ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມແລກປ່ຽນສະພາບການລາດຕະເວນທາງນ້ຳ ລະຫວ່າງ ລາວ - ຈີນ
ເວລາອອກຂ່າວ: 2020-10-23 10:10:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ໃນວັນທີ 21 ຕຸລາ 2020 ນີ້ ທີ່ສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໄດ້ຈັດກອງປະຊຸມພົບປະ ແລກປ່ຽນສະພາບການຮ່ວມມືໃນ ການລາດຕະເວນທາງນໍ້າຕາມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນ ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາ ໂດຍສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ; ຝ່າຍຈີນ ນໍາໂດຍ ສະຫາຍ ພົນຕີ ຢວນຢ່າ ພິງ ຫົວໜ້າກອງບັນຊາການຕຳ ຫຼວດລາດຕະເວນທາງນໍ້າ ແຂວງ ຢູນານ ສປ ຈີນ; ມີສະຫາຍ ພົນຈັດ ຕະວາ ອີ່ນແກ້ວ ມະນີຈັນ ຫົວໜ້າ ການທະຫານ ກອງບັນຊາການ ທະຫານ ແຂວງຫຼວງນໍ້າທາ, ມີ ສະ ຫາຍພັນເອກ ວິດອນ ພຸດດາວົງ ຫົວໜ້າການທະຫານກອງບັນຊາ ການທະຫານ ແຂວງບໍ່ແກ້ວ ແລະ ພະນັກງານວິຊາການທີ່ກ່ຽວ ຂ້ອງເຂົ້າຮ່ວມ . ກອງປະຊຸມໄດ້ທົບທວນຄືນ ສະພາບການຮ່ວມມືໃນການປົກ ປັກຮັກສາຊາຍແດນ ໃນໄລຍະ ຜ່ານມາ ເປັນຕົ້ນແມ່ນການຮ່ວມ ມືກັນໃນການປະຕິບັດສັນຍາວ່າ ດ້ວຍການລາດຕະເວນຮ່ວມທາງ ນໍ້າ ການແກ້ໄຂບັນຫາສະພາບ ຂ້າມແດນຜິດກົດໝາຍ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດຕາມ ຊາຍແດນ. ນອກນັ້ນ, ກອງປະຊຸມ ຍັງໄດ້ທົບທວນຄືນ ແລະ ຍົກໃຫ້ ເຫັນວຽກງານການປະສານ ສົມທົບລະຫວ່າງ ກອງຮ້ອຍທະ ຫານຊາຍແດນ ລາວ ແລະ ກອງ ບັນຊາການ ຕຳຫຼວດລາດຕະເວນ ທາງນໍ້າ ແຂວງ ຢູນານ ສປ ຈີນ ທີ່ໄດ້ມີການພົວພັນປະສານສົມ ທົບກັນຢ່າງແໜ້ນແຟ້ນໃນການ ປະຕິບັດກົດໝາຍລາດຕະເວນ ຮ່ວມກັນເພື່ອຮັກສາຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍຕາມແມ່ນໍ້າລ້ານຊ້າງ- ແມ່ນໍ້າຂອງ ຂອງສອງປະເທດ (ລາວ-ຈີນ); ການພົວພັນຮ່ວມ ມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຕົ້ນ: ການກໍ່ສ້າງບຸກຄະລາ ກອນ, ເຝິກອົບຮົມພະນັກງານ ເປັນຕົ້ນແມ່ນໝວດເຮືອ ແລະ ການຮ່ວມ ມືຊ່ວຍເຫຼືອດ້ານການ ກໍ່ສ້າງອື່ນໆ. ບົນພື້ນຖານຈິດໃຈ ສາມັກຄີ, ມິດຕະພາບ ແລະ ການ ຮ່ວມມືຮອບດ້ານກອງປະຊຸມ ໄດ້ເອກະພາບກ່ຽວກັບທິດທາງ ແຜນການທີ່ສອງຝ່າຍຈະໄດ້ສືບ ຕໍ່ຮ່ວມມືກັນໃນຕ່ໍໜ້າເປັນຕົ້ນ: ການກຽມຄວາມພ້ອມໃນການ ລາດຕະເວນຮ່ວມກັນຄັ້ງທີ 100 ທີ່ ຈະມາເຖິງນີ້, ການຍົກລະດັບ ການພົວພັນຮ່ວມມືປະສານສົມ ທົບລະຫວ່າງກຳລັງປ້ອງກັນ ຊາຍແດນຂອງສອງປະເທດໃຫ້ ນັບມື້ກ້າວເຂົ້າສູ່ລວງເລິກເພື່ອ ພ້ອມກັນເຮັດສໍາເລັດໜ້າທີ່ ພ້ອມ ກັນສ້າງຊາຍແດນ ລາວ-ຈີນໃຫ້ ເປັນຊາຍແດນສັນຕິພາບ, ມິດ ຕະພາບ ແລະ ຮ່ວມມືພັດທະນາ ຮອບດ້ານ; ພ້ອມກັນນັ້ນສອງ ຝ່າຍຈະໄດ້ແລກປ່ຽນສະພາບ ເຊິ່ງກັນ ແລະ ກັນໃຫ້ເປັນປົກກະ ຕິ. ຂ່າວຫຍັງໃຫ້ຮູ້ອີກວ່າ: ກ່ອນ ໜ້ານັ້ນຄື ວັນທີ 20 ຕຸລາ 2020 ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານ ຊາຍແດນກົມໃຫຍ່ເສນາທິການ ກອງທັບ ພ້ອມດ້ວຍຄະນະໄດ້ ເຄື່ອນໄຫວຢ້ຽມຢາມກອງຮ້ອຍ ທະຫານຊາຍແດນ 122, ໂດຍ ການຕ້ອນຮັບຂອງສະຫາຍ ພັນຕີ ຄຳແກ້ວ ແສງຄຳຍອງ ຫົວໜ້າ ການທະຫານກອງຮ້ອຍ 122 ພ້ອມດ້ວຍຄະນະ. ໃນໂອກາດນີ້, ສະຫາຍ ພັນຕີ ຄຳແກ້ວ ແສງຄຳຍອງ ກໍໄດ້ລາຍ ງານກ່ຽວກັບຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຕາມຂອບເຂດຮັບຜິດ ຊອບຂອງຕົນ, ເຊິ່ງຄະນະພັກ- ຄະນະບັນຊາພວກເຮົາໄດ້ເອົາ ໃຈໃສ່ສຶກສາອົບຮົມວຽກງານ ການເມືອງ-ນຳພາເເນວຄິດເປັນ ຫຼັກ ເຮັດໃຫ້ພະນັກງານ-ນັກ ຮົບມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທຳປະ ຕິວັດ, ເອົາໃຈໃສ່ປັບປຸງກຳລັງໃຫ້ ໜັກແໜ້ນ ເຂັ້ມແຂງ ຖືເອົາວຽກ ງານອົບຮົມ-ຫັດແອບເປັນສຳ ຄັນ ເຮັດໃຫ້ພະນັກງານ-ນັກຮົບ ກຳແໜ້ນທິດສະດີຫຼັກການທາງ ດ້ານສິລະປະຍຸດ-ຍຸດທະວິທີຂັ້ນ ພື້ນຖານຂອງທະຫານຊາຍແດນ, ພ້ອມນັ້ນຍັງໄດ້ປະຕິບັດສາຍພົວ ພັນອັນດີງາມກັບສູນປະສານ ງານ ລາວ-ຈີນ ແລະ ຮ່ວມກັນ ເຄື່ອນໄຫວລາດຕະເວນທາງນ້ຳ ປະຈຳເດືອນ, ປະຈຳອາທິດໃຫ້ ເປັນປົກກະຕິ. ໂດຍ: ສົມໄຊ ສີລາຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ