ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີຕ່າງປະເທດອາຊຽນ - ສະຫະປະຊາຊາດ
ເວລາອອກຂ່າວ: 2020-10-23 10:17:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 21 ຕຸລາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ນຳພາ ຄະນະເຂົ້າຮ່ວມກອງປະຊຸມລັດ ຖະມົນຕີຕ່າງປະເທດອາຊຽນ-ສະຫະປະຊາຊາດ(ສປຊ)ປະຈໍາ ປີ ແບບທາງໄກ (ASEAN- United Nations Ministerial Meeting) ພາຍໃຕ້ການ ເປັນປະທານຂອງ ທ່ານ ຟາມ ບິງ ມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດແຫ່ງ ສສ. ຫວຽດນາມ ໃນນາມປະ ທານອາຊຽນ. ເຂົ້າຮ່ວມກອງ ປະຊຸມໃນຄັ້ງນີ້ ຍັງມີບັນດາລັດ ຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອົງການສະຫະ ປະຊາຊາດ, ປະທານກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 75, ເລຂາທິການໃຫຍ່ອາຊຽນ ແລະ ວິຊາການທີ່ກ່ຽວຂ້ອງ. ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການ ຮ່ວມມືອາຊຽນ-ສປຊ ໃນໄລຍະ 1 ປີ ຜ່ານມາໂດຍສະເພາະການ ຜັນຂະຫຍາຍແຜນປະຕິບັດງານ ການຮ່ວມມື ອາຊຽນ-ສປຊ ໄລຍະ 2016-2020, ເຊິ່ງກວມເອົາ 3 ເສົາຄໍ້າປະຊາຄົມອາຊຽນ (ການເມືຶອງ-ຄວາມໝັ້ນຄົງ, ເສດຖະ ກິດ ແລະ ວັດທະນະທໍາ-ສັງຄົມ) ແລະ ການຈັດຕັ້ງປະຕິບັດບັນດາ ແຜນງານໂຄງການຮ່ວມມືພາຍ ໃຕ້ຂອບການເຊື່ອມໂຍງວິໄສ ທັດປະຊາຄົມອາຊຽນຮອດປີ 2025 ແລະ ບັນດາເປົ້າໝາຍພັດ ທະນາແບບຍືນຍົງ ສປຊ ຮອດ ປີ 2030, ເຊິ່ງໄດ້ປະກອບສ່ວນ ເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການຊ່ວຍ ເຫຼືອພັດທະນາຢູ່ພາກພື້ນ ກໍຄືໃນ ໂລກ. ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດການຮ່ວມມື ອາຊຽນ-ສປຊ ໃນໄລຍະຕໍ່ໜ້າ, ກອງປະຊຸມ ໄດ້ຮັບຮອງເອົາແຜນ ປະຕິບັດງານການຮ່ວມມືອາ ຊຽນ-ສປຊ ສະບັບໃໝ່ ໄລຍະປີ 2021-2025. ພິເສດ, ກອງປະ ຊຸມຍັງໄດ້ຢໍ້າຄືນເຖິງບົດບາດອັນ ສໍາຄັນຂອງ ສປຊ ໃນຖານະເປັນ ອົງການຈັດຕັ້ງຫຼາຍຝ່າຍ ເພື່ອສືບ ຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນ ຄົງຢູ່ພາກພື້ນ ແລະ ສາກົນ ຕາມ ກົດບັດ ສປຊ ທີ່ວາງໄວ້. ສຳລັບທິດທາງໃນຕໍ່ໜ້າ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ ສະເໜີຕໍ່ກອງປະຊຸມ ພິຈາລະນາ: 1. ສືບຕໍ່ຮ່ວມມືກັນໃນຂະແໜງສາທາລະນະສຸກ ໂດຍສະເພາະ ການແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນທີ່ດີລວມທັງການ ຮ່ວມມືກັນ ໃນການຄົ້ນ ຄວ້າ-ພັດ ທະນາ ແລະ ຜະລິດຢາປົວພະຍາດ ກໍຄື ຢາວັກຊິນຕ້ານໂຄວິດ-19 ແລະ ການຮັບປະກັນການເຂົ້າ ເຖິງ ແລະ ສາມາດຮັບຢາປົວພະ ຍາດ ແລະ ຢາວັກຊິນໃນເວລາທີ່ ມີຢາດັ່ງກ່າວແລ້ວ; 2. ຮັດແໜ້ນ ການຮ່ວມມືລະຫວ່າງສະຖາ ບັນສັນຕິພາບ ແລະ ຄວາມປອງ ດອງອາຊຽນ (AIPR) ແລະ ສປຊ ໃນການສ້າງຂີດຄວາມສາ ມາດ ແລະ ພັດທະນາບຸກຄະລາ ກອນດ້ານການໄກ່ເກຍ, ການເຈ ລະຈາ ແລະ ການຮັດແໜ້ນບົດ ບາດຂອງ ແມ່ຍິງ ກໍຄືຊາວໜຸ່ມ; 3. ສືບຕໍ່ຈັດຕັ້ງປະຕິບັດບັນດາ ເປົ້າໝາຍການພັດທະນາແບບຍືນ ຍົງ ສປຊ ຮອດປີ 2030 ລວມທັງ ການປ້ອງກັນ, ຮັບມື ແລະ ແກ້ໄຂ ຜົນກະທົບຈາກໄພພິບັດທາງ ທໍາມະຊາດ, ການປ່ຽນແປງຂອງ ດິນຟ້າອາກາດ ແລະ ການພັດທະ ນາຕົວເມືອງອັດສະລິຍະ. ພ້ອມນີ້, ກອງປະຊຸມຍັງໄດ້ ແລກປ່ຽນຄໍາເຫັນນໍາກັນຕໍ່ບາງບັນຫາທີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ: ບັນຫາການແຜ່ລະບາດ ຂອງພະຍາດໂຄວິດ-19, ສັນຕິ ພາບ ແລະ ຄວາມໝັ້ນຄົງ ແລະ ອື່ນໆ. ທ້າຍສຸດ, ລັດຖະມົນຕີຕ່າງ ປະເທດອາຊຽນ ແລະ ສປຊ ຍັງ ໄດ້ປຶກສາຫາລືກ່ຽວກັບການກະ ກຽມດ້ານເນື້ອໃນ ແລະ ພະລາທິ ການໃຫ້ແກ່ກອງປະຊຸມສຸດຍອດ ຜູ້ນໍາອາຊຽນ-ສປຊ ທີ່ຈະຈັດ ຂຶ້ນ ໃນກາງເດືອນ ພະຈິກ 2020 ນີ້. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ມື້ດຽວກັນຄື: ໃນວັນທີ 21 ຕຸ ລາ 2020, ທ່ານ ສະເຫຼີມໄຊ ກົມມະ ສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ໂທລະເລກທາງໄກສະແດງ ຄວາມຊົມເຊີຍ ທ່ານ ໂມເຕງິ ໂທຊິມິດຊຶ ທີ່ໄດ້ຮັບການແຕ່ງ ຕັ້ງເປັນລັດຖະມົນຕີຕ່າງປະ ເທດຍີ່ປຸ່ນ ອີກໜຶ່ງສະໄໝ ໃນ ກາງເດືອນກັນຍາ 2020 ຜ່ານ ມາ ແລະ ຢືນຢັນທີ່ຈະສືບຕໍ່ເຮັດ ວຽກຮ່ວມກັບຝ່າຍຍີ່ປຸ່ນ ເພື່ອ ເສີມຂະຫຍາຍການຮ່ວມມືຂອງ ສອງປະເທດໃຫ້ຂະຫຍາຍຕົວ ຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງ ຄວາມຂອບໃຈລັດຖະບານ ກໍ ຄື ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຂະແໜງການ ຕ່າງໆ ຕະຫຼອດໄລຍະເວລາທີ່ ຜ່ານມາ. ພິເສດແມ່ນການຊ່ວຍເຫຼືອທາງດ້ານອຸປະກອນການ ແພດ ແລະ ຢາ ໃຫ້ແກ່ຝ່າຍລາວ ເພື່ອປ້ອງກັນ ແລະ ສະກັດກັ້ນການ ແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຢູ່ ສປປ ລາວ. ໃນຂະ ນະດຽວກັນ, ຍີ່ປຸ່ນ ເຫັນດີຈະພິຈາ ລະນາຊ່ວຍເຫຼືອວັກຊິນປ້ອງກັນ ພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັດທະນາສໍາເລັດແລ້ວ. ນອກ ຈາກນີ້, ຍັງໄດ້ສະແດງຄວາມ ຂອບໃຈຝ່າຍລາວຕໍ່ການຕ້ອນ ຮັບອັນອົບອຸ່ນ ໃນໂອກາດເດີນ ທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2020 ຜ່ານມາ ແລະ ໄດ້ຢືນຢັນທີ່ຈະສືບຕໍ່ຊຸກຍູ້ ສົ່ງເສີມການພົວພັນ ແລະ ຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນຂອບການຮ່ວມມືສອງ ຝ່າຍ ແລະ ຫຼາຍຝ່າຍ ເພື່ອຜົນປະ ໂຫຍດຮ່ວມກັນຂອງປະຊາຊົນ ຂອງສອງປະເທດ. ການໂອ້ລົມ ຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາ ກາດແຫ່ງໄມຕີຈິດມິດຕະພາບ ແລະ ເປັນກັນເອງ, ສ່ອງແສງໃຫ້ ເຫັນເຖິງການພົວພັນຮ່ວມມື ອັນດີງາມລະຫວ່າງສອງປະເທດ ຕະຫຼອດໄລຍະ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ຮ່ວມກັນ ກໍຄືການເປັນຄູ່ຮ່ວມຍຸດ ທະສາດ ຄົບຮອບ 5 ປີ ໃນປີ 2020 ນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ