ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄົບຮອບ 10 ປີ
ເວລາອອກຂ່າວ: 2020-10-22 10:22:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ວັນທີ 21 ຕຸລາ 2020 ນີ້, ຢູ່ ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະ ເທດໄດ້ຈັດຕັ້ງກອງປະຊຸມສະຫຼຸບ ຖອດຖອນບົດຮຽນວຽກງານ ປ້ອງກັນຊາດ ແລະ ຄວາມໝັ້ນຄົງ ອາຊຽນຄົບຮອບ 10 ປີ (2007- 2016) ຂຶ້ນໂດຍການເປັນປະ ທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີຄະນະ ພັກ-ຄະນະບັນຊາກົມວິທະຍາ ສາດ-ປະຫວັດສາດການທະຫານແລະ ບັນດາກົມກອງອ້ອມຂ້າງ ກະຊວງບັນດາຜູ້ຕາງໜ້າຈາກວິທະຍາຄານບັນດາສະຫາຍຜູ້ເຮັດ ວຽກພົວພັນຕ່າງປະເທດກົມກອງ ອ້ອມຂ້າງກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມ ສະຫງົບເຂົ້າຮ່ວມ. ກອງປະຊຸມ ສະຫາຍ ພົນຈັດຕະ ວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນປະ ເທດໄດ້ສະຫຼຸບຄືນວຽກງານປ້ອງ ກັນຊາດແລະຄວາມໝັ້ນຄົງອາ ຊຽນ ຄົບຮອບ 10 ປີຜ່ານມາ ເຫັນ ວ່າສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຫຼື ເອີ້ນກັນ ວ່ານາດີ (NADI) ມີຈຸດປະສົງ ເພື່ອສະໜັບສະໜູນ ແລະ ສະໜອງ ຂໍ້ມູນຕ່າງໆທີ່ເປັນແນວຄວາມຄິດ ໃໝ່ໆ ແລະ ແຜນນະໂຍບາຍປ້ອງ ກັນຊາດ, ຄວາມໝັ້ນຄົງໃຫ້ແກ່ ລັດຖະມົນຕີປ້ອງກັນປະເທດອາ ຊຽນໃນການເຂົ້າຮ່ວມກອງປະຊຸມ ເຄືອຂ່າຍຄວາມໝັ້ນຄົງອາຊຽນ NADI ທີ່ໄດ້ຜັດປ່ຽນກັນຈັດກອງ ປະຊຸມຂຶ້ນໃນແຕ່ລະປີລຽງຕາມ ຕົວອັກສອນຄືກັນກັບກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາ ຊຽນ ຫຼື ເອດີ ເອັມເອັມ (ADMM) . ຈຸດປະສົງຂອງ NADI ແມ່ນ ເພື່ອສ້າງກາລະໂອກາດໃຫ້ແກ່ ບັນດານັກຄົ້ນຄວ້າໄດ້ຮ່ວມກັນ ຄົ້ນຄວ້າກັບສະຖາບັນປ້ອງກັນ ຊາດຂອງແຕ່ລະປະເທດ ເພື່ອມາປຶກສາຫາລືກ່ຽວກັບການຮ່ວມມືຂອງ (ADMM) ແລະ ADMM ບວກ ເພື່ອຍົກເອົາບັນຫາວຽກຂຶ້ນ ມາຄົ້ນຄວ້າແລະວິເຄາະ, ວິໄຈຕີ ລາຄາສະພາບການເພື່ອລາຍ ງານລັດຖະມົນຕີກະຊວງປ້ອງ ກັນປະເທດຂອງຕົນ ເພື່ອນຳເອົາ ໄປຄົ້ນຄວ້າໃນກອງປະຊຸມ ADMM ບັນດາປະເທດທີ່ເຮັດ ວຽກເຄືອຂ່າຍປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນມີທັງໝົດ 13 ສະຖາບັນ ປະກອບດ້ວຍ 1 ສະຖາບັນປ້ອງກັນຊາດ ແລະ ສຶກ ສາຍຸດທະສາດກະຊວງປ້ອງກັນ ປະເທດບຣູໄນ, 2 ກົມໃຫຍ່ນະ ໂຍບາຍ ແລະ ການຕ່າງປະເທດ, ກະຊວງປ້ອງກັນປະເທດກຳປູ ເຈຍ , 3 ສູນສຶກສາຍຸດທະສາດ ກະຊວງປ້ອງກັນປະເທດອິນໂດ ເນເຊຍ , 4 ມະຫາວິທະຍາໄລປ້ອງ ກັນຊາດ ອິນໂດເນເຊຍ, 5 ກົມ ວິທະຍາສາດ-ປະຫວັດສາດການ ທະຫານກະຊວງປ້ອງກັນປະເທດ ສປປ ລາວ, 6 ສະຖາບັນປ້ອງກັນ ຊາດ ແລະ ຄວາມໝັ້ນຄງ, ກະ ຊວງປ້ອງກັນປະເທດ ມາເລເຊຍ , 7 ມະຫາວິທະຍາໄລປ້ອງກັນຊາດ ມາເລເຊຍ, 8 ຫ້ອງການເຝິກອົບ ຮົມກອງທັບມຽນມາ, ກະຊວງ ປ້ອງກັນປະເທດມຽນມາ,9 ວິທະ ຍາໄລປ້ອງກັນຊາດຟີລິບປິນ, 10 ຫ້ອງການສຶກສາຍຸດທະສາດ ແລະການຄຸ້ມຄອງຍຸດທະສາດ, ກະຊວງ ປ້ອງກັນປະເທດ ຟິລິບປິນ, 11 ສະຖາບັນຄົ້ນຄວ້າສາກົນຣັດ ຈາຣັດນາມ, ມະຫາວິທະຍາໄລ ເຕັກໂນໂລຊີນັນຢາງ, ສິງກະໂປ , 12 ສູນກາງສຶກສາຍຸດທະສາດ, ສະຖາບັນປ້ອງກັນປະເທດໄທ ແລະ 13 ສະຖາບັນຍຸດທະສາດ ປ້ອງກັນຊາດ, ກະຊວງປ້ອງກັນ ປະເທດຫວຽດນາມ . ການເຄື່ອນ ໄຫວຜ່ານມາໄດ້ເຂົ້າຮ່ວມກອງ ປະຊຸມທັງໝົດ 41 ຄັ້ງ, ມີກອງປະ ຊຸມປະຈຳປີ 10 ຄັ້ງ, ກອງປະຊຸມ ສຳມະນາ 24 ຄັ້ງ, ກອງປະຊຸມສາ ກົນ 2 ຄັ້ງ, ກອງປະຊຸມວົງແຄບ 5 ຄັ້ງ, ກົມວິທະຍາສາດ-ປະຫວັດ ສາດການທະຫານເປັນເຈົ້າພາບ ກອງປະຊຸມນາດີ 9 ຄັ້ງ, ໃນນັ້ນ ໄດ້ແປເອກະສານຕ່າງໆທີ່ ກ່ຽວ ກ້ອງທີ່ເປັນພາສາລາວ ມາເປັນ ພາສາອັງກິດ ໄດ້ 1361 ໜ້າ ໃນ ນັ້ນຄະນະຮັບຜິດຊອບກະຊວງ ປ້ອງກັນປະເທດ ສປປ ລາວ ໄດ້ ເປັນເຈົ້າພາບຈັດກອງປະຊຸມ NADI 2 ຄັ້ງຢູ່ນະຄອນຫຼວງວຽງ ຈັນແລະຫຼວງພະບາງ ເຊິ່ງທັງ ສອງກອງປະຊຸມແມ່ນມີຄວາມໝາຍຄວາມສຳຄັນຕໍ່ ສປປ ລາວ ໂດຍສະເພາະກອງທັບປະຊາຊົນລາວຕໍ່ກັບປະເທດອາຊຽນມີຜົນສຳເລັດເປັນຢ່າງດີສະຫຼຸບລວມ ແລ້ວໃນຕະຫຼອດໄລຍະ 10 ກວ່າ ປີຜ່ານມາຄະນະຮັບຜິດຊອບໄດ້ ພ້ອມກັນເຮັດສຳເລັດໜ້າທີ່ຕາມ ການມອບໝາຍຂອງກະຊວງ ປ້ອງກັນປະເທດເປັນຢ່າງດີ ແລະ ຈະສືບຕໍ່ໃນຊຸມປີຕໍ່ໜ້າໃຫ້ດີຂຶ້ນ ເລື້ອຍໆ. ໂດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ