນເຜົ່າອື່ນເອີ້ນ ເຂົາເຈົ້າວ່າ “ກະຕາງ” ຊື່ທີ່ເຂົາ ເຈົ້າມັກ ແລະ ຊື່ທີ່ໃຊ້ທາງການ ໃນປັດຈຸບັນແມ່ນຊົນເຜົ່າ “ກະ ຕາງ”. ສໍາລັບຄວາມໝາຍຂອງ ຊື່ເອີ້ນທີ່ວ່າກະຕາງມາຈາກຄາໍ ທີ່ວ່າ: “ກະເຕີງ”ໝາຍເຖິງຂີ້ສູດ ປະກອບມີ 2 ແຊງ ເຜົ່າຄື: ກະ ຕາງ ແລະ ພະແກ້ວ; ຊີວິດ ທາງ ດ້ານເສດຖະກິດຂອງຊົນເຜົ່າ ກະ ຕາງສ່ວນຫຼາຍແມ່ນປະກອບ ອາຊີບທາງການກະເສດເປັນຕົ້ນ ການເຮັດໄຮ່, ເຮັດນາປູກເຂົ້າ ໜຽວ ນອກຈາກນີ້, ຍັງປູກພືດທີ່ ມີທາດແປ້ງ ແລະ ຜັກ ຕ່າງໆເພື່ອ ຮັບໃຊ້ຄອບຄົວ, ຊົນ ເຜົ່າ ກະຕາງ ນິຍົມລ້ຽງສັດປະເພດຕ່າງໆ ຄື: ງົວ, ຄວາຍ, ໝູ ແລະ ສັດປີກ ເພື່ອ ໄວ້ໃຊ້ໃນງານພິທີກໍາຕ່າງໆ. ຄຽງຄູ່ກັບການກະເສດເຂົາເຈົ້າ ຍັງຊໍານານໃນວິຊາຫັດຖະກໍາ ຈັກສານ ແລະ ການຊອກຫາ ເຄື່ອງປ່າຂອງດົງມາປຸງແຕ່ງ ເປັນອາຫານເພື່ອບໍລິໂພກໃນ ແຕ່ລະວັນ; ລັກສະນະເຮືອນ ຂອງຊົນເຜົ່າ ກະຕາງຕາມປະ ເພນີເຂົາເຈົ້າມັກປຸກເຮືອນ ແລະ ຢູ່ເຮືອນຮ້ານ, ການປະກອບ ສ້າງຂອງເຮືອນມີລັກສະນະ ກະທັດຮັດເບົາບາງ ໂດຍອາໄສ ອຸປະກອນຫາໄດ້ຕາມທໍາມະ ຊາດ, ປັດຈຸບັນເຂົາເຈົ້າກໍມີ ການປ່ຽນແປງຫັນມາປຸກເຮືອນ ແລະ ຢູ່ເຮືອນທີ່ມີລັກສະນະຄື ເຮືອນຂອງຊົນເຜົ່າຜູ້ໄທ. ການ ຈັດແບ່ງຫ້ອງຢູ່ພາຍໃນເຮືອນ ແມ່ນອີງຕາມຈໍານວນພົນໃນ ຄອບຄົວ ຮີດຄອງກ່ຽວກັບຂໍ້ຫ້າມ ແລະ ການຄະລໍາຢູ່ໃນເຮືອນບໍ່ ໃຫ້ວາງພາເຂົ້າຊື່ກັບຂື່ເຮືອນ; ໃນສະໄໝບູຮານຜູ້ ຊາຍຊົນເຜົ່າ ກະຕາງນຸ່ງກະຕ່ຽວ, ຈົ່ງຜົມ ຍາວ, ເກົ້າຜົມ, ບ່ອງຫູໃສ່ຕ້າງ (ຄືກັບແມ່ຍິງ) ທີ່ເຮັດດ້ວຍ ເງິນ ແລະ ກົ່ວ, ສັກຂາລາຍທີ່ສະ ແດງເຖິງຄວາມເກັ່ງກ້າ, ຄວາມ ຄົງມີລິດເດດ, ຕັດແຂ້ວ ແລະ ເອົາ ໜັງຄວາຍເຮັດເກີບ. ສາໍ ລັບ ແມ່ຍິງນຸ່ງສິ້ນ,ນຸ່ງ ເສື້ອ, ເກົ້າຜົມ, ບ່ອງຫູໃສ່ຕ້າງທີ່ເຮັດ ດ້ວຍເງິນ ແລະ ກົ່ວໃສ່ປອກແຂນ, ໝາກປັດໃສ່ຄໍ, ຍ້ອມແຂ້ວດ້ວຍ ການເອົາສີໄມ້ເມືອດ, ຍ່າງຕີນ ເປົ່າ ຫຼື ບາງຄັ້ງກໍຕັດໜັງຄວາຍ ເຮັດເກີບ, ພາຍຫຼັງຮູ້ຕໍ່າຜ້າ, ຕໍ່າ ຫູກ ພວກຜູ້ຊາຍຈຶ່ງຄ່ອຍມີຄວາມ ນິຍົມນຸ່ງໂສ້ງຂາສັ້ນແບບຊົນເຜົ່າ ຜູ້ໄທ. ເຄື່ອງນຸ່ງຂອງເຂົາເຈົ້າບໍ່ ວ່າຍິງ ຫຼື ຊາຍ ແມ່ນນຸ່ງເຄື່ອງ ສີດໍາຍ້ອມດ້ວຍນໍ້ານິນ, ເດັກນ້ອຍ ອາຍຸ 6 ປີລົງມາ ສ່ວນຫຼາຍບໍ່ ນຸ່ງເຄື່ອງ; ຊົນເຜົ່າ ກະຕາງ ມັກ ບໍລິໂພກເຂົ້າໜຽວ, ອາຫານ ປະເພດ ແກງ, ປີ້ງ, ຈີ່, ລາບດິບ, ກ້ອຍທີ່ມີລົດຊາດເຜັດ ແລະ ເຄັມ, ການປຸງແຕ່ງອາຫານມີຫົວສີໄຄ, ຂີງ, ຜັກຂິຄຸ. ອາຫານທີ່ເຂົາເຈົ້າ ບໍລິໂພກສ່ວນຫຼາຍແມ່ນມາຈາກ ທໍາມະຊາດເປັນຕົ້ນແມ່ນມີປາ, ຜັກປ່າ ແລະ ອື່ນໆ. ຊົນເຜົ່າ ກະ ຕາງມັກດື່ມເຫຼົ້າໄຫ, ດື່ມນໍ້າທີ່ ສະອາດ, ມັກສູບຢາປຸກໆດ້ວຍ ກອກດິນ, ກອກໄມ້ທີ່ເຂົາເຈົ້າປູກ ຢູ່ແຄມຫ້ວຍ ຫຼື ໄຮ່ໂດຍບໍ່ຈໍາ ແນກປະ ເພດ ແລະ ຮຸ່ນຄົນ; ຮີດ ຄອງປະເພນີຄວາມ ເຊື່ອຖື ແລະ ວັດທະນະທໍາຂອງຊົນເຜົ່າ ກະ ຕາງ ມີລັກສະນະຄ້າຍຄືກັບ ບັນດາຊົນເຜົ່າໃນຕະກຸນບຣູ. ເຂົາເຈົ້າມີຄວາມເຊື່ອຖືໃນເລື່ອງ ຜີ ເຊັ່ນ: ຜີພໍ່, ແມ່, ຜີບັນພະບູລຸດ (ຜີເຮືອນ),ຜີກະດຽດ (ຜີຮັກ ສາແຕ່ລະເຊັນຄົນ), ຜີກິນເຂົ້າ, ຜີນີ້ສໍາຄັນທີ່ສຸດຖ້າຜິດຕ້ອງຂ້າ ຄວາຍດໍາ ແລະ ຄວາຍດ່ອນ ເພື່ອ ຖວາຍ. ຄຽງຄູ່ກັບການ ເຊື່ຖືຜີ ນັ້ນ, ຊົນເຜົ່າ ກະຕາງ ມີຄວາມ ນິຍົມຮຽນວິຊາອາຄົມ, ຮຽນ ເວດມົນ, ກົນກະຖາ, ຮຽນເປັນ ໝໍດູ, ໝໍເຍົາ, ໝໍຜີແນໃສ່ ເຮັດໃຫ້ ຄົນອື່ນເຄົາລົບນັບຖືຕົນເອງ. ບຸນປະເພນີທີ່ສໍາຄັນຂອງຊົນ ເຜົ່າ ກະຕາງ ໃນຮອບປີໜຶ່ງໆເຂົາ ເຈົ້າຈະເຮັດບຸນປີໃໝ່. ເຊິ່ງພາສາ ເຂົາເຈົ້າເຮັດບຸນປີໃໝ່ແມ່ນ “ຈາງະ”. ນອກຈາກນັ້ນ, ຍັງມີ ພິທີກໍາລ້ຽງຜີ ເປັນຕົ້ນ: “ລາປຶບ” ໂດຍຈະມີການຂ້າຄວາຍເພື່ອ ຖວາຍຜີດັ່ງກ່າວ; ສໍາລັບດ້ານ ເຄື່ອງດົນຕີພື້ນເມືອງປະຈໍາເຜົ່າ ມີກອງ ແລະ ດ້ານສິລະປະວັນ ນະຄະດີ, ຊົນເຜົ່າ ກະຕາງ ມີ ບົດຮ້ອງທໍານອງເສບ, ກອນ ຂັບລໍາພື້ນສືບບູຮານ, ກອນຜະ ຫຍາ, ຄໍາສຸພາສິດ ແລະ ນິທານພື້ນ ເມືອງ; ພາສາຂອງຊົນເຜົ່າ ກະ ຕາງ ຈັດເຂົ້າໃນໝວດພາສາ ມອນ-ຂະແມ, ພາສາບຣູ ຫຼື ມອນ ບູຮານ, ເຂົາເຈົ້າມີຕົວໜັງສືຂຽນ ພາສາປາກເວົ້າຂອງຊົນເຜົ່າ ກະ ຕາງ ຄ້າຍຄືກັບພາສາປາກເວົ້າ ຂອງຊົນເຜົ່າ ຕຼີ, ມະກອງ, ຊ່ວຍ, ຕະໂອ້ຍ, ປະໂກະ, ເຂົາເຈົ້າສາ ມາດເວົ້າພາສາລາວໄດ້ດີ, ເຊິ່ງ ມີຄວາມສະດວກໃນການພົວພັນ ແລກປ່ຽນເສດຖະກິດ, ວັດທະນະທໍາກັບບັນດາຊົນເຜົ່າເຫຼົ່າ ນັ້ນໄດ້ດີ ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ