ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 5 ເປີດຊຸດອົບຮົມວຽກງານກຽມພ້ອມສູ້ຮົບ ແລະ ກອບກູ້ໄພພິບັດຂັ້ນພະນັກງານນຳພາ - ບັນຊາ ຊຸດທີ II
ເວລາອອກຂ່າວ: 2020-10-23 10:09:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ໃນວັນທີ 21 ຕຸລາ 2020 ນີ້, ກອງພົນທີ 5 ໄດ້ເປີດຊຸດ ອົບຮົມໄລຍະສັ້ນວຽກງານ ກຽມພ້ອມສູ້ຮົບ ແລະ ກອບກູ້ໄພ ພິບັດ ຂັ້ນພະນັກງານນຳພາ-ບັນ ຊາຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຫົວໜ້າການ ທະຫານ ກອງພົນທີ 5, ມີຄະນະ ພັກ-ຄະນະບັນຊາ ອົງການ 5 ຫ້ອງ ກອງພັນໃຫຍ່, ກອງພັນ, ພະ ແນກການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ສຸບັນ ແພງ ປະເສີດ ຮອງຫົວໜ້າຫ້ອງເສນາ ທິການ ກອງພົນທີ 5 ໃຫ້ຮູ້ ວ່າ: ຈຸດປະສົງກ່ຽວກັບການ ເປີດຊຸດອົບຮົມຄັ້ງນີ້, ແມ່ນເພື່ອ ເປັນການກວດກາຄືນຄວາມ ຮັບຮູ້-ເຂົ້າໃຈ ທັງເປັນການຖອດ ຖອນບົດຮຽນ ແລະ ແລກປ່ຽນ ບົດຮຽນເຊີ່ງກັນ ແລະ ກັນ ລະ ຫວ່າງພະນັກງານນຳພາ-ບັນຊາ ຢູ່ອົງການ, ກົມກອງ. ນອກນັ້ນ, ຍັງເປັນການຊຸກຍູ້ຂະບວນການ ອົບຮົມຫັດແອບໃຫ້ບັນດາກົມ ກອງສາມາດຮັບປະກັນເຮັດສຳ ເລັດໜ້າທີ່. ການອົບຮົມຄັ້ງນີ້, ຈະໄດ້ຮຽນຮູ້ກ່ຽວກັບການຫັນ ພາວະ, ການຊາບຊຶມໜ້າທີ່, ຄິດໄລ່ກຳນົດເວລາວຽກທີ່ຕ້ອງ ເຮັດ, ຕີລາຄາສະພາບການ ແລະ ຄວາມຕັດສິນໃຈຂອງຜູ້ບັນຊາ. ຈາກນັ້ນ, ນັກອົບຮົມຍັງຈະໄດ້ຫັດ ແອບກ່ຽວກັບການນຳໃຊ້ແຜນທີ່ ເຂົ້າໃນການອົບຮົມ ເພື່ອເຮັດໃຫ້ ນັກເຝິກອົບຮົມສາມາດກຳໄດ້ ບັນດາຈຸດທີ່ຕັ້ງ, ຂອບເຂດຖືກຕ້ອງຕາມຫົວບົດທີ່ຄະນະຄູເຝິກ ໄດ້ສົ່ງໃຫ້. ການອົບຮົມຄັ້ງນີ້, ຈະດຳເນີນໄປເປັນເວລາ 3 ວັນ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ວັນທອງ ບຸດຕະວົງ ຍັງໄດ້ໃຫ້ທິດຊີ້ນຳບາງບັນຫາ ກ່ຽວກັບການເປີດຊຸດອົບຮົມຄັ້ງ ນີ້ ແລະ ໄດ້ເນັ້ນໜັກໃຫ້ນັກເຝິກ ອົບຮົມຈົ່ງພ້ອມກັນ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ການເມືອງ, ເອົາໃຈໃສ່ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າໃຫ້ເລິກເຊິ່ງ, ນຳເອົາຄວາມຮູ້-ຄວາມສາມາດ ທິດສະດີຫຼັກການທີ່ຮຽນມານຳ ມາຜັນຂະຫຍາຍເຂົ້າໃນວຽກ ງານຕົວຈິງໃຫ້ແທດເໝາະ ແລະ ມີຄຸນນະພາບ, ເອົາໃຈໃສ່ອອກ ແຮງເຝິກຝົນຫຼໍ່ຫຼອມຕົນເອງຮອບ ດ້ານ, ດຸໝັ່ນຄົ້ນຄວ້າຮໍ່າຮຽນໃຫ້ ຕໍ່ເນື່ອງ ເພື່ອເປັນການຍົກສູງພາ ລະບົດບາດ, ໜ້າທີ່, ການຊີ້ນຳໆ ພາ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ