ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສິລະປະກອນກອງທັບ ແຫ່ງ ສສ ມຽນມາ ສຳເລັດການເຄື່່ອນໄຫວສະແດງມິດຕະພາບຢູ່ ສປປ ລາວ
ເວລາອອກຂ່າວ: 2018-12-18 09:01:03 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 379584499 | ຄວາມນິຍົມ:



ພັນເອກ ຄໍາຂື່ນ ເລີດສະ ໄຫວ ຮອງຫົວໜ້າກົມໂຄສະນາ ກົມໃຫຍ່ການເມືອງກອງທັບ ໄດ້ ນໍາຄະນະສິລະປະກອນກອງທັບ ແຫ່ງ ສສ ມຽນມາ ເຊິ່ງນໍາໂດຍ ທ່ານ ພົນຈັດຕະວາ ຊໍມິນຕຸນ ຮອງຫົວໜ້າກົມຈິດຕະວິທະຍາ ແລະ ສົງຄາມຈິດຕະສາດ, ຫົວ ໜ້ານຳພາຄະນະສິລະປະກອນ ກອງທັບ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະໄດ້ສໍາເລັດການ ເຄື່ອນໄຫວຢ້ຽມຢາມ ແລະ ສະ ແດງສິລະປະມິດຕະພາບຢູ່ຫໍວັດ ທະນະທໍາແຫ່ງຊາດ, ກອງບັນ ຊາການທະຫານນະຄອນຫລວງ ວຽງຈັນ ແລະ ກອງບັນຊາທະ ຫານແຂວງຈໍາປາສັກ ໃນລະ ຫວ່າງວັນທີ 11-17 ທັນວາ 2018 ນີ້. ການເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຂອງ ຄະນະສິລະປະກອນກອງທັບ ສສ ມຽນມາ ໃນຄັ້ງນີ້ເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການສ້າງບັນຍາກາດຟົດຟື້ນ ມ່ວນຊື່ນ ແລະ ປຸກລະດົມກຳລັງ ໃຈຢ່າງໃຫຍ່ຫຼວງໃຫ້ແກ່ພະນັກ ງານ-ນັກຮົບໃນກອງທັບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າປະ ກອບສ່ວນເຂົ້າໃນການແຂ່ງຂັນ ກັນສ້າງຜົນງານຂໍ່ານັບຮັບຕ້ອນ ວັນສຳຄັນຕ່າງໆຂອງຊາດຂອງ ກອງທັບ ໂດຍສະເພາະສ້າງບັນ ຍາກາດສະເຫຼີມສະຫຼອງວັນ ຊາດທີ 2 ທັນວາ ຄົບຮອບ 43 ປີ, ວັນຄ້າຍວັນເກີດຂອງປະ ທານ ໄກສອນ ພົມວິຫານ ຄົບ ຮອບ 98 ປີ ແລະ ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ໃຫ້ເປັນຂະບວນ ການຟົດຟື້ນ. ການສະແດງມິດ ຕະພາບຂອງຄະນະສິລະປະ ກອນກອງທັບ ແຫ່ງ ສສ ມຽນ ມາ ຄັ້ງນີ້ບໍ່ພຽງແຕ່ປະກອບ ສ່ວນສ້າງບັນຍາກາດເບີກບານ ມ່ວນຊື່ນ ໃນໂອກາດວັນສຳຄັນ ຂອງຊາດເທົ່ານັ້ນ, ຍັງເປັນການ ແລກປ່ຽນບົດຮຽນທາງດ້ານສິ ລະປະວັດທະນະທຳ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະ ພາບລະຫວ່າງສອງຊາດ, ສອງ ກອງທັບ ແລະ ປະຊາຊົນສອງ ຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ການສະແດງຂອງຄະນະສິລະ ປະກອນກອງທັບແຫ່ງ ສສ ມຽນ ມາ ຄັ້ງນີ້ແມ່ນປະກອບມີ 12 ລາຍການສະແດງສຳຄັນທີ່ສ່ອງ ແສງເຖິງຮີດຄອງປະເພນີວັດ ທະນະທຳດ້ານສຽງເພງປະກອບ ບົດຟ້ອນທີ່ງົດງາມ ແລະ ສະ ແດງເຖິງສາຍພົວພັນມິດຕະ ພາບທີ່ດີງາມ ລະຫວ່າງສອງ ຊາດ, ສອງກອງທັບ ມຽນມາ-ລາວ ເຊິ່ງເຮັດໃຫ້ຜູ້ຊົມມີຄວາມ ເບີກບານມ່ວນຊື່ນ ແລະ ປະທັບ ໃຈເປັນຢ່າງດີ. ໂອກາດທີ່ຄະນະ ມາເຄືອນໄຫວສະແດງສິລະປະ ໃນຄັ້ງນີ້ຍັງໄດ້ໄປທ່ຽວຊົມສະ ຖານທີທ່ອງທ່ຽວທາງດ້ານວັດ ທະນະທໍາຢູ່ນະຄອນຫລວງວຽງ ຈັນ ແລະ ແຫຼ່ງທ່ອງທ່ຽວທໍາ ມະຊາດຢູ່ແຂວງຈໍາປາສັກອີກ ດ້ວຍ. ໂດຍ: ສົມພອນ ສີສຸມັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ