ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຍ້ອນຄວາມທຸ່ມເທ ແລະ ມຸ່ງໝັ້ນຂອງບໍລິສັດຜູ້ຮັບເໝົາກໍ່ສ້າງຈຶ່ງເຮັດໃຫ້ໂຄງການສຳເລັດກ່ອນກຳໜົດ
ເວລາອອກຂ່າວ: 2020-10-20 08:57:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໂຄງການກໍ່ສ້າງອະນຸສາວະລີ ນັກບິນທະຫານອະດີດສະຫະພາບ ໂຊວຽດ ເປັນໂຄງການຮ່ວມມື ຂອງສອງປະເທດ ກໍຄືສອງລັດ ຖະບານ, ລາວ-ຣັດເຊຍ ໂດຍແມ່ນ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວເປັນເຈົ້າຂອງໂຄງ ການ,ຈຸດປະສົງຂອງໂຄງການ ສ້າງຂຶ້ນເພື່ອເປັນການຈາລຶກ ຜົນງານ ແລະ ຄຸນງາມຄວາມ ດີຂອງນັກບິນທະຫານອະດີດ ສະຫະພາບໂຊວຽດ ທີ່ໄດ້ປະ ກອບສ່ວນປະຕິບັດໜ້າທີ່ຕໍ່ສູ້ກູ້ ຊາດຕ້ານກັບຈັກກະພັດຜູ້ຮຸກ ຮານຢູ່ລາວໃນສະໄໝສົງຄາມ, ທັງເປັນການປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອ ຂອງທັງສອງປະເທດ ໂດຍສະ ເພາະໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງການພົວພັນທາງ ການ ທູດ ລາວ - ຣັດເຊຍ ໃນປີ 2020 ນີ້ ແລະ ຈະກາຍເປັນສັນຍາລັກ ຂອງການຮ່ວມມືໃນໄລຍະໃໝ່ ຂອງທັງສອງປະເທດ, ເຊິ່ງ ກະຊວງປ້ອງກັນກັນ ປະເທດ ໃນນາມເປັນເຈົ້າຂອງໂຄງການ ໄດ້ມອບໝາຍໃຫ້ ບໍລິສັດ ສຸພັດ ທອນທີ່ປືກສາ ແລະ ບໍລິການ (scs) ເປັນຜູ້ ຮັບເໝົາກໍ່ສ້າງ ໂດຍ ແມ່ນບໍລິສັດເປັນຜູ້ອອກທຶນ ກ່ອນ. ທ່ານ ສົມພັດ ສຸພັດທອນ ຜູ້ ອໍານວຍການບໍລິສັດໄດ້ໃຫ້ຮູ້ວ່າ ດ້ວຍຄວາມເຊື່ອໝັ້ນ ແລະ ໄວ້ວາງ ໃຈຕໍ່ບໍລິສັດ, ກະຊວງປ້ອງກັນ ປະເທດຈິ່ງໄດ້ມອບໝາຍໃຫ້ ບໍລິສັດຂອງຂ້າພະເຈົ້າເປັນຜູ້ຮັບ ເໝົາກໍ່ສ້າງ. ສະນັ້ນ, ທັງສອງ ຝ່າຍຈິ່ງໄດ້ລົງນາມໂຄງການກໍ່ ສ້າງຮ່ວມກັນໃນຕົ້ນເດືອນມິຖຸນາ 2020 ທີ່ຜ່ານມາ, ເຊິ່ງໃນສັນ ຍາກໍ່ສ້າງໃຊ້ເວລາ 6 ເດືອນໃຫ້ ສຳເລັດ, ພາຍຫຼັງລົງນາມບໍລິ ສັດ ຈຶ່ງໄດ້ຮີບຮ້ອນລົງມືກໍ່ສ້າງ ດ້ວຍຄວາມຂຸ້ນຂ້ຽວ ແລະ ເອົາ ໃຈໃສ່ຢ່າງຕໍ່ເນື່ອງ ເຖິງວ່າຈະ ປະສົບບັນຫາອຸປະສັກ ເປັນຕົ້ນ ແມ່ນສະພາບດິນຟ້າອາກາດ (ເພາະຢູ່ໃນໄລຍະລະດູຝົນ)ແຕ່ ບໍລິສັດກໍຖືສຳຄັນ ແລະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຮັບ ຜິດຊອບ, ສຸມເຫື່ອແຮງ ແລະ ສະ ຕິປັນຍາຢ່າງເອົາຈິງເອົາຈັງ, ຈຶ່ງເຮັດໃຫ້ໜ້າວຽກສຳເລັດລົງ ກ່ອນກຳນົດ 3 ເດືອນ ຜູ້ອໍານວຍການ ບໍລິສັດໄດ້ ກ່າວຕື່ມວ່າ: ໂຄງການດັ່ງ ກ່າວຕັ້ງຢູ່ບ້ານອາກາດເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ, ແຄມຖະໜົນ ສຸພານຸວົງ ໃນເນື້ອທີ່ 400 ກວ່າຕາແມັດ(ສະ ເພາະຖານ)ສ້າງດ້ວຍເບຕົງເສີມ ເຫຼັກທີ່ແໜ້ນໜາ ແລະ ຮັບປະກັນ ຄວາມທົນທານ. ນອກນັ້ນ, ຍັງ ມີຮົ້ວ ແລະ ກຳແພງອ້ອມຮອບ, ພ້ອມດ້ວຍປູກຫຍ້າ ແລະ ດອກ ໄມ້ເພື່ອປະດັບປະດາໃຫ້ມີຄວາມ ໂດດເດັ່ນສວຍງາມ ແລະ ໃນກາງ ເດືອນຕຸລາຜ່ານມາ, ຄະນະນຳ ຂອງກະຊວງປ້ອງກັນປະເທດ ແລະ ກຳມະການຮັບຜິດຊອບທຸກ ພາກສ່ວນໄດ້ລົງມາກວດກາ ຄວາມຄືບໜ້າກໍຄືຜົນສຳເລັດ ຂອງໂຄງການດັ່ງກ່າວ ເຊິ່ງຄາດ ວ່າຈະເປີດນຳໃຊ້ຢ່າງເປັນທາງ ການໃນມໍ່ໆນີ້. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ