ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງບຸນເໜືອ ຈະສຸມໃສ່ 5 ເປົ້າໝາຍພັດທະນາຕາມທິດສີຂຽວ ແລະ ຍືນຍົງ
ເວລາອອກຂ່າວ: 2020-10-25 12:26:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ສະຫາຍ ພອນໄຊ ແກ້ວສໍາ ພັນ ກໍາມະການຄະນະປະຈຳພັກ ແຂວງ ເລຂາພັກເມືອງ ເຈົ້າ ເມືອງໆບຸນເໜືອ ແຂວງຜົ້ງສາລີ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມ ກອງທັບ ວ່າ: ພາຍໃຕ້ການນຳ ພາຂອງພັກ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດຖະ ບານ, ໂດຍຍຶດໝັ້ນຍຸດທະສາດ ການພັດທະນາຕາມທິດສີຂຽວ ແລະ ຍືນຍົງທີ່ໄດ້ກໍານົດເອົາ ເມືອງບຸນເໜືອເປັນເທສະບານ ແຫ່ງໃໝ່ຂອງແຂວງຜົ້ງສາລີທີ່ ກຳລັງພັດທະນາເປັນສູນກາງ ທາງດ້ານການເມືອງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ, ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປັນເມືອງທາງຜ່ານຂອງ ແຂວງ, ມີຊາຍແດນຕິດກັບເມືອງ ຜົ້ງສາລີ, ຍອດອູ, ບຸນໃຕ້ ແລະ ສປ ຈີນ ຄວາມຍາວ 83 ກິໂລ ແມັດ, ມີດ່ານທ້ອງຖິ່ນ 1 ດ່ານ, ມີ 66 ບ້ານ, 6.080 ຄອບຄົວ, ມີພົນລະເມືອງທັງໝົດ 24.787 ຄົນ, ປະກອບມີ 14 ເຜົ່າຊົນຄື: ເຜົ່າ ອາຄາ ກວມເອົາ 41,83%, ພູ ນ້ອຍ 32,53% ຊົນເຜົ່າລື້ກວມ 14,70% ແລະ ເຜົ່າອື່ນໆ; ວຽກ ງານທາງດ້ານການເມືອງ ຄະນະ ພັກອຳນາດການປົກຄອງທ້ອງ ຖິ່ນໄດ້ສຸມໃສ່ວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດເປັນກົກ ເຮັດໃຫ້ພະນັກງານ ແຕ່ລະຂະແໜງການເປັນເຈົ້າ ການຊຸກຍູ້ປະຊາຊົນບັນດາເຜົ່າຮູ້ ແຈ້ງຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ, ພ້ອມກັນປະຕິບັດກົດ ໝາຍຂອງລັດຢ່າງເຂັ້ມງວດ, ຖືເອົາ 5 ຫຼັກການ 3 ທິດນໍາ ເປັນໄມ້ຫຼາວັດແທກຄຸນທາດ ການເມືອງຂອງພະນັກງານສະ ມາຊິກພັກ, ປັບປຸງກໍ່ສ້າງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານຈໍານວນ ແລະ ຄຸນນະພາບ. ໃນນີ້, ສາ ມາດບັນລຸໄດ້ 85% ຂຶ້ນໄປ. ວຽກງານການພັດທະນາເສດ ຖະກິດ-ສັງຄົມ ໂດຍລວມແມ່ນ ຂະຫຍາຍຕົວຢ່າງຕໍ່ເນື່ອງອັດ ຕາການເຕີບໂຕຂອງເສດຖະກິດ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະ ດັບ 11,07% ຂອງແຜນການປີ 2020, ລວມຍອດລາຍຮັບພາຍ ໃນ 163,02 ຕື້ກີບ, ທຽບໃສ່ ແຜນການປະຕິບັດໄດ້ 44,61%, ສະເລ່ຍໃສ່ຫົວຄົນບັນລຸໄດ້ 1.690 ໂດລາສະຫະລັດ, ເຊິ່ງ ການພັດທະນາເສດຖະກິດ ຖືເອົາ ການຜະລິດກະສິກໍາເປັນສິນຄ້າ ຕາມນະໂຍບາຍ 5 ທາງອອກ ຂອງເມືອງເປັນຕົ້ນຕໍ ອັນພົ້ນ ເດັ່ນແມ່ນ ການລ້ຽງ-ການປູກ. ໃນນີ້, ໄດ້ປູກອ້ອຍໃນ 43 ບ້ານ ສາມາດສ້າງລາຍຮັບໃຫ້ປະ ຊາຊົນ ສູງເຖິງ 72 ຕື້ກວ່າກີບ, ມີບາງຄອບຄົວໄດ້ 198 ລ້ານ ກີບ, ເດັ່ນກວ່າໝູ່ແມ່ນບ້ານຜາ ປຸ່ນເກົ່າ ມີລາຍຮັບເຖິງ 6 ຕື້ກີບ. ນອກຈາກນັ້ນ, ຍັງໄດ້ປູກຢາງພາ ລາສ້າງລາຍຮັບໄດ້ 13 ຕື້ກີບ, ຊາ, ໃບຢາສູບ, ໝາກເດືອຍ ແລະ ເຄື່ອງປ່າຂອງດົງ (ເຫັດແດງ) ສິນຄ້າສ່ວນໃຫຍ່ສົ່ງອອກ ສປ ຈີນ. ສ່ວນການບໍລິການ ແລະ ຫົວໜ່ວຍທຸລະກິດໄດ້ມີຫຼາຍຂະ ແໜງການມີໜໍ່ແໜງຂະຫຍາຍ ຕົວ, ສົ່ງເສີມສິນຄ້າ 1 ເມືອງ 1 ຜະລິດຕະພັນ (ສິນຄ້າໂອດອບ) ພ້ອມນັ້ນ, ຍັງໄດ້ຊຸກຍູ້ສົ່ງເສີມ ການບໍລິການຮ້ານອາຫານ, ເຮືອນພັກ, ແຫຼ່ງທ່ອງທ່ຽວທາງ ທຳມະຊາດ, ຊົມສວນຊາບູຮານ (ຊາ 400 ປີ) ແລະ ອື່ນໆ ເພື່ອ ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ. ດ້ານວຽກງານຄົມມະນາຄົມ ເຫັນວ່າມີຄວາມສະດວກສະບາຍ ຫຼາຍຂຶ້ນ ຍ້ອນການນໍາພາຂອງ ຄະນະພັກແຂວງ ກໍຄືການນຳ ເມືອງໄດ້ຖືເອົາການພັດທະນາພື້ນ ຖານໂຄງລ່າງເປັນປັດໄຈສໍາຄັນ ປັດຈຸບັນ, ທົ່ວເມືອງມີເສັ້ນທາງ ເຂົ້າເຖິງ 66 ບ້ານ ກວມເອົາ 100%. ໃນນີ້, ມີເສັ້ນທາງທຽວ ໄດ້ 2 ລະດູ ກວມເອົາ 54 ບ້ານ ເທົ່າກັບ 81,81%, ເສັ້ນທາງ ທຽວໄດ້ລະດູດຽວ ກວມເອົາ 12 ບ້ານ ເທົ່າກັບ 18,19%. ດ້ານ ການຊົມໃຊ້ຕາຂ່າຍໄຟຟ້າທົ່ວ ເມືອງມີບ້ານໄດ້ຊົມໃຊ້ໄຟຟ້າ ທັງໝົດ 60 ບ້ານ ກວມເອົາ 90,90% ຂອງຈຳນວນບ້ານທັງ ໝົດ ໃນຈຳນວນ 4.243 ຄົວ ເຮືອນ ເທົ່າກັບ 90,80%. ສະຫາຍ ພອນໄຊ ແກ້ວສຳພັນ ຍັງໃຫ້ຮູ້ວ່າ: ໄປຄຽງຄູ່ກັນນັ້ນ, ຍັງໄດ້ຈັດສັນທີ່ດິນ ແລະ ປະຕິບັດ ນະໂຍບາຍຖືກຕ້ອງ ຕາມແນວ ທາງຂອງພັກ ກໍຄືແຂວງ ແລະ ເມືອງກໍານົດເປັນຕົ້ນແມ່ນຄອບ ຄົວປະຊາຊົນທີ່ຖືກຜົນກະທົບ ຈາກການຍົກຍ້າຍເທສະບານ ຂອງແຂວງ ມາຮອດປັດຈຸບັນ, ສາມາດປະຕິບັດ ແລະ ຈັດສັນ ໃຫ້ຄອບຄົວທີ່ຖືກໂຄງການໄດ້ 44 ຄອບຄົວ, ອອກໃບຕາດິນ ໄດ້ 352 ຕອນ ແລະ ຈັດສັນ ດິນໃຫ້ປະຊາຊົນສໍາເລັດ 1 ບ້ານ. ຂົງເຂດວັດທະນະທຳ- ສັງຄົມ ໄດ້ຍົກລະດັບການສຶກ ສາຂອງພະນັກງານຄູ-ອາຈານຢູ່ ໂຮງຮຽນເຕັກນິກວິຊາຊີບ, ໂຮງ ຮຽນມັດທະຍົມສົມບູນ ແລະ ຂັ້ນປະຖົມສຶກສາເປັນຕົ້ນແມ່ນ ອາຄານ, ຫ້ອງຮຽນ ແລະ ອຸປະ ກອນຮັບໃຊ້ໃນການສິດສອນ ໃຫ້ຄົບຊຸດຕາມຫຼັກສູດກະຊວງ ສຶກສາທິການ ແລະ ກີລາກໍານົດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຮັດໃຫ້ອັດຕາການເຂົ້າຮຽນ ຂອງເດັກ 5 ປີ ບັນລຸ 94%, ຊັ້ນປະຖົມ 100%, ຊັ້ນມັດທະ ຍົມຕົ້ນ 68,4%, ຊັ້ນມັດທະຍົມ ສົມບູນ 48,8%, ອັດຕາການຮູ້ ໜັງສື ເກນອາຍຸ 15-24 ປີ ບັນລຸ 98,67%. ຂົງເຂດວຽກງານສາທາລະ ນາສຸກ ໄດ້ຊີ້ນໍາຫ້ອງການສາທາ ລະນະສຸກເມືອງ ລົງຕິດຕາມ ກວດກາສຸກສາລາຢູ່ບັນດາກຸ່ມ ບ້ານເພີ່ມທະວີວຽກງານການສັກ ຢາປ້ອງກັນພະຍາດທີ່ເກີດຕາມ ລະດູການ ເປັນຕົ້ນແມ່ນພະຍາດ ໄຂ້ເລືອດອອກ ແລະ ຕິດຕາມ ການແຜ່ລະບາດຂອງເຊື້ອພະ ຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ແລະ ພະຍາດອື່ນໆ ໃຫ້ທ່ວງທັນ ໂດຍການຫັນລົງ ໂຄສະນາເຜີຍແຜ່ປະຕິບັດການ ອະນາໄມຕາມຫຼັກການ 5 ປ ຂອງກະຊວງສາທາລະນາສຸກ ກໍຄື ພະແນກສາທາລະນາສຸກ ແຂວງ, ເຊິ່ງປັດຈຸບັນທົ່ວເມືອງ ມີບ້ານສາທາລະນະສຸກແບບ ຢ່າງ 38 ບ້ານກວມເອົາ 57%, ອັດຕາການຊົມໃຊ້ນໍ້າສະອາດ ກວມເອົາ 71%, ການຊົມໃຊ້ ວິດຖ່າຍ ກວມເອົາ 62%. ການ ສ້າງຄອບຄົວ ແລະ ບ້ານວັດທະນະທໍາໄດ້ຂະຫຍາຍຕົວຢ່າງຕັ້ງໜ້າ. ປັດຈຸບັນທົ່ວເມືອງສາມາດ ສ້າງບ້ານວັດທະນະທຳໄດ້ 29 ບ້ານ, ຄອບຄົວວັດທະນະທຳ 168 ຄອບຄົວ. ສັງລວມແລ້ວ, ຜ່ານການຈັດ ຕັ້ງປະຕິບັດຕາມແນວທາງນະ ໂຍບາຍຂອງພັກກໍຄື ມະຕິ 3 ສ້າງຂອງກົມການເມືອງສູນກາງ ພັກວ່າດ້ວຍ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງ ຮອບດ້ານ ແລະ ສ້າງບ້ານເປັນ ບ້ານພັດທະນາຕິດພັນກັບການ ເຕົ້າໂຮມບ້ານນ້ອຍໃຫ້ກາຍ ເປັນບ້ານໃຫຍ່ ແລະ ໂຮມບ້ານ ໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດ ເຫັນວ່າໃນໄລ ຍະຜ່ານມາເມືອງບຸນເໜືອໄດ້ຮັບ ການພັດທະນາແບບມີຈຸດສຸມ ຂອງລັດຖະບານ ກໍຄືຕາມທິດ ນຳຂອງແຂວງໃນການພັດທະ ນາພື້ນຖານໂຄງລ່າງ, ເສດຖະ ກິດ, ວັດທະນະທຳ-ສັງຄົມ ຕາມທິດການພັດທະນາແບບສີ ຂຽວ ແລະ ຍືນຍົງ. ໂດຍ: ວັນໄຊ ໄຊສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ