ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປູກຢາງພາລາຕິດພັນກັບການລ້ຽງງົວ - ປູກຫຍ້າພາຄອບຄົວພົ້ນທຸກ
ເວລາອອກຂ່າວ: 2020-10-22 10:40:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ໂດຍປະຕິບັດຕາມແນວທາງ ປ່ຽນແປງໃໝ່ຂອງພັກ, ເວົ້າ ລວມ, ເວົ້າສະເພາະແມ່ນປະ ຕິບັດຕາມການຊີ້ນໍາ-ນໍາພາ ຂອງອົງການປົກຄອງແຂວງໆ ໄຊຍະບູລີ ກໍຄືອົງການປົກຄອງ ເມືອງຄອບ ທີ່ມີຄວາມເປັນຫວ່ງ ເປັນໃນຕໍ່ການດໍາລົງຊີວິດຂອງ ປະຊາຊົນບັນດາເຜົ່າ, ໂດຍໄດ້ຊຸກ ຍູ້ສົ່ງເສີມໃຫ້ປະຊາຊົນຫັນມາ ເຮັດການຜະລິດແບບປະສົມປະ ສານໃນການປູກຝັງ-ລ້ຽງສັດ ເປັນສິນຄ້າ, ເຮັດໃຫ້ຜົນຜະລິດ ຫຼາຍຂຶ້ນເພື່ອຫຼຸດຜ່ອນການຖາງ ປ່າເຮັດໄຮ່ແບບເລື່ອນລອຍຫັນ ມາເຮັດການຜະລິດແບບຄົງທີ່ ເພື່ອໃຫ້ຄອບຄົວມີຢູ່ມີກິນ ແລະ ມີລາຍຮັບທີ່ໝັ້ນຄົງເຂົ້າຄອບ ຄົວ ໃນນັ້ນ, ຄອບຄົວຂອງ ທ່ານ ລາວທອງ ຈັນຮາ ແມ່ນໜຶ່ງໃນ ຄອບຄົວທີ່ຢຸດຕິການຖາງປ່າເຮັດ ໄຮ່ແບບເລື່ອນລອຍຫັນມາປູກ ຢາງພາລາ, ລ້ຽງງົວຕິດພັນກັບ ການປູກຫຍ້າ. ທ່ານ ລາວທອງ ຈັນຮາ ອາຍຸ 57 ປີ, ປັດຈຸບັນອາໄສຢູ່ບ້ານ ຜາບ່ອງ ເມືອງຄອບ ແຂວງໄຊ ຍະບູລີ ໄດ້ໃຫ້ສໍາພາດວ່າ: ພາຍ ໃນຄອບຄົວມີສະມາຊິກທັງໝົດ 14 ຄົນ, ຍິງ 6 ຄົນ, ມີແຮງງານ ຕົ້ນຕໍ 4 ແຮງງານ, ສໍາຮອງ 4 ແຮງງານ, ອາຊີບຕົ້ນຕໍໃນເມື່ອ ກ່ອນແມ່ນເຮັດໄຮ່ປູກເຂົ້າ, ປູກ ສາລີ, ແຕ່ສະພາບຄອບຄົວຍັງ ບໍ່ມີການປ່ຽນແປງພໍແຕ່ກຸ້ມຢູ່ ກຸ້ມກິນເທົ່ານັ້ນ. ຍ້ອນເຫັນໄດ້ ຄວາມສໍາຄັນ ແລະ ເຂົ້າໃຈແຈ້ງ ຕໍ່ແນວທາງປ່ຽນແປງໃໝ່ຂອງ ພັກ, ຈຶ່ງໄດ້ຢຸດຕິການຖາງປ່າ ເຮັດໄຮ່ນໍາໃຊ້ເນື້ອທີ່ດິນດັ່ງກ່າວ ຫັນມາປູກຢາງພາລາ, ໂດຍໄດ້ ເລີ່ມປູກແຕ່ປີ 2006 ໃນ ເນື້ອ ທີ່ 14 ເຮັກຕາ, ມີ 8.000 ຕົ້ນ, ຮອດປີ 2016 ໄດ້ປູກຫຍ້າ ອາຫານສັດ ( ຫຍ້າໂລຊີ ) ໃນ ເນື້ອທີ 7 ເຮັກຕາເພື່ອລ້ຽງ ງົວ, ທໍາອິດໄດ້ນໍາງົວມາລ້ຽງ ຈໍານວນ 35 ໂຕ, ງົວດັ່ງກ່າວ ໄດ້ມາຈາກການແບ່ງປັນຈາກ ພໍ່ແມ່ ແລະ ຊື້ຈໍານວນໜຶ່ງ, ການລ້ຽງແມ່ນປ່ອຍງົວກິນ ຫຍ້າຕາມສວນ ໂດຍໄດ້ລ້ອມ ຮົ້ວໜາມໝາກຈັບຈອດທຸກ ດ້ານ, ມີເຮືອນຮົ່ມສໍາລັບສັດ ນອນ, ງົວທຸກໂຕໄດ້ສັກຢາປ້ອງ ກັນພະຍາດປີລະ 2 ຄັ້ງ, ມີ ກ້ອນແຮ່ທາດເປັນອາຫານເສີມ, ມາຮອດປັດຈຸບັນມີເນື້ອທີ່ປູກ ຢາງພາລາເພີ່ມອີກ 2 ເຮັກຕາ ລວມເປັນ 16 ເຮັກຕາ, ມີ 9.142 ຕົ້ນ, ສາມາດຂີດຢາງໄດ້ 8.000 ຕົ້ນ, ໄດ້ຮັບຜົນຜະລິດ ທັງໝົດ 29 ໂຕນຕໍ່ປີ, ຫຼັງຫັກ ຄ່າໃຊ້ຈ່າຍໄດ້ຮັບເງິນຕົວຈິງ 145.000.000 ກີບ, ມີເນື້ອ ທີ່ປູກຫຍ້າທັງໝົດ 10 ເຮັກຕາ, ມີງົວທັງໝົດ 100 ກວ່າໂຕ, ປີ ຜ່ານມາຂາຍງົວຈໍານວນໜຶ່ງ ໄດ້ເງິນ 87.500.000 ກີບ, ລວມລາຍຮັບເຂົ້າຄອບຄົວ ທັງ ໝົດ 232.500.000 ກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໃນຄອບຄົວ ໄດ້ 16.600.000 ກີບຕໍ່ ຄົນຕໍ່ປີ. ທ່ານ ລາວທອງ ຈັນຮາ ຍັງ ໃຫ້ຮູ້ຕື່ມອີກວ່າ: ໃນຕໍ່ໜ້າຈະຂະ ຫຍາຍເນື້ອທີ່ປູກຫຍ້າຕື່ມ 3 ເຮັກ ຕາ, ຈັດສັນສວນຫຍ້າແບ່ງເປັນ ລັອກ, ຈະຊື້ແນວພັນງົວເຂົ້າຕື່ມ ຈໍານວນໜຶ່ງ, ຈະບຸກເບີກໜອງ ກັກເກັບນໍ້າ ພ້ອມທັງສ້າງອ່າງ ເກັບນໍ້າໄວ້ທີ່ສູງເພື່ອໃຫ້ສັດດື່ມ ຢ່າງພຽງພໍໃນລະດູແລ້ງ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ