ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

8 ເດືອນຜ່ານມາ ດ່ານພາສີຂົວມິດຕະພາບ IV ເກັບລາຍຮັບໄດ້ 58,69%
ເວລາອອກຂ່າວ: 2020-10-22 10:42:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ສປປ ລາວ ເປັນປະເທດ ໜຶ່ງທີ່ໄດ້ຮັບຜົນກະທົບຈາກການ ລະບາດຂອງເຊື້ອພະຍາດ ໂຄວິດ-19, ເຖິງແມ່ນວ່າ ສະພາບການ ລະບາດພາຍໃນບໍ່ທັນຮຸນແຮງ ກໍຕາມ ເພື່ອຮັບປະກັນບໍ່ໃຫ້ມີ ການລະບາດ, ລັດຖະບານໄດ້ ອອກມະຕິຄໍາສັ່ງເປັນແຕ່ລະໄລ ຍະ ຄື ເລີ່ມຈາກມາດຕະການ ປິດປະເທດ ແລະ ກ້າວມາເປັນ ມາດຕະການຜ່ອນຜັນແຕ່ລະ ໄລຍະໄປພ້ອມໆ ກັບການເລັ່ງ ຟື້ນຟູສະພາບເສດຖະກິດ ພາຍ ຫຼັງທີ່ໄດ້ຮັບຜົນກະທົບ. ດ່ານຊາຍແດນ ບໍ່ວ່າຈະເປັນ ດ່ານສາກົນ, ດ່ານທ້ອງຖິ່ນ ພາຍ ຫຼັງທີ່ມີການລະບາດຂອງເຊື້ອ ພະຍາດ ໂຄວິດ-19, ບັນຍາກາດ ກໍເລີ່ມບໍ່ຄຶກຄັກ ເພາະຈໍານວນ ສິນຄ້າ, ນັກທ່ອງທ່ຽວກໍຄ່ອຍໆ ຫຼຸດລົງຕາມໄລຍະຂອງການປະ ຕິບັດມາດຕະການ ເຮັດໃຫ້ສົ່ງ ຜົນກະທົບຕໍ່ການເກັບລາຍຮັບ ເຂົ້າງົບປະມານ. ດ່ານພາສີສາກົນຂົວມິດຕະ ພາບ IV ແຂວງບໍ່ແກ້ວຂຶ້ນກັບ ກອງຄຸ້ມຄອງພາສີ I ຖືວ່າເປັນ ຈຸດຜ່ານທີ່ສໍາຄັນຂອງນັກທ່ອງ ທ່ຽວ, ສິນຄ້າຕ່າງໆ ແຕ່ພາຍຫຼັງ ທີ່ມີການລະບາດຂອງເຊື້ອພະ ຍາດດັ່ງກ່າວ, ກໍມີສະພາບງຽບ ເຫງົາເຮັດໃຫ້ການເກັບລາຍຮັບ ບໍ່ໄດ້ເຕັມເມັດເຕັມໜ່ວຍ ເຊິ່ງໃນ ໄລຍະ 8 ເດືອນຜ່ານມາ, ປະຕິ ບັດໄດ້ພຽງ 58,69% ຂອງ ແຜນການປີ ຖ້າທຽບໃສ່ປີຜ່ານ ມາແມ່ນຫຼຸດລົງ. ຕາມການລາຍງານຂອງທ່ານ ຄໍາຜາຍ ຈັນນີຍາວົງ ຫົວໜ້າ ດ່ານພາສີສາກົນ ຂົວມິດຕະພາບ IV ທີ່ໄດ້ເປີດເຜີຍໃນເວບໄຊ laoedaily.com.la ວ່າ: ດ່ານ ພາສີສາກົນຂົວມິດຕະພາບ IV ປະກອບມີ: ດ່ານພາສີທ້ອງ ຖິ່ນ, ດ່ານພາສີປະເພນີຂຶ້ນກັບ, ເຊິ່ງຂຶ້ນກັບກອງຄຸ້ມຄອງພາສີ I ເປັນເສນາທິການໃຫ້ແກ່ກົມພາສີ ໃນການໂຄສະນາເຜີຍແຜ່ດ້ານລະ ບຽບຫຼັກການ ປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ກັບວຽກງານຂະແໜງພາສີຢ່າງ ເຂັ້ມງວດ ໃນການຈັດຕັ້ງປະຕິ ບັດແຜນການຈັດເກັບລາຍຮັບ ຕາມລະບຽບກົດໝາຍທີ່ໄດ້ກໍາ ນົດໄວ້ຕາມພາລະບົດບາດ ແລະ ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍໃຫ້ຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ໂປ່ງໃສ ສາມາດກວດ ສອບໄດ້ ແລະ ທັນເວລາ. ໃນປີ 2020 ໄດ້ຮັບຕົວເລກ ແຜນການໃຫ້ຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ທັງ ໝົດ193 ຕື້ກວ່າກີບ, ໃນນັ້ນ, ໄດ້ແບ່ງໃຫ້ແຕ່ລະດ່ານຈັດຕັ້ງ ປະຕິບັດເກັບລາຍຮັບເປັນຕົ້ນ: ດ່ານພາສີສາກົນຂົວມິດຕະພາບ IV, ດ່ານພາສີສາກົນບ້ານມອມ, ດ່ານພາສີສາກົນສາມລ່ຽມຄໍາ, ດ່ານພາສີທ້ອງຖິ່ນຕົ້ນເຜິ້ງ, ດ່ານພາສີປະເພນີນ້ໍາເກິ່ງ, ດ່ານ ພາສີທ້ອງຖິ່ນຫ້ວຍຊາຍ, ດ່ານ ພາສີປະເພນີບ້ານດ່ານ ແລະ ປາກທາ. ຜ່ານການຈັດຕັ້ງປະຕິບັດໃນ 8 ເດືອນ ປີ 2020, ສາມາດເກັບ ລາຍຮັບໄດ້ 133,2 ຕື້ກີບ ເທົ່າ ກັບ 58,69% ຂອງແຜນການ ປີ, ເຊິ່ງຖ້າທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາ ເຫັນວ່າມີທ່າ ອ່ຽງຫຼຸດລົງ ເນື່ອງຈາກວ່າ ການ ນໍາເຂົ້າສິນຄ້າຫຼຸດລົງ, ການຂົນ ສົ່ງສິນຄ້າພົບຄວາມຫຍຸ້ງຍາກ ບວກກັບການລະບາດຂອງເຊື້ອ ພະຍາດ ໂຄວິດ-19 ສົ່ງຜົນກະ ທົບຕໍ່ການຈັດເກັບລາຍຮັບຄ່າທໍາ ນຽມ ໂດຍສະເພາະຢູ່ບັນດາດ່ານ ທ້ອງຖິ່ນ ແລະ ດ່ານປະເພນີ. ດ່ານພາສີສາກົນຂົວມິດຕະ ພາບ IV ໄດ້ນໍາໃຊ້ເຄື່ອງມືທີ່ທັນ ສະໄໝເຂົ້າໃນວຽກງານການບໍ ລິການ, ການຄິດໄລ່ຄ່າພາສີ- ອາກອນລະບົບ 53 ເຮັດໃຫ້ ວຽກງານການຈັດເກັບລາຍຮັບ ເຂົ້າງົບປະມານມີຄວາມສະດວກ ວ່ອງໄວ-ໂປ່ງໃສ ສາມາດກວດ ສອບໄດ້, ການມອບເງິນຄ່າພາ ສີອາກອນໄດ້ມອບດ້ວຍລະບົບ ສະມາດເທັກ (ຜ່ານທະນາຄານ) ເຮັດໃຫ້ມີຄວາມສະດວກຂຶ້ນ. ຢ່າງໃດກໍຕາມ ເພື່ອບັນລຸຕາມ ແຜນການໃນ 4 ເດືອນທ້າຍປີ 2020, ຄະນະດ່ານພາສີສາກົນ ຂົວມິດຕະພາບຈະສຸມໃສ່ການ ເກັບລາຍຮັບ, ເອົາໃຈໃສ່ໃນການ ຕິດຕາມກວດກາການປະຕິບັດ ໜ້າທີ່ວຽກງານຂອງແຕ່ລະ ໜ່ວຍງານ, ເອົາໃຈໃສ່ໂຄສະນາ ເຜີຍແຜ່ລະບຽບກົດໝາຍ ແລະ ນິຕິກໍາຕ່າງໆໃນການຈັດຕັ້ງກ່ຽວ ກັບການສົ່ງອອກ-ນໍາເຂົ້າການ ຂົນສົ່ງຜ່ານແດນ, ປຸກລະດົມນັກ ທຸລະກິດໃຫ້ນໍາເຂົ້າສິນຄ້າຜ່ານ ດ່ານຫຼາຍຂຶ້ນ ປະສານສົມທົບກັບ ຂະແໜງການກ່ຽວຂ້ອງ ສາຍຕັ້ງ- ສາຍຂວາງ ເພື່ອອໍານວຍຄວາມ ສະດວກໃນການຈັດເກັບລາຍຮັບ ການບໍລິການໃຫ້ວ່ອງໄວຖືກຕ້ອງ ຕາມລະບຽບການ, ເອົາໃຈໃສ່ຄຸ້ມ ຄອງນໍ້າມັນເຊື້ອໄຟ, ການເຄື່ອນ ຍ້າຍສິນຄ້າເຄື່ອງຂອງຕາມຊາຍ ແດນ, ເອົາໃຈໃສ່ສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກທີ່ ຂຶ້ນກັບຄວາມຮັບຜິດຊອບ ແລະ ອື່ນໆ. ຮຽບຮຽງໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ