ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງວຽງຈັນປະກາດເປັນຄະນະຊາວໜຸ່ມ 4 ບຸກ ຮອບທີ I
ເວລາອອກຂ່າວ: 2020-10-23 11:03:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ພິທີປະກາດຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງ ວຽງຈັນ ເປັນຄະນະຊາວໜຸ່ມ 4 ບຸກ ຮອບທີ I ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2020 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ, ໂດຍການເປັນກຽດເຂົ້າ ຮ່ວມຂອງທ່ານ ຄຳພັນ ສິດທິດຳ ພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ວຽງຈັນ, ທ່ານ ບຸນຕາ ເທບພະ ວົງ ຮອງເລຂາຄະນະບໍລິຫານ ງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ, ມີບັນດາຫົວ ໜ້າພະແນກການ, ອົງການ, ເລ ຂາຄະນະບໍລິຫານງານຊາວໜຸ່ມ ເມືອງ, ໜ່ວຍຊາວໜຸ່ມພະແນກ ການ, ໂຮງຮຽນ, ໂຮງໝໍ ພ້ອມ ດ້ວຍສະມາຊິກຊາວໜຸ່ມອ້ອມ ຂ້າງເຂົ້າຮ່ວມ. ທ່ານ ຄຳເລ້ ໄຊຍະວົງສີ ເລຂາຄະນະບໍລິຫານງານຊາວ ໜຸ່ມປະຊາຊົນປະຕິວັດລາວ ແຂວງວຽງຈັນ ໄດ້ລາຍງານຕໍ່ພິ ທີວ່າ: ຕະຫຼອດຊຸມປີຜ່ານມາ, ຄະນະຊາວໜຸ່ມປະຊາຊົນປະຕິວັດ ລາວແຂວງວຽງຈັນ ໄດ້ຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຊາວໜຸ່ມ ໃນເງື່ອນໄຂທີ່ສະພາບແວດລ້ອມພາຍໃນເອື້ອອໍານວຍຄວາມສະດວກ. ຄຽງຄູ່ກັນນີ້, ຍັງມີບັນຫາຫຍຸ້ງຍາກບາງດ້ານ ແຕ່ດ້ວຍຄວາມເຊື່ອໝັ້ນຕໍ່ພາ ລະກິດປ່ຽນແປງໃໝ່, ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ດ້ວຍຄວາມເອົາໃຈໃສ່ອົບຮົມບົ່ມ ສອນຈາກພໍ່ແມ່ຜູ້ປົກຄອງ, ສະຖາ ບັນການສຶກສາ, ການຈັດຕັ້ງສັງ ຄົມຕ່າງໆ, ຈຶ່ງເຮັດໃຫ້ຊາວໜຸ່ມ ເຍົາວະຊົນມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມກ້າວໜ້າໃນ ການຊອກຮູ້ຮໍ່າຮຽນເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການ ເມືອງທີ່ໜັກແໜ້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນ ຖັນແຖວຊາວໜຸ່ມ-ເຍົາວະຊົນ ໄດ້ ໂດຍພື້ນຖານ. ພ້ອມກັນນັ້ນ, ໄດ້ ນຳພາຊາວໜຸ່ມເຍົາວະຊົນບັນດາ ເຜົ່າ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຕິດພັນກັບ ການຜັນຂະຫຍາຍ ບັນດາມະຕິ ກອງປະຊຸມໃຫຍ່ຂອງພັກ, ຂອງ ຊາວໜຸ່ມແຕ່ລະຂັ້ນ, ຫັນລົງຮາກ ຖານ, ປັບປຸງ ແລະ ກໍ່ສ້າງການ ຈັດຕັ້ງຊາວໜຸ່ມແຕ່ລະຂັ້ນໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງ, ຖື ເອົາການສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ຊາວ ໜຸ່ມເຍົາວະຊົນໄດ້ຮັບການ ເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວ ທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ, ລະບຽບ ກົດໝາຍຂອງຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວ ເຊິ່ງເຮັດ ໃຫ້ຂະບວນການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 4 ບຸກຂອງຊາວໜຸ່ມບັນ ລຸຕາມຄາດໝາຍທີ່ວາງໄວ້ ແລະ ສາມາດປະກາດ ແລະ ມອບໃບ ຢັ້ງຢືນໃຫ້ຄະນະຊາວໜຸ່ມປະ ຊາຊົນປະຕິວັດລາວແຂວງວຽງ ຈັນ ເປັນຄະນະຊາວໜຸ່ມ 4 ບຸກ ຮອບທີ I ຂຶ້ນຢ່າງເປັນທາງການ. ຄະນະບໍລິຫານງານຊາວ ໜຸ່ມປະຊາຊົນປະຕິວັດລາວ ແຂວງວຽງຈັນ ຍັງໄດ້ຈັບມື ແຂ່ງ ຂັນກັນຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກຂອງຊາວໜຸ່ມ, ມີການ ມອບໃບຍ້ອງຍໍໃຫ້ຄະນະບໍລິຫານ ງານຊາວໜຸ່ມປະຊາຊົນປະຕິວັດ ລາວແຂວງວຽງຈັນ, ຄະນະຊາວ ໜຸ່ມພະແນກການ ແລະ ມອບທຸງ ໄຊນຳໜ້າຂະບວນການ 4 ບຸກ ໃຫ້ຊາວໜຸ່ມພະແນກການທີ່ມີ ຜົນງານດີເດັ່ນໃນການຈັດຕັ້ງ ປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງ ຊາວໜຸ່ມໃນໄລຍະຜ່ານມາ. ໃນຕອນທ້າຍຂອງພິທີ ໄດ້ ມີການເປີດປ້າຍ, ລັ່ນຄ້ອງ 9 ບາດ, ຕັດແຖບຜ້າ ແລະ ປ່ອຍປູມ ເປົ້າອີກດ້ວຍ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ