ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງບໍລິຄຳໄຊ ຈະຈັດໃຫ້ມີຫຼາຍຂະບວນການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2018-12-18 09:03:54 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 78 | ຄວາມນິຍົມ:



ທ່ານ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະ ປະຈຳພັກແຂວງ, ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງບໍລິຄຳໄຊກ່າວວ່າ: ເພື່ອ ຫ້າງຫາກະກຽມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ທີ່ຈະມາ ເຖິງໃຫ້ມີບັນຊາກາດຟົດຟື້ນ, ມ່ວນຊື່ນ, ກວ້າງຂວາງ ແລະ ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ສຳຄັນຮູ້ເຖິງທາດແທ້ມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍ ຕົວ, ເຂັ້ມແຂງ ແລະ ສູ້ຮົບມີໄຊຂອງກອງທັບເຮົາ ເຊິ່ງຈະໄດ້ຈັດໃຫ້ ມີຫຼາຍຂະບວນການຫຼາກຫຼາຍສີສັນໃນທົ່ວປະເທດໃຫ້ກາຍ ເປັນປາງບຸນໃຫຍ່ຂອງຊາດ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງບໍ ລິຄຳໄຊ ພວກເຮົາກໍໄດ້ມີການກະກຽມສ້າງຂະບວນການຮອບ ດ້ານ ໂດຍເອົາເນື້ອໃນເປັນຕົ້ນຕໍ, ເອົາພິທິການເປັນສຳຄັນໂດຍອີງ ໃສ່ ເນື້ອໃນຈິດໃຈຂອງບັນດານິຕິກຳທີ່ຂັ້ນເທິງວາງອອກເປັນຕົ້ນ ແມ່ນຈັດຕັ້ງເຊື່ອມຊຶມຄຳສັ່ງ ແນະນຳຂອງຂັ້ນເທິງ, ຂອງ ແຂວງກໍຄືຂອງກອງບັນຊາ ການທະຫານແຂວງ ແລະ ໄດ້ ຈັດຕັ້ງກອງປະຊຸມເຜີຍແຜ່ແບ່ງ ວຽກດ້ານຕ່າງໆ ແນໃສ່ເຮັດ ໃຫ້ແຕ່ລະໜ້າວຽກມີຜົນສຳເລັດ ສູງເພື່ອແນ່ໃສ່ເຮັດໃຫ້ພະນັກ ງານ, ທະຫານ, ຕຳຫຼວດ, ອຳນາດການປົກຄອງ, ພໍ່ແມ່ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ເຊື່ອມຊຶມຢ່າງເລິກເຊິ່ງຕໍ່ກັບ ມູນເຊື້ອທາດແທ້ ແລະ ການ ປະຕິບັດ 02 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະ ນາປະເທດຊາດເຫັນຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ຂອງກອງທັບ ປະຊາຊົນລາວ ຄົບ ຮອບ 70 ປິ. ກອງບັນຊາການທະຫານ ແຂວງບໍລິຄຳໄຊໄດ້ຖືເອົາໂອ ກາດການຈັດຕັ້ງສະເຫຼີມສະ ຫຼອງກອງທັບປະຊາຊົນລາວ ຄົບຮອບ 70 ປີເປັນການຍູ້ຂະ ບວນການວຽກງານຮອບດ້ານ ໃຫ້ແຂງແຮງ ສຸມໃສ່ຈັດຕັ້ງປະ ຕິບັດ 04 ໜ້າທີ່ໃຫ່ຍ 26 ແຜນ ງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກໃຫ້ປະກົດ ຜົນເປັນຈິງ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫ່ຍຄັ້ງທີ່ X ຂອງ ພັກວາງອອກໃຫ້ໄດ້ຮັບຜົນດີ ເຊີ່ງວຽກແຕ່ລະດ້ານໄດ້ມີການ ຈັດຕັ້ງປະຕິບັດ ແລະ ມີແຜນກະ ກຽມໄດ້ເປັນຢ່າງດີເຊັ່ນ: ວຽກເຮັດໃຫ້ສະພາບມີຄວາມ ສະຫງົບ: ໄດ້ມີແຜນການເຄື່ອນ ໄຫວປ້ອງກັນບໍລິເວນທົ່ວແຂວງ ໃຫ້ມີຄວາມສະຫງົບ,ຈັດວາງ ກຳລັງ,ຈຸດຫຼໍ່ແຫຼມ, ເຂດຖຸລະກັນ ດານທີ່ເຫັນວ່າມີຄວາມສ່ຽງທີ່ ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ເອົາໃຈໃສ່ວຽກງານປະຈຳການ ສູ້ຮົບຄົບຊຸດມີກຳລັງພາຫະນະ ແລະ ອາວຸດລູກກະສູນ, ມີຄະ ນະພັກ-ຄະນະບັນຊາຕິດຕາມ ກວດກາເພື່ອແກ້ໄຂໃຫ້ທັນເວ ລາ ແລະ ຂໍທິດຈາກຂັ້ນເທິງເພື່ອ ຊີ້ນຳບັນຊາໃຫ້ແທດເໝາະ ແລະ ໄດ້ຮັບຜົນດີ. ກະກຽມຮັບປະກັນສຸຂະພາບ ພະນັກງານ-ນັກຮົບໃຫ້ດີ, ກະ ກຽມບັນດາຢາປົວພະຍາດເພື່ອ ຮັບປະກັນໃຫ້ມີຄວາມແຂງແຮງ ກຽມພ້ອມສູ້ລົບ ແລະ ສູ້ຮົບມີ ໄຊ, ມີແຜນຊີ້ນຳອຳນາດການປົກ ຄອງບ້ານກຳລັງສຳຮອງກຳລັງ ກອງຫຼອນໃຫ້ມີຄວາມຮັບປະກັນ ແລະ ເຮັດໜ້າທີ່ເວນຍາມບໍລິ ເວນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສະຫງົບປອດໄພດີ. ວຽກງານປັບປຸງກໍ່ສ້າງກຳລັງ: ພວກເຮົາໄດ້ມີການເປີດບັ້ນກຳ ເນີນຊີວິດການເມືອງທົ່ວກອງ ບັນຊາການທະຫານແຂວງບໍລິ ຄຳໄຊສຳເລັດ,ເປີດຮຽນທິດສະ ດີການເມືອງ ໄລຍະສັ້ນ 45 ວັນ ສຳເລັດ, ກະກຽມບົດກ່າວປາໃສ ຜົນງານຮອບດ້ານຂອງ ກບຊ ໃຫ້ຂັ້ນເທິງ (ເຈົ້າແຂວງ) ໃນພິ ທິສະເຫຼີມສະຫຼອງ ແລະ ບົດປາ ຖະກະຖາ 20 ມັງກອນ 2019. ສ້າງແຜນການລົງຈັດຕັ້ງປາຖະ ກະຖາຢູ່ບັນດາກົມກອງ ທົ່ວທະ ຫານແຂວງ ມັນດາໂຮງຮຽນມໍ ປາຍ ແລະ ໂຮງຮຽນວິຊາຊີບ. ບັນດາວຽກຂະບວນການ ຕ່າງໆ: ໄດ້ມີການປະດັບປະດາ ຄ້າຍຄູໃຫ້ມີຄວາມສະອາດງາມ ຕາ, ປັກທຸງຊາດ, ທຸງພັກ,ທຸງທີວ. ມີແຜນກໍ່ສ້າງປ້າຍໂຄສະນາ 4m x 8m ເທົ່າກັບ 4 ແຜ່ນ. ປ້າຍຄຳຂັວນຢູ່ບັນດາຈຸດທາງ ເຂົ້າຄ້າຍ, ນອກຈາກຢູ່ໃນ ກບຊ ແລ້ວກໍໄດ້ແຈ້ງການໃຫ້ແຕ່ລະ ກົມກອງຂຶ້ນກັບຈັດຕັ້ງປະຕິບັດ ເຮັດໃຫ້ວັນບຸນດັ່ງກ່າວເປັນປາງບຸນໃຫ່ຍທົ່ວກອງທັບ ແລະ ທົ່ວ ປວງຊົນ,ໄດ້ມີການແຈ້ງການໃຫ້ແຕ່ລະກົມກອງຈັດຕັ້ງເຝິກຊ້ອມ ສິລະປະວັນນະຄະດີແລ້ວກໍສົ່ງ ເຂົ້າແຂ່ງຂັນກັນຢູ່ກອງບັນຊາ ການທະຫານແຂວງບໍລິຄຳໄຊ. ຈາກນັ້ນກໍໄດ້ເລືອກເອົາລາຍ ງານທີ່ດີເດັ່ນນຳເຂົ້າແຂ່ງຂັນຢູ່ ເຂດໃຈກາງໃນກາງແຂ່ງສິລະ ປະວັນນະຄະດີສະໝັກຫຼີ້ນທົ່່ວ ກອງທັບຄັ້ງທີ່ V ເຂດແຂ່ງຂັນທີ່ 3 ທີ່ແຂວງວຽງຈັນເປັນເຈົ້າ ພາບ ສາມາດຍາດໄດ້ລາງວັນທີ່ III ຂອງສາຍເພງຄູ່ຍິງຊາຍ. ສຳລັບວຽກງານແຂ່ງຂັນກີລາ ກາຍຍະກຳ: ໄດ້ມີການຈັດຕັ້ງ ແບ່ງສາຍກີລາປະເພດຕ່າງໆ ມີການແຂ່ງຂັນຢ່າງມີບັນຍາ ກາດເບີກບານ ມ່ວນຊື່ນ.ນອກນັ້ນ ຍັງໄດ້ສົ່ງນັກກີລາໄປຮ່ວມແຂ່ງ ຂັນກີລາມວນຊົນຢູ່ແຂວງສະ ຫວັນນະເຂດສາມາດຍາດໄດ້ ຫຼາຍລາງວັນທີ່ໜ້າຊື່ນຊົມເປັນ ຕົ້ນແມ່ນກີ ລາບານເຕະໄດ້ທີ III, ກີລາບານ ສົ່ງຊາຍໄດ້ທີ IV. ກີລາການທະຫານ, ຍີງປືນ PK ໄດ້ທີ່ I, ຍິງປືນ AK ບົດ 1 ເປົ້າ ເຫຼັກໄດ້ທີ II. ສະເພາະກີລານັກ ຮົບແຂງແຮງໄດ້ທີ III, ກີລາ ແລ່ນມ້າງປະກອບອາວຸດ. ລວມໝູ່ໄດ້ທີ I ບຸກຄົນໄດ້ທີ່ I,II, III.ໄດ້ສົ່ງນັກກີລາພາຍເຮືອງ ຊ່ວງເຂົ້າຮ່ວມໃນງານບຸນປະ ເພນີ ອອກພັນສາປະວໍລະນາ ປີ 2018 ທີ່ເມືອງປາກຊັນແຂວງ ບໍລິຄຳໄຊ. ເຮືອນ້ອຍ 22 ສິພາຍ ແລະ ເຮືອໃຫ່ຍ 55 ສີພາຍໄດ້ທີ່ ສາມາດໄດ້ລາງວັນທີີ່ I (ລາງ ວັນຊະນະເລີດ). ວຽກງານປັບປຸງສະຖານທີ່ ເສັ້ນທາງ,ໄຟ, ແສງສີ ເວທີງານ ຈັດຊຸມນຸມມິດຕີງແມ່ນໄດ້ມີ ການກະກຽມເປັນຢ່າງເຊັ່ນ:ກໍ່ ສ້າງທາງເຂົ້າຄ້າຍຍາວ 222 ແມັດ, ກ້ວາງ 08 ແມັດ ເຊິ່ງປູ ດ້ວຍຢາງ, ກວດກາສະຖານທີ່ ເຮັດຮ້ານມິດຕີ່ງຮ້ານສະແດງ ສິລະປະວັນນະຄະດີພົວພັນຕະ ຫຼາດນັດຢູ່ເດີນກິລາຄົບວົງຈອນ ຂອງແຂວງລະບົບໄຟຟ້າໄຟ ແສງສີໃຫ້ຄົບຊຸດ, ໄດ້ປັບປຸງບັນ ດາສີ່ງກໍ່ສ້າງພາຍໃນກອງບັນ ຊາການໃຫ້ມີຄວາມສວຍງາມ ເຊັ້ນ: ກໍ່ສ້າງຫໍສະໝຸດ,ເຮືອນ ຈອດລົດ,ເຮືອນຟຸຍນິເຈີ ແລະ ອື່ນໆ. ວຽກງານກະກຽມສວນສະ ໜາມ: ກະກຽມເຝິກຊ້ອມໃຫ້ກະ ຊວງແມ່ນໄດ້ເລີ່ມລົງທືກຊ້ອມຢູ່ ໂຮງຮຽນສິທະນາໄຊ ແຕ່ວັນທີ່ 24/9/2018 ຮອດວັນທີ່ 20/ 11/ 2018 ເປັນເວລາສອງ ເດືອນໄດ້ຂຶ້ນຊ້ອມຢູ່ກະຊວງແຕ່ ວັນທີ່ 21/11/2018 ຮອດວັນ ມື້ສະແດງແທ້, ຢູ່ແຂວງບໍລິຄຳ ໄຊເຮົາແມ່ນໄດ້ກະກຽມກ້ອນ ຍືນສວນສະໜາມ 1 ກ້ອນ, ກ້ອນສວນສະໜາມ 1 ກ້ອນ, ກີລາກາຍຍະກຳມີການສະແດງ ມວຍມີ 1 ບົດ, ຫັດກາຍມີ 2 ບົດ : ຫັດກາຍມືເປົ່າ ແລະ ຫັດ ກາຍ ແທງກະບີ່, ກິລາການທະ ຫານມີ 2 ທີມ ແລ່ນມ້າງປະ ກອບ ອາວຸດ ແລະ ຍີງປືນ RPK. ນອກຈາກບັນດາວຽກທີ່ ກ່າວມາຂ້າງເທິງນີ້ແລ້ວຍັງມີ ບັນດາໜ້າວຽກອື່ນໆ ເຊິ່ງເປັນ ສີ່ງຊຸດດັນໃຫ້ພະນັກງານນັກຮົບ ມີແນວຄິດຫ້າວຫັນຕໍ່ວຽກງານ ຕ່າງໆ ເຮັດໃຫ້ແນວຄິດປະຕິວັດ ວຽກງານຕ່າງໆ ເປັນສີ່ງເອື້ອ ອຳນວຍໃຫ້ແກ້ການສະເຫຼີມສະ ຫຼອມວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ໃຫ້ ເຕັມໄປດ້ວຍບັນຍາກາດຜົນ ງານ ແລະ ໄຊຊະນະອັນຈົບ ງາມ. ທ້າຍນີ້ ຂໍອວຍພອນໄຊແດ່ ການນຳ ພັກລັດ ນາຍ ແລະ ພົນ ທະຫານ ນາຍ ແລະ ພົນຕຳຫຼວດ ພໍ່ແມ່ພີ່ນ້ອງປະຊາຊົນບັນດາ ເຜົ່າຈົ່ງມີສຸຂະພາບແຂງແຮງສືບ ຕໍ່ເຮັດໜ້າທີ່ ແລະ ປະສົບຜົນສຳ ເລັດຂອງພວກທ່ານທຸກປະການ ປະກອບວ່ວນສ້າງສາພັດທະນາ ປະເທດຊາດໃຫ້ຮຸ່ງເຮືອງຕໍ່ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ