ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍົກລັດຖະມົນຕີ ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງສາລະວັນ
ເວລາອອກຂ່າວ: 2020-10-27 09:31:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ໃນວັນທີ 24 ຕຸລາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງສາລະ ວັນ, ໂດຍມີທ່ານ ໂພໄຊ ໄຊຍະ ສອນ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຄະນະນຳ ແລະ ພະນັກ ງານຫຼັກແຫຼ່ງຂອງແຂວງໃຫ້ ການຕ້ອນຮັບ ແລະ ເຂົ້າຮ່ວມ ຮັບຟັງການໂອ້ລົມ. ທ່ານ ເຈົ້າແຂວງໆສາລະວັນ ໄດ້ລາຍງານຫຍໍ້ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານ-ເງິນຕາ ໄລຍະ 9 ເດືອນ ປີ 2020 ແລະ ຄວາມຄືບໜ້າການກະກຽມດຳ ເນີນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ສາລະ ວັນ ໃຫ້ຊາບວ່າ: ທົ່ວແຂວງສືບ ຕໍ່ມີຄວາມສະຫງົບທາງດ້ານ ການເມືອງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວ 4,3%, ການເກັບລາຍຮັບເຂົ້າ ງົບປະມານຂອງລັດປະຕິບັດໄດ້ 94,24 ຕື້ກີບເທົ່າກັບ 65,28% ຂອງແຜນດັດແກ້, ການປະຕິບັດ ແຜນລາຍຈ່າຍ ໄດ້ 306,38 ຕື້ກີບ ເທົ່າກັບ 63,75% ຂອງແຜນດັດ ແກ້; ການແກ້ໄຂຄວາມທຸກຍາກ ໃນປີ 2020 ໄດ້ຈຳນວນ 7 ບ້ານ, 535 ຄອບຄົວ ເຮັດໃຫ້ທົ່ວ ແຂວງ ຍັງເຫຼືອບ້ານທຸກຍາກ 52 ບ້ານ ກວມ 8,98%, ຄອບ ຄົວທຸກຍາກ 3.604 ຄອບຄົວ ກວມ 4,99% ແລະ ອື່ນໆ. ສຳ ລັບການກະກຽມດຳເນີນກອງ ປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະ ນະພັກແຂວງ, ມາຮອດປັດຈຸບັນ ໜ່ວຍພັກຮາກຖານ ແລະ ໜ່ວຍ ພັກຂຶ້ນກັບຄະນະພັກຮາກຖານ ຈຳນວນ 970 ໜ່ວຍ, ຄະນະຮາກ ຖານ ຈຳນວນ 36 ຮາກຖານ, 2 ອົງຄະນະພັກກຳລັງປະກອບອາ ວຸດ ແລະ 8 ອົງຄະນະພັກເມືອງ ແມ່ນໄດ້ສຳເລັດການດຳເນີນ ກອງປະຊຸມໃຫຍ່ຂັ້ນຂອງຕົນ ແລ້ວ 100%; ການກະກຽມຮ່າງ ລາຍງານການເມືອງ, ຮ່າງບົດສຳ ຫຼວດການນຳພາລວມ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າແມ່ນໄດ້ທາບທາມ ແລະ ປະກອບຄຳຄິດເຫັນຈາກຫຼາຍ ພາກສ່ວນ 2 ຮອບແລ້ວ; ສ່ວນ ດ້ານອື່ນໆ ມີຄວາມພ້ອມແລ້ວ ປະມານ 90%. ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດທີ່ການນຳ ພັກ- ລັດ, ພະນັກງານ, ທະຫານ, ຕຳ ຫຼວດ ແລະ ປະຊາຊົນບັນດາເຜົ່າ ແຂວງສາລະວັນສາມາດປະຕິ ບັດໄດ້ໃນໄລຍະທີ່ຜ່ານມາ, ພ້ອມ ທັງຍົກໃຫ້ເຫັນຜົນງານອັນພົ້ນ ເດັ່ນ ແລະ ມູນເຊື້ອອັນດີງາມຂອງ ແຂວງສາລະວັນໃນອະດີດ ກໍຄື ປັດຈຸບັນ, ລວມທັງໄດ້ແຈ້ງໃຫ້ ຊາບກ່ຽວກັບສະພາບການພົ້ນ ເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ, ສາ ກົນ ແລະ ພາຍໃນປະເທດ, ສະ ພາບການແຜ່ລະບາດຂອງພະ ຍາດໂຄວິດ-19 ຢູ່ບັນດາປະເທດ ແລະ ອື່ນໆ. ອັນສຳຄັນ, ທ່ານນາ ຍົກລັດຖະມົນຕີໄດ້ສະເໜີ ແລະ ເນັ້ນໜັກ ໃຫ້ອົງການປົກຄອງ ແຂວງສາລະວັນທຸກຂັ້ນເອົາໃຈ ໃສ່ບາງບັນຫາຕື່ມ ເປັນຕົ້ນເອົາ ໃຈໃສ່ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຕາມ ຄະນະສະເພາະກິດວາງອອກ ແຕ່ລະໄລຍະຢ່າງເຂັ້ມງວດ, ພ້ອມ ທັງປັບປຸງແບບແຜນດຳລົງຊີ ວິດ ແລະ ວິທີຄິດ ໃຫ້ມີການຫັນ ປ່ຽນດີຂຶ້ນກວ່າເກົ່າ, ປອດໄພ ກວ່າເກົ່າ ແລະ ເກີດປະໂຫຍດ ຫຼາຍກວ່າເກົ່າ ໃຫ້ແກ່ຕົນເອງ, ການຈັດຕັ້ງ ແລະ ປະເທດຊາດ ໂດຍສະເພາະການເຮັດວຽກຢ່າງ ມີແຜນການ, ການປະຢັດມັດທະ ຍັດ, ການຈັດງານຕ່າງໆໃຫ້ມີ ຄວາມເໝາະສົມກັບເງື່ອນໄຂ ແລະ ສະພາບການ; ຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນ ແລະ ພາກສ່ວນຕ່າງໆໃຫ້ຫຼາຍຂຶ້ນ ເພື່ອຮັບປະກັນທາງດ້ານສະ ບຽງອາຫານ ໃຫ້ພຽງພໍກັບຄວາມ ຕ້ອງການພາຍໃນ ແລະ ຫຼຸດຜ່ອນ ການນຳເຂົ້າຈາກຕ່າງປະເທດ ເປັນກ້າວໆ ໂດຍສຸມໃສ່ຜະລິດກະ ສິກຳສະອາດ, ປອດສານພິດ ແລະ ຕາມທ່າແຮງທີ່ປະຊາຊົນ ແຕ່ລະ ທ້ອງຖິ່ນມີມູນເຊື້ອ; ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ ວຽກງານການລົງທຶນ ແລະ ການ ດຳເນີນທຸລະກິດ ເພື່ອຍາດແຍ່ງ ເອົາການລົງທຶນໃຫ້ຫຼາຍ; ການ ພັດທະນາ ແລະ ກໍ່ສ້າງພື້ນຖານ ໂຄງລ່າງຈຳນວນໜຶ່ງ ກໍສາມາດ ຫັນເປັນການລົງທຶນໃນຮູບແບບ BOT ຄົ້ນຄວ້າສ້າງທ່າບົກ (Dry Port) ເພື່ອເປັນຈຸດສູນລວມ ໃນການບໍລິການຂົນສົ່ງສິນຄ້າ; ໃຫ້ນຳເອົາຄຳສະເໜີຂອງປະ ຊາຊົນສົ່ງຂ່າວໄປຄົ້ນຄວ້າປຶກ ສາຫາລືເພື່ອພ້ອມກັນແກ້ໄຂ ຢ່າງມີຄວາມຮັບຜິດຊອບ, ປັບ ປຸງການບໍລິຫານລັດ ຕາມທິດຫັນ ສູ່ຄຸນນະພາບ ແນໃສ່ເຮັດໃຫ້ ການຈັດຕັ້ງມີຄວາມເຂັ້ມແຂງ, ການປະຕິບັດໜ້າທີ່ຂອງພະນັກ ງານ ມີຄວາມໂປ່ງໃສ ແລະ ຈິງ ໃຈບໍລິການຮັບໃຊ້ປະຊາຊົນຢ່າງ ແທ້ຈິງ; ສືບຕໍ່ປັບປຸງການຈັດຕັ້ງ ຂອງບາງຂະແໜງການຂັ້ນເມືອງ ໃຫ້ກະທັດຮັດ, ມີຄວາມເຂັ້ມແຂງ, ສອດຄ່ອງກັບສະພາບຄວາມ ຮຽກຮ້ອງຕ້ອງການຂອງວຽກ ງານຕົວຈິງ. ນອກຈາກນັ້ນ, ຍັງ ໄດ້ເນັ້ນໜັກໃຫ້ສືບຕໍ່ຮັກສາມູນ ເຊື້ອໝາກຜົນຂອງການປະຕິວັດ ຂອງແຂວງ, ພັດທະນາເສດຖະ ກິດໃຫ້ມີການຂະຫຍາຍຕົວ, ຄຸ້ມ ຄອງສັງຄົມໃຫ້ມີຄວາມເປັນລະ ບຽບຮຽບຮ້ອຍ, ພັດທະນາ ແລະ ປັບປຸງການສຶກສາ ແລະ ສາທາ ລະນະສຸກໃຫ້ມີຄຸນນະພາບ, ສ້າງ ພະນັກງານໃຫ້ມີຄວາມເປັນແບບ ຢ່າງແກ່ປະຊາຊົນ, ເອົາໃຈໃສ່ ແລະ ມີສະຕິລະວັງຕົວໃນການ ຕ້ານ ແລະ ສະກັດກັ້ນບັນດາປະກົດ ການຫຍໍ້ທໍ້, ລວມທັງກົນອຸບາຍ ຕ່າງໆຂອງກຸ່ມຄົນທີ່ບໍ່ຫວັງດີ. ສຳລັບການກະກຽມດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສາລະ ວັນ, ສຳຄັນແມ່ນບົດລາຍງານ ການເມືອງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 5 ປີ ຕໍ່ໜ້າ ແມ່ນຕ້ອງກົມກຽວໄປ ລວງດຽວກັນ, ເຊິ່ງການກຳນົດ ແຜນ ຕ້ອງໃຫ້ແທດເໝາະກັບ ທ່າແຮງບົ່ມຊ້ອນຕົວຈິງ, ມີຄວາມ ອາດສາມາດໃນການຈັດຕັ້ງປະຕິ ບັດ ແລະ ມີການຈັດລຽງບູລິ ມະສິດ ບັນດາວຽກຈຸດສຸມ ແລະ ໂຄງການ ຢ່າງລະອຽດຈະແຈ້ງ, ການກຳນົດໂຄງການ ຕ້ອງຄຳນຶງ ໃຫ້ທົ່ວສັງຄົມ ໄດ້ມີສ່ວນຮ່ວມໃນ ການຮັບຜົນປະໂຫຍດ. ພ້ອມນີ້, ຮ່າງບົດສຳຫຼວດຕີລາຄາການ ນຳພາລວມຂອງຄະນະບໍລິຫານ ງານພັກແຂວງ ຕ້ອງຊອກໃຫ້ ເຫັນຜົນງານ-ຈຸດດີ, ທ່າແຮງ, ຈຸດອ່ອນ-ຂໍ້ຄົງຄ້າງ-ຂໍ້ບົກພ່ອງ, ສາຍເຫດ, ບົດຮຽນທີ່ຖອດຖອນ ໄດ້, ທິດທາງແຜນການພັດທະນາ ແລະ ວິທີປັບປຸງແກ້ໄຂໃນຕໍ່ໜ້າ ຢ່າງຈະແຈ້ງ, ຊັດເຈນ ແລະ ສອດ ຄ່ອງກັບຕົວຈິງ ໂດຍມີການປຶກ ສາຫາລືກັນ, ຈິງໃຈກ້າເວົ້າຄວາມ ຈິງ, ເຊິ່ງບັນຫາຄົງຄ້າງໃດສາ ມາດແກ້ໄດ້ ກໍໃຫ້ແກ້ໄຂໄວ, ອັນ ໃດ ບໍ່ທັນສາມາດແກ້ໄຂໄດ້ກໍໃຫ້ມີ ການວາງແຜນແກ້ໄຂໃນເວລາທີ່ ສົມເຫດສົມຜົນ. ໂດຍ: ກົມປະຊາສຳພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ