ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໝົດປີ 2020 ສ່ວຍສາອາກອນແຂວງໄຊຍະບູລີ ວາງຄາດໝາຍເກັບລາຍຮັບໃຫ້ໄດ້ລື່ນແຜນການ 6,5 ຕື້ກີບ
ເວລາອອກຂ່າວ: 2020-10-23 11:04:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນ ແຂວງ ໄຊຍະບູລີ ໄດ້ໃຫ້ສໍາພາດໃນ ວັນທີ 16 ຕຸລາ ວ່າ: ໃນປີ 2020 ສ່ວຍສາອາກອນ ປະຈໍາແຂວງ ໄຊຍະບູລີ ໄດ້ຮັບຕົວເລກຈັດເກັບ ລາຍຮັບຕາມແຜນເບື້ອງຕົ້ນ 251,1 ຕື້ກວ່າກີບ, ຕົວເລກແຜນ ດັດແກ້ງົບປະມານ 6 ເດືອນທ້າຍ ປີ 174,51 ຕື້ກວ່າກີບ. ຜ່ານການ ຈັດຕັ້ງປະຕິບັດ 9 ເດືອນປີ 2020 ສາມາດເກັບລາຍຮັບໄດ້ທັງໝົດ 153,97 ຕື້ກວ່າກີບ ເທົ່າກັບ 61,30% ຂອງແຜນເບື້ອງຕົ້ນ ແລະ 88,23% ຂອງແຜນດັດແກ້, ຖ້າທຽບໃສ່ປີຜ່ານມາລື່ນ 1,30% ເປັນເງິນ 1,97 ຕື້ກວ່າກີບ. ໃນນີ້, ລາຍຮັບພາສີອາກອນປົກ ກະຕິ 132, 58 ຕື້ກວ່າກີບ, ອາ ກອນຄ່າທໍານຽມຕ່າງໆ 4,83 ຕື້ກວ່າກີບ, ອາກອນຄ່າບໍລິການ 7,81 ຕື້ກວ່າກີບ, ລາຍຮັບທີ່ດິນ 8,74 ຕື້ກວ່າກີບ. ສາເຫດທີ່ເຮັດ ໃຫ້ການເກັບລາຍຮັບໄດ້ລື່ນແຜນ ຍ້ອນພວກເຮົາເອົາໃຈໃສ່ຈັດຕັ້ງ ປະຕິບັດກົນໄກການເກັບລາຍຮັບທີ່ທັນສະໄໝເຂົ້າໃນລະບົບ ໂດຍສະເພາະການນໍາໃຊ້ Tax Ris ໃຫ້ຜູ້ເສຍອາກອນມາແຈ້ງ ມອບຜ່ານລະບົບທະນາຄານ ຜ່ານ ມືຖືດ້ວຍຕົນເອງ, ສ້າງຄວາມ ສະດວກໃຫ້ນັກທຸລະກິດຜູ້ປະ ກອບການບໍ່ເສຍເວລາ, ລາຍ ຮັບບໍ່ຮົ່ວໄຫຼ. ອີກດ້ານໜຶ່ງທີມ ງານກະຊວງການເງິນ ກໍຄືກົມ ສ່ວຍສາອາກອນ ແລະ ອົງການ ປົກຄອງທ້ອງຖິ່ນໄດ້ລົງຊີ້ນໍາ-ນໍາພາຈັດຕັ້ງປະຕິບັດເກັບລາຍ ຮັບເປັນປົກກະຕິຕໍ່ເນື່ອງຈາກ ໂຄງການເຂື່ອນໄຟຟ້ານໍ້າຂອງ, ໂຄງການໄຟຟ້າຫົງສາ ເຊິ່ງໄດ້ ເຮັດໃຫ້ການແຈ້ງມອບອາກອນ ຂອງບໍລິສັດໄດ້ໄວ ແລະ ຖືກຕ້ອງ ຄົບຖ້ວນ. ທ່ານ ບຸນເສັງ ວົງສະນິດ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນ 3 ເດືອນ ທ້າຍປີ ສ່ວຍສາອາກອນແຂວງໄຊ ຍະບູລີ ຈະສູ້ຊົນເກັບລາຍຮັບໃຫ້ ໄດ້ 27 ຕື້ກວ່າກີບ. ໃນນີ້, ເກັບ ລາຍຮັບອາກອນປົກກະຕິ 16 ,86 ຕື້ກວ່າກີບ, ລາຍຮັບຄ່າທໍານຽມ ຕ່າງໆ 1,23 ຕື້ກວ່າກີບ, ລາຍຮັບ ຄ່າບໍລິການ 7,19 ຕື້ກວ່າກີບ, ລາຍຮັບຄ່າພາສີທີ່ດິນ 1,77 ຕື້ ກວ່າກີບ ແລະ ລາຍຮັບໝົດປີ ສ່ວຍສາອາກອນແຂວງໄຊຍະບູລີ ຈະເກັບ ໄດ້ທັງໝົດ 181 ຕື້ກວ່າ ກີບລື່ນ ແຜນການປີທີ່ຕັ້ງໄວ້ 4% ຫຼື ເທົ່າກັບ 6,5 ຕື້ກີບ ຫຼື ອາດຈະ ລື່ນແຜນຫຼາຍກວ່ານັ້ນ. ເພື່ອບັນ ລຸເປົ້າໝາຍທີ່ຕັ້ງໄວ້ ພວກເຮົາ ຕ້ອງຂະຫຍາຍລະບົບ Tax Ris ອອກຕື່ມ 2 ເມືອງ ຄື: ເມືອງໄຊ ຍະບູລີ ແລະ ເມືອງຫົງສາ, ຈັດຕັ້ງ ຄະນະຮັບຜິດຊອບເດີນສໍາຫຼວດ ຫົວໜ່ວຍທຸລະກິດຄືນໃໝ່, ຈັດ ແບ່ງເງື່ອນໄຂ ແລະ ຂະໜາດຂອງ ວິສາຫະກິດໃຫ້ເໝາະສົມກັບທຶນ ແລະ ລາຍຮັບທຸລະກິດ, ສືບຕໍ່ ເກັບລາຍຮັບຄ່າທໍານຽມທາງ ແລະ ພາສີທີ່ດິນຕາມແຈ້ງການ ຂອງເຈົ້າແຂວງ ສະເພາະລົດລັດ ໃຫ້ມາເສຍຢູ່ສ່ວຍສາອາກອນ ຫຼື ທະນາຄານການຄ້າຕ່າງປະ ເທດ, ລົດທົ່ວໄປຈະໄດ້ລົງກວດ ຕາມເສັ້ນທາງ ແລະ ຮ້ານຂາຍລົດ ພາຍໃນແຂວງ ສິ່ງສໍາຄັນຜູ້ຊື້ ແລະ ຜູ້ຂາຍຕ້ອງນໍາໃຊ້ໃບເກັບເງິນ, ຜູ້ຂາຍຕ້ອງມີເຄື່ອງມືບັນທຶກການ ຂາຍເປັນຂອງຕົນເອງ ແຕ່ຂຶ້ນທະ ບຽນນໍາສ່ວຍສາອາກອນ ພ້ອມ ທັງແຈ້ງມອບພັນທະດ້ວຍຕົນ ເອງ, ຫຼີກເວັ້ນທີ່ສຸດການເສຍ ມອບເໝົາ ທຸກຄົນທຸກພາກສ່ວນຕ້ອງຫັນເປັນທັນສະໄໝເຂົ້າໃນລະບົບ Tax Ris ນໍາກັນໃນການ ແຈ້ງມອບພັນທະຂອງຕົນເຂົ້າ ງົບປະມານຕາມ 6 ຊ່ອງທາງ ຂອງທະນາຄານການຄ້າຕ່າງປະ ເທດລາວ. ແຕ່ໂດຍລວມແລ້ວ ຕ້ອງຍຶດໝັ້ນ 3 ຍຸດທະສາດແຜນ ພັດທະນາຂອງກົມສ່ວຍສາອາ ກອນເປັນຫຼັກໃນການຈັດຕັ້ງປະ ຕິບັດຄື: ວິໄສທັດ, ໂປ່ງໃສ, ເປີດເຜີຍ, ເປັນຜູ້ຮ່ວມງານທີ່ດີ, ພາລະກິດທັນເວລາ, ເປັນທໍາ, ຖືກກົດໝາຍ, ຄ່ານິຍົມ, ວາງໃຈ ອາກອນ, ສັດຊື່ເປັນກາງ. ໂດຍ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ