ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ນາຍົກລັດຖະມົນຕີ ລົງຊຸກຍູ້ການແກ້ໄຂໄພນ້ຳຖ້ວມຢູ່ເມືອງເຊໂປນ
ເວລາອອກຂ່າວ: 2020-10-25 17:24:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ໃນວັນທີ 23 ຕຸລາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ພ້ອມດ້ວຍຄະນະໄດ້ເດີນທາງໄປ ຢ້ຽມຢາມເມືອງເຊໂປນ, ແຂວງ ສະຫວັນນະເຂດ ເພື່ອເຄື່ອນໄຫວ, ຊຸກຍູ້ຊ່ວຍເຫຼືອ ແລະ ໃຫ້ທິດຊີ້ນຳ ໃນການແກ້ໄຂ ແລະ ຟື້ນຟູຊີວິດ ການ ເປັນຢູ່ຂອງປະຊາຊົນ ທີ່ໄດ້ ຮັບຜົນກະທົບຈາກໄພພິບັດນໍ້າ ຖ້ວມໃນໄລຍະວັນທີ 7-21 ຕຸລາ ນີ້. ໃນໂອກາດນີ້, ທ່ານນາຍົກ ລັດຖະມົນຕີ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງສະພາບຊີວິດ ການເປັນຢູ່ຂອງປະຊາຊົນບ້ານ ວັງຄົດ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດນໍ້າຖ້ວມຢູ່ສູນພັກຊົ່ວ ຄາວຈຸດໂຮງຮຽນປະຖົມບ້ານວັງ ຄົດ ແລະ ໄປເບິ່ງພື້ນທີ່ບ້ານທີ່ຖືກ ນໍ້າໄຫຼຊຸ, ເຊິ່ງເຫັນວ່າບ້ານວັງຄົດມີ 115 ຫຼັງຄາເຮືອນ, ໃນນັ້ນ ມີບ້ານທີ່ຖືກນໍ້າພັດໄຫຼບໍ່ເຫຼືອ ຫຍັງ 26 ຫຼັງ, ເປ່ເພເກັບກູ້ຄືນ ໄດ້ບາງສ່ວນ 6 ຫຼັງ, ນໍ້າຖ້ວມແຕ່ ບໍ່ເສຍຫາຍ 77 ຫຼັງ, ສ່ວນຜົນເສຍ ຫາຍດ້ານອື່ນຂອງບ້ານດັ່ງກ່າວ ມີເນື້ອທີ່ເຂົ້ານາປີ 20 ເຮັກຕາ, ສວນປູກເຂົ້າ 15 ເຮັກຕາ, ສວນ ກ້ວຍ 15 ເຮັກຕາ, ເສົາໄຟຟ້າ 32 ຕົ້ນ, ກົງເຕີນັບໄຟ 77 ໜ່ວຍ, ແບ້ 20 ກວ່າໂຕ, ສັດປີ 200 ກວ່າໂຕ ແລະ ອື່ນໆ. ສຳລັບຜົນ ກະທົບຈາກໄພນໍ້າຖ້ວມ ໃນທົ່ວ ເມືອງເຊໂປນ ຄັ້ງນີ້ ມີ 47 ບ້ານ, 2.500 ກວ່າຫຼັງຄາເຮືອນ, 2.700 ກວ່າຄອບຄົວ, 15.600 ກວ່າຄົນ (ຍິງ 7.800 ກວ່າຄົນ), ປະຊາຊົນທີ່ຖືກອົບພະຍົບ ມີ 29 ບ້ານ, 2.000 ກວ່າຄອບຄົວ, 12.000 ກວ່າຄົນ, ສ່ວນຜົນເສຍ ຫາຍມີຄົນເສຍຊີວິດ 1 ຄົນ, ເຮືອນເປ່ເພ-ໄຫຼນໍ້າ 109 ຫຼັງ, ຜົນຜະລິດເສຍຫາຍ ນາ 1.764 ເຮັກຕາ, ສວນປູກເຂົ້າ 498 ເຮັກ ຕາ, ໜອງປາ 271 ໜອງ, ຄວາຍ 5 ໂຕ, ງົວ 68 ໂຕ, ແບ້ 148 ໂຕ, ໝູ 18 ໂຕ, ນອກນັ້ນຍັງມີເສັ້ນ ທາງ, ລະບົບໄຟຟ້າໃຊ້, ພື້ນຖານ ໂຄງລ່າງການສຶກສາ, ສາທາລະ ນະສຸກ ແລະ ອື່ນໆ, ລວມມູນຄ່າ ເສຍຫາຍທັງໝົດ ໃນທົ່ວເມືອງ 317 ກວ່າຕື້ກີບ. ໃນໂອກາດດຽວກັນ, ຢູ່ສະ ໂມສອນໃຫຍ່ ຂອງເມືອງເຊໂປນ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ ກຽດໂອ້ລົມ ແລະ ຊີ້ນຳແກ່ອົງ ການປົກຄອງເມືອງເຊໂປນ, ຜູ້ ຕາງໜ້າເມືອງພີນ, ເມືອງນອງ ແລະ ເມືອງວິລະບູລີ ໃນການແກ້ ໄຂ ແລະ ຟື້ນຟູຊີວິດການເປັນ ຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນໍ້າຖ້ວມ ຄັ້ງນີ້. ກ່ອນອື່ນ ທ່ານໄດ້ກ່າວ ຍ້ອງຍໍຊົມເຊີຍທຸກພາກສ່ວນ ທີ່ກ່ຽວຂ້ອງທີ່ມີຄວາມຮັບຜິດ ຊອບ, ມີຄວາມຕັດສິນໃຈ ແລະ ເສຍສະຫຼະສູງ, ມີຄວາມສາມັກ ຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະ ໄດ້ຮີບຮ້ອນເຂົ້າ ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະ ທົບຢ່າງທັນການ ແລະ ໄດ້ຮັບ ຜົນດີພໍສົມຄວນ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳ ເຫັນເນັ້ນໜັກ ໃຫ້ຜູ້ເຂົ້າຮ່ວມ ກໍຄື ພາກສ່ວນ ແລະ ຂະແໜງການທີ່ ກ່ຽວຂ້ອງເອົາໃຈໃສ່ຕໍ່ບາງບັນ ຫາສຳຄັນເປັນຕົ້ນ: ເອົາໃຈໃສ່ ວຽກງານປ້ອງກັນຄວາມສະ ຫງົບ, ບໍ່ໃຫ້ຄົນບໍ່ດີສວຍໂອກາດ ລັກເອົາວັດຖຸສິ່ງຂອງຂອງປະ ຊາຊົນ; ສົມທົບກັນນຳເອົາເຄື່ອງ ອຸປະໂພກ-ບໍລິໂພກ ທີ່ຈຳເປັນໄປ ຊ່ວຍເຫຼືອປະຊາຊົນ ເພື່ອແກ້ໄຂ ສຸກເສີນໃຫ້ທັນການ ແລະ ທົ່ວເຖິງ; ເອົາໃຈໃສ່ເບິ່ງແຍງສຸຂະພາບ ຂອງປະຊາຊົນ ທີ່ຢູ່ໃນສູນພັກຊົ່ວ ຄາວຢ່າງໃກ້ຊິດຕິດແທດ ເພື່ອຮັບ ປະກັນດ້ານສຸຂາອະນາໄມ, ປ້ອງ ກັນ ແລະ ປິ່ນປົວພະຍາດທີ່ອາດ ເກີດຂຶ້ນໃຫ້ທັນການ; ໃຫ້ສືບຕໍ່ ຕິດຕາມຂໍ້ມູນຂ່າວສານກ່ຽວກັບ ສະພາບດິນຟ້າອາກາດຢ່າງເປັນ ປົກກະຕິ ແລະ ມີແຜນຮອງຮັບ ກັບຜົນກະທົບທີ່ອາດເກີດຂຶ້ນ ໃຫ້ດີ, ເນື່ອງຈາກປັດຈຸບັນຍັງຢູ່ ໃນໄລຍະສ່ຽງ ທີ່ຈະເກີດມີພະຍຸ ພັດເຂົ້າມາອີກຮອບໃໝ່; ຄຽງ ຄູ່ກັບການຊ່ວຍເຫຼືອຈາກພາກ ສ່ວນຕ່າງໆ, ໃຫ້ສືບຕໍ່ປຸກລະ ດົມປະຊາຊົນ ໃຫ້ມີຄວາມເປັນ ເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເອງ; ບັນດາສູນພັກຊົ່ວຄາວ ແລະ ການຟື້ນຟູຜົນກະທົບ ໃນ ຕໍ່ໜ້າໃຫ້ມີການຈັດຕັ້ງນໍາພາ-ຄຸ້ມຄອງ, ມີການຈັດສັນໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ, ມີການແບ່ງຄວາມຮັບຜິດຊອບ ໃຫ້ທຸກພາກສ່ວນ ແລະ ປະຊາ ຊົນຄັກແນ່; ສືບຕໍ່ເກັບກຳຂໍ້ມູນ ຜົນເສຍຫາຍ, ຄວາມຕ້ອງການ ອັນຈຳເປັນຂອງປະຊາຊົນໃຫ້ລະ ອຽດ ເພື່ອສະດວກແກ່ການຊ່ວຍ ເຫຼືອ ແລະ ຟື້ນຟູຜົນກະທົບໄດ້ຮັບ ຜົນດີ. ນອກຈາກນັ້ນ, ຍັງໄດ້ເນັ້ນ ໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19, ບໍ່ໃຫ້ມີການເຜີຕົວ ຫຼື ຖືເບົາ ເດັດຂາດ; ໃນສະພາບທີ່ ຍັງມີການບາດຂອງພະຍາດໂຄ ວິດ-19 ໃນບັນດາປະເທດໃກ້ ຄຽງ, ແຜນການພັດທະນາໃນ ຕໍ່ໜ້າໃຫ້ເອົາໃຈໃສ່ນຳໃຊ້ທ່າ ແຮງຂອງທ້ອງຖິ່ນ ໃຫ້ເກີດປະ ໂຫຍດສູງສຸດ ໂດຍສະເພາະ ສົ່ງເສີມປະຊາຊົນເພີ່ມພູນຜະລິດ ຜົນ ໃຫ້ເປັນຂະບວນການກວ້າງ ຂວາງ ເພື່ອຫຼຸດຜ່ອນການນຳເຂົ້າ ສິນຄ້າຈາກຕ່າງປະເທດ, ສ້າງ ລາຍຮັບ ແລະ ປັບປຸງຊີວິດການ ເປັນຢູ່ຂອງເຂົາເຈົ້າໃຫ້ນັບມື້ດີ ຂຶ້ນເປັນກ້າວໆ; ໃຫ້ພ້ອມກັນປະ ຢັດມັດທະຍັດໂດຍຫຼຸດຜ່ອນການ ພົບປະສັງສັນ, ການຈັດງານ ຕ່າງໆ ທີ່ໃຫຍ່ໂຕເກີນຄວາມຈຳ ເປັນ; ເອົາໃຈໃສ່ສຶກສາອົບຮົມ- ສັ່ງສອນລູກຫຼານ, ຊາວໜຸ່ມ- ເຍົາວະຊົນໃຫ້ເປັນຄົນຮູ້ຜູ້ດີ, ບໍ່ ໄປພົວພັນ ຫຼື ມົ່ວສຸມສິ່ງບໍ່ດີຕ່າງໆ; ເອົາໃຈໃສ່ຄຸ້ມຄອງຄົນຕ່າງປະ ເທດໃຫ້ດີ, ພ້ອມທັງຕ້ານ ແລະ ສະກັດກັ້ນກຸ່ມຄົນບໍ່ຫວັງດີທີ່ສ້າງ ຄວາມປັ່ນປ່ວນໃນສັງຄົມ, ຫວັງ ແບ່ງ ແຍກ ຄວາມສາມັກຄີພາຍໃນ ຫຼື ໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີ ແລະ ຫວັງມ້າງເພລະບອບໃໝ່ ຂອງພວກເຮົາ. ການລົງພື້ນທີ່ ແລະ ຢ້ຽມຢາມ ປະຊາຊົນ ເມືອງເຊໂປນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບ ເງິນສົດໃຫ້ເມືອງເຊໂປນ, ເມືອງ ພີນ, ເມືອງນອງ ແລະ ເມືອງວິ ລະບູລີ ເພື່ອນຳໄປຊ່ວຍເຫຼືອປະ ຊາຊົນ ລວມທັງໝົດ 500 ລ້ານ ກີບ ພ້ອມດ້ວຍເຄື່ອງອຸປະໂພກ- ບໍລິໂພກ ໃຫ້ເມືອງເຊໂປນ ຄິດ ເປັນມູນຄ່າ ເກືອບ 300 ລ້ານກີບ ຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ