ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໃນຕໍ່ໜ້າເມືອງຄູນຄຳກຳໜົດເອົາການທ່ອງທ່ຽວເປັນທ່າແຮງສຳຄັນໃນການພັດທະນາເສດຖະກິດ - ສັງຄົມ
ເວລາອອກຂ່າວ: 2020-10-22 10:39:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ທ່ານ ຄຳໝັ້ນ ສໍປະເສີດ ເຈົ້າເມືອງໆຄູນຄຳໄດ້ໃຫ້ສຳພາດ ຕໍ່ນັກຂ່າວທ້ອງຖິ່ນກ່ຽວກັບແຜນ ຍຸດທະສາດ ພັດທະນາເສດຖະ ກິດຂອງເມືອງໃນຕໍ່ໜ້າວ່າ: ພວກ ເຮົາໄດ້ວາງແຜນຍຸດທະສາດຕັ້ງ ແຕ່ກອງປະຊຸມໃຫຍ່ອົງຄະນະ ພັກເມືອງ ຄັ້ງທີ I ມາຮອດ ຄັ້ງ ທີ II ນີ້, ໄດ້ຖືເອົາແຜນຍຸດທະ ສາດ ການທ່ອງທ່ຽວເປັນຫຼັກ ເພາະເມືອງຄູນຄຳເປັນເມືອງ ພູດອຍ ແລະ ເປັນເມືອງທີ່ມີທ່າ ແຮງທາງດ້ານການທ່ອງທ່ຽວ ທຳມະຊາດ, ທົ່ວເມືອງມີແຫຼ່ງ ທ່ອງທ່ຽວ 23 ແຫ່ງ, ໃນນີ້, ພັດທະນາເປັນແຫຼ່ງທ່ອງທ່ຽວ ໄດ້ແລ້ວ 7 ແຫ່ງ, ພົ້ນເດັ່ນອັນ ດັບ 1 ແມ່ນສະຖານທີ່ທ່ອງ ທ່ຽວຖໍ້າມະຫັດສະຈັນກອງລໍນາ ຕານ ເຊິ່ງໄດ້ຮັບລາງວັນດີເດັ່ນ ຈາກປະຊາຄົມອາຊຽນເປັນແຫຼ່ງ ທ່ອງທ່ຽວໜຶ່ງໂດຍປະຊາຊົນມີ ສ່ວນຮ່ວມ ແລະ ປະຊາຊົນເປັນ ຜູ້ບໍລິຫານພາຍໃຕ້ການຊຸກຍູ້ ຊ່ວຍເຫຼືອຈາກພາກລັດ ໂດຍສະ ເພາະ ຫ້ອງການຖະແຫຼງຂ່າວ- ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ເມືອງ ແລະ ຖວທ ແຂວງ ພາຍໃຕ້ການເອົາໃຈໃສ່ ຂອງການນຳແຕ່ລະຂັ້ນ, ເຫັນ ໄດ້ວ່າມີຄວາມເຕີບໃຫຍ່ເຂັ້ມ ແຂງ ແລະ ອັນດັບທີ 2 ແມ່ນ ຈຸດຊົມວີວພູຜາມ່ານ ເຊິ່ງສະ ຖານທີ່ແຫ່ງນີ້ເປັນແຫຼ່ງທ່ອງ ທ່ຽວທີ່ມີລັກສະນະການພະຈົນ ໄພ, ມີຄວາມຕື່ນເຕັ້ນຫຼາກຫຼາຍ ກິດຈະກໍາເປັນຕົ້ນແມ່ນຂີ່ສະ ລິງ, ຂົວອູ່, ຂົວໄຍແມງມູມອື່ນໆ ພ້ອມນີ້, ຍັງໄດ້ພັດທະນາຂຶ້ນ ເລື້ອຍໆ ກາຍເປັນແຫຼ່ງທ່ອງ ທ່ຽວແຫ່ງໜຶ່ງທີ່ມີຄວາມຫຼາກ ຫຼາຍທາງດ້ານການບໍລິການ ທ່ອງທ່ຽວ. ນອກນີ້, ຍັງມີຕາດນໍ້າ ສະນາມ, ຕາດຟ້າຍອດນໍ້າໄຮ່ທີ່ ພວມພັດທະນາ. ໂດຍລວມ ຍຸດ ທະສາດຂອງເມືອງແມ່ນຈະຫັນ ເອົາເມືອງເປັນເມືອງທ່ອງທ່ຽວ ໂດຍການຜະລິດກະສິກຳ ແລະ ຫັດຖະກຳປຸງແຕ່ງເພື່ອຊຸກຍູ້ບໍລິ ການໃຫ້ວຽກງານທ່ອງທ່ຽວ ເປັນຫຼັກ, ສະນັ້ນ, ຜ່ານມາຖືໄດ້ວ່າ ວຽກງານທ່ອງທ່ຽວຂອງເມືອງ ມີທ່າແຮງ, ທ່າກ້າວ ແລະ ເຫັນ ວ່າເປັນວຽກທີ່ຈະຕ້ອງໄດ້ເອົາໃຈ ໃສ່ປັບປຸງຍົກລະດັບໃຫ້ມີຄວາມ ທຽບທັນກັບເພື່ອນບ້ານໃກ້ຄຽງ ແລະ ເປັນທີ່ລືຊື່ທັງພາຍໃນ ແລະ ຕ່າງປະເທດ. ໂດຍ: ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ