ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຄຳມ່ວນ ເອົາໃຈໃສ່ກໍ່ສ້າງພັກ - ພະນັກງານ ທາງດ້ານການເມືອງ - ແນວຄິດ ໃຫ້ໜັກແໜ້ນ
ເວລາອອກຂ່າວ: 2020-10-23 10:07:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 48 | ຄວາມນິຍົມ:



ເພື່ອເຮັດໃຫ້ກົມກອງມີຄວາມ ເຂັ້ມແຂງ ຕອບສະໜອງໜ້າທີ່ ວຽກງານໄລຍະໃໝ່ຂອງພັກ, ອົງ ຄະນະພັກ ກອງບັນຊາການທະ ຫານແຂງຄຳມ່ວນ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ສະມາ ຊິກພັກ ມີແນວຄິດຫລັກໝັ້ນ,ມີ ອຸດົມການທາງດ້ານການເມືອງ, ຍຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ກຳແໜ້ນ ແລະ ມີຄວາມເປັນເອ ກະພາບຕໍ່ແນວທາງແຜນນະໂຍ ບາຍ, ມະຕິ, ຄຳສັ່ງ ຂອງພັກ, ກົດ ໝາຍຂອງລັດ ແລະ ກົດລະບຽບ ຕ່າງໆຂອງກອງທັບ, ເວົ້າລວມ ເວົ້າສະເພາະ ກໍຄືນຳພາວຽກ ງານວິຊາສະເພາະດ້ວຍຄວາມ ຮັບຜິດຊອບສູງ ປະກອບສ່ວນ ເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ຢ່າງໝັ້ນຄົງ. ໃນໂອກາດກະກຽມໃຫ້ ກອງ ປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງ ຄະນະພັກ ກະຊວງປ້ອງກັນປະ ເທດທີ່ຈະໄຂຂຶ້ນໃນມໍ່ໆນີ້, ສະ ຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ເລຂາຄະນະພັກ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຄຳມ່ວນ ໃຫ້ສຳ ພາດຕໍ່ນັກຂ່າວ ໜັງສືພິມກອງ ທັບວ່າ: ເພື່ອເປັນການອອກແຮງ ແຂ່ງຂັນສ້າງຜົນງານໃຫ້ເປັນ ຂະບວນການຟົດຟື້ນແຂງແຮງ, ຄະນະພັກພວກເຮົາ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ສະມາ ຊິກພັກກໍຄືພະນັກງານ-ນັກຮົບ ຂອງຕົນເພື່ອຍົກສູງຄຸນນະພາບ ໜ້າທີ່ການເມືອງແຕ່ລະຂັ້ນ-ແຕ່ ລະປະເພດ ຂຶ້ນສູ່ລະດັບໃໝ່, ແນ ໃສ່ເຮັດລ້ອນໜ້າທີ່ ທີ່ໄດ້ມອບ ໝາຍ ໂດຍເນັ້ນໜັກໃສ່ຄຸນນະ ພາບເປັນຕົ້ນຕໍ ແລະ ເປັນເຈົ້າການ ປຸກລະດົມແນວຄິດຂອງພະນັກ ງານ-ສະມາຊິກພັກ ມີແນວຄິດ ອຸ່ນອຽນທຸ່ນທ່ຽງ ແລະ ເຊື່ອໝັ້ນ ຕໍ່ການນຳພາຂອງພັກ-ລັດ. ໃນ ໄລຍະຜ່ານມາ ອົງຄະນະພັກກອງ ບັນຊາການທະຫານແຂວງຄຳ ມ່ວນ ໄດ້ປະຕິບັດຕາມ 5 ຫຼັກການ ແລະ 3 ທິດນຳ ໃນການກໍ່ສ້າງພັກ ໂດຍຖືເອົາການກວດກາ, ການກໍ່ ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນໜ້າທີ່ໃຈກາງ, ເປັນບ່ອນອີງໃນການຕີລາຄາຄຸນ ນະພາບຂອງການຈັດຕັ້ງພັກ ຢ່າງເປັນລະບົບຕໍ່ເນື່ອງ ແລະ ມີ ຜົນສໍາເລັດ ຄື: ສະພາບກົມກອງ ມີຄວາມສະຫງົບໂດຍພື້ນຖານພະ ນັກງານ-ສະມາຊິກພັກກໍຄືພະນັກ ງານ-ນັກຮົບ ມີແນວຄິດອຸ່ນອ່ຽງ ທຸນທ່ຽງ, ມີຄວາມຕື່ນຕົວຫ້າວ ຫັນເຂົ້າໃນວຽກງານ ແລະ ມີ ຄວາມຈົງຮັກພັກດີຕໍ່ການນຳ ພາເຮັດໃຫ້ກົມກອງມີຄວາມເປັນ ເອກະພາບມີຄວາມສາມັກຄີ ແລະ ປະຕິບັດວຽກງານຂອງຕົນ ຢ່າງເປັນຂະບວນຟົດຟື້ນແຂງ ແຮງ. ເນື່ອງໃນໃນໂອກາດ ຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ອົງຄະນະພັກ ກະຊວງ ປ້ອງກັນປະເທດ ແລະ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ ທີ່ຈະ ໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນ ຟົດຟື້ນແຂງແຮງ, ກອງບັນຊາ ການທະຫານແຂວງຄຳມ່ວນ ໄດ້ ຈັດຕັ້ງບັນດາກິດຈະກຳຕ່າງໆ ດ້ວຍຫລາຍຮູບການ ເປັນຕົ້ນ ສຶກສາອົບຮົມວຽກງານການ ເມືອງໃນຂັ້ນຕ່າງໆ, ຕັ້ງໜ້າປະ ຕິບັດວຽກງານວິຊາສະເພາະແນ ໃສ່ເຮັດໃຫ້ສະພາບມີຄວາມສະ ຫງົບໂດຍພື້ນຖານ. ພ້ອມນັ້ນໄດ້ ຊຸກຍູ້ບັນດາກົມກອງອອກແຮງ ແຂ່ງຂັນສ້າງຜົນງານຂອງຕົນ ໃຫ້ມີໃບໜ້າອັນໃໝ່ເພື່ອກ້າວເຂົ້າ ສູ່ຄວາມທັນສະໄໝ ແລະ ຮັບປະ ກັນໜ້າທີ່ວຽກງານໄລຍະໃໝ່ ຂອງ ພັກ. ໂດຍ: ໂຊເລ້ ບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ