ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງເອກອັກຄະລັດຖະທູດ ອົດສະຕາລີ
ເວລາອອກຂ່າວ: 2020-10-29 08:18:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນທີ 28 ຕຸລາ ນີ້, ຢູ່ທີ່ກະ ຊວງປ້ອງກັນປະເທດ, ທ່ານ ພົນ ເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນ ປະເທດ ໄດ້ຕ້ອນຮັບການເຂົ້າ ຢ້ຽມອໍາລາຂອງ ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ເອກອັກຄະ ລັດຖະທູດ ແຫ່ງ ອົດສະຕາລີ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາ ເລັດໜ້າທີ່ການທູດຢູ່ ສປປ ລາວ. ທ່ານ ລັດຖະມົນຕີກະຊວງ ປ້ອງກັນປະເທດລາວ ໄດ້ສະແດງ ຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າ ທີ່ວຽກງານການທູດຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີຜ່ານມາ, ເຊິ່ງການປະຕິບັດໜ້າທີ່ການທູດ ດັ່ງກ່າວເປັນການປະກອບສ່ວນ ທີ່ສໍາຄັນໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດ, ກໍຄືສອງກອງ ທັບລາວ- ອົດສະຕາລີ, ທັງເປັນ ການປະກອບສ່ວນຮັດແໜ້ນສາຍ ພົວພັນ ທີ່ດີທີ່ມີມູນເຊື້ອມາແຕ່ ດົນນານ ແລ້ວນັ້ນໃຫ້ນັບມື້ນັບຂະ ຫຍາຍຕົວຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ທ່ານ ຈ໋ອງ ເບີນາລ໌ ຄາຣາສໂກ ກໍໄດ້ສະແດງ ຄວາມຂອບໃຈຕໍ່ທ່ານລັດຖະ ມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໃຫ້ສັນຍາວ່າຈະສືບຕໍ່ຮັດແໜ້ນສາຍພົວພັນການ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆລະຫວ່າງ ລາວ-ອົດສະຕາລີ ໃຫ້ນັບມື້ດີຂຶ້ນ ໂດຍສະເພາະແມ່ນການຊ່ວຍ ເຫຼືອກໍ່ສ້າງບຸກຄະລາກອນໃນຖັນ ແຖວກອງທັບປະຊາຊົນລາວໃຫ້ຫຼາຍຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ