ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສ້າງເສດຖະກິດເດີມຂອງຄອບຄົວຕາມຍຸກສະໄໝຂອງສັງຄົມ
ເວລາອອກຂ່າວ: 2020-10-21 08:35:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ທ່ານນາງ ສົດໃສ ຂຸນລິວົງ ເຈົ້າ ຂອງຮ້ານປີ້ງແບ້ ແກ້ວຄູນເມືອງ ສາຂາ 2 ໄດ້ກ່າວໃຫ້ຮູ້ເຖິງການ ດຳເນີນທຸລະກິດຮ້ານປີ້ງແບ້ ເປັນທຸລະກິດເດີມຂອງຄອບຄົວ ທີ່ພໍ່ ແລະ ແມ່ ໄດ້ສ້າງຂຶ້ນມານັບ ເປັນເວລາ 50 ກວ່າປີ, ເປັນຮ້ານ ປີ້ງແບ້ຮ້ານທຳອິດໃນນະຄອນ ຫຼວງວຽງຈັນ ຈົນມາເຖິງປັດ ຈຸບັນໄດ້ພັດທະນາອອກກວ້າງ ຂວາງກວ່າເກົ່າ ແລະ ໄດ້ມີການ ປັບປຸງລາຍການອາຫານໃຫ້ມີ ຫຼາກຫຼາຍລາຍການ, ສາມາດ ເປັນທີ່ຍອມຮັບຂອງນັກຊີມທັງ ຫຼາຍ, ຈາກປະສົບການທີ່ຢູ່ໃນ ຄອບຄົວ ແລະ ໄດ້ຮຽນຮູ້ວິທີ ຕ່າງໆໃນການນຳເອົາແບ້ມາ ປຸງແຕ່ງເປັນອາຫານໄດ້ຫຼາກ ຫຼາຍຊະນິດເຊັ່ນ: ແລມໂບ້ແບ້, ຜັດເຜັດແບ້, ອົ່ວເລືອດແບ້, ຜັດ ຊີ້ນແບ້ພິກໄທດຳ, ຈຸ່ມເພ້ຍພ້ອມ ນີ້, ຮ້ານປີ້ງແບ້ແກ້ວຄູນເມືອງ ສາຂາ 2 ຍັງມີປີ້ງຫໍາແບ້,ກ້ອຍ ຫໍາແບ້ ແລະ ຫໍາແບ້ແຊ່ນໍ້າປາ ອີກດ້ວຍ. ແຕ່ສໍາລັບລາຍການ ທີ່ລູກຄ້ານິຍົມຮັບປະທານກັນ ຫຼາຍທີ່ສຸດກໍຄື ປີ້ງແບ້ ເຊິ່ງເປັນ ລາຍການເດັດດ້ວຍລົດຊາດທີ່ ມີສູດສະເພາະຂອງຮ້ານແກ້ວ ຄູນເມືອງເທົ່ານັ້ນ, ມີວິທີການ ໝັກຊີ້ນແບ້ດ້ວຍເຄື່ອງເທດທີ່ ຄັດເລືອກມາເປັນພິເສດ ແລະ ແຈ່ວສູດເດັດທີ່ປຸງແຕ່ງໃໝ່ ທຸກວັນ. ນອກນີ້, ຮ້ານຂອງ ພວກເຮົາໃສ່ໃຈໃນເລື່ອງຄຸນນະ ພາບອາຫານເພື່ອໃຫ້ໄດ້ລົດຊາດ ດີທີ່ສຸດໃຫ້ທຸກທ່ານໄດ້ຮັບປະ ທານປີ້ງແບ້ທີ່ມີລົດຊາດທີ່ແທ້ຈິງ ຂອງຊີ້ນແບ້ ແລະ ກໍຄຳນຶງເຖິງ ລູກຄ້າທຸກທ່ານທີ່ເຂົ້າມາໃຊ້ບໍລິການໃນຮ້ານໃຫ້ເກີດຄວາມ ສຸກໃນການຮັບປະທານອາຫານ ໄປພ້ອມກັບການບໍລິການທີ່ສົມ ບູນແບບທຸກຢ່າງເພື່ອຕ້ອນຮັບ ລູກຄ້າທຸກທ່ານດ້ວຍການອອກ ແບບຂອງຮ້ານເນັ້ນທີ່ຄວາມ ສະອາດ, ບັນຍາກາດຮົ່ມເຢັນນັ່ງ ສະບາຍຜ່ອນຄາຍ, ເປັນກັນເອງ ເໝາະສຳຫຼັບການພົບປະສັງສັນຂອງກຸ່ມໝູ່ເພື່ອນ, ນັກທຸລະກິດ, ກຸ່ມພະນັກງານບໍລິສັດ ແລະ ທຸກ ທ່ານທີ່ນິຍົມຮັບປະທານປີ້ງແບ້. ຮ້ານປີ້ງແບ້ແກ້ວຄູນເມືອງສາ ຂາ 2 ໄດ້ເປີດບໍລິການໃນວັນ ທີ 17 ຕຸລາຜ່ານມາ, ເຊິ່ງສະຖານ ທີ່ຕັ້ງຢູ່ບ້ານນາຄຳ ເມືອງສີໂຄດ ຕະບອງ ນະຄອນຫຼວງວຽງຈັນ ຕິດກັບພັດທະຄານດາວຄຳ ເຊີນ ທຸກທ່ານທັງຫຼາຍໄປຊີມ ລົດຊາດຊີ້ນແບ້ມີສັບພະຄຸນຫຼາຍ ຢ່າງ ໃນການບຳບຸງຮັກສາສຸຂະ ພາບ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ