ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2020-10-29 08:20:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ຂປລ ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກນະຄອນຫຼວງ ວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນ ຢ່າງເປັນທາງການໃນວັນທີ 28 ຕຸລານີ້, ໂດຍການໃຫ້ກຽດ ເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະ ນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາອະດີດການນຳພັກ-ລັດ ຂອງນະ ຄອນຫຼວງວຽງຈັນ, ພະນັກ ງານປະຕິວັດອາວຸໂສ, ແຂກຖືກ ເຊີນ ແລະ ຜູ້ແທນສົມບູນຈຳ ນວນ 357 ສະຫາຍ, ຍິງ 53 ສະຫາຍທີ່ເປັນຕົວແທນໃຫ້ສະ ມາຊິກພັກທົ່ວນະຄອນຫຼວງວຽງ ຈັນ ຈໍານວນ 21.800 ກວ່າສະ ຫາຍເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ດຳ ເນີນໄປເປັນເວລາ 2 ວັນ, ໂດຍ ພາຍໃຕ້ຄຳຂວັນທີ່ວ່າ: “ຍົກ ສູງຄວາມຮັບຜິດຊອບ ແລະ ຄວາມສາມາດນຳພາຂອງອົງ ຄະນະພັກ, ເພີ່ມທະວີຄວາມ ສັກສິດ ແລະ ປະສິດທິພາບຂອງ ການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມດ້ວຍກົດໝາຍ; ຮັບປະກັນ ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ; ເຕົ້າໂຮມ ທຸກກຳລັງແຮງຂອງສັງຄົມ ເຂົ້າໃນການພັດທະນາເສດຖະ ກິດ, ຫຼຸດພົ້ນອອກຈາກຄວາມ ດ້ອຍພັດທະນາ ແລະ ຍົກລະ ດັບຄຸນນະພາບ ຊີວິດການເປັນຢູ່ ຂອງປະຊາຊົນໃຫ້ສູງຂຶ້ນ; ສ້າງ ການຫັນປ່ຽນຢ່າງແຂງແຮງ ໃນການພັດທະນານະຄອນຫຼວງ ວຽງຈັນ ໃຫ້ສົມເປັນເມືອງຫຼວງ ຂອງປະເທດ”, ເຊິ່ງຈະໄດ້ສຸມ ໃສ່ຕີລາຄາຜົນການນໍາພາຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງນະຄອນຫຼວງວຽງຈັນ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ໜ້າທີ່ ແລະ ຄາດໝາຍໃຫຍ່ໃນ ການພັດທະນານະຄອນຫຼວງ ວຽງຈັນ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025). ພ້ອມ ດຽວກັນນັ້ນ, ບັນດາຜູ້ແທນສົມ ບູນຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກນະຄອນ ຫຼວງວຽງຈັນ ສະໄໝທີ VII ແລະ ປ່ອນບັດເອົາຜູ້ແທນໄປຮ່ວມກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ໂອກາດດັ່ງກ່າວ, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະ ການກົມການເມືອງສູນກາງ ພັກ, ເລຂາຄະນະພັກ, ເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນ ຜ່ານບົດລາຍງານການເມືອງ ໂດຍຍົກໃຫ້ເຫັນດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງ ແລະ ຜົນງານ ທີ່ນະຄອນຫຼວງວຽງຈັນຍາດ ມາໄດ້ໃນໄລຍະຜ່ານມາ ເຊິ່ງ ມີຫຼາຍວຽກງານໃນຫຼາຍຂະ ແໜງການໄດ້ຮັບການພັດທະ ນາ ແລະ ປະສົບຜົນສຳເລັດ ເປັນກ້າວໆມາ, ອັນໄດ້ເຮັດໃຫ້ ນະຄອນຫຼວງວຽງຈັນ ມີສະຖຽນ ລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນ ຖານ, ເສດຖະກິດສືບຕໍ່ຂະຫຍາຍ ໃນທ່ວງທ່າດີ ແລະ ຖືກທິດ; ຖານະເສດຖະກິດຂອງນະຄອນ ຫຼວງຢືນຢູ່ແຖວໜ້າຂອງບັນດາ ທ້ອງຖິ່ນທົ່ວປະເທດ, GDP ກວມເອົາ 30% ແລະ ການຈັດ ເກັບລາຍຮັບທີ່ເກີດຂຶ້ນຢູ່ນະ ຄອນຫຼວງວຽງຈັນ ກວມເອົາ ຫຼາຍກວ່າ 40% ຂອງທົ່ວປະ ເທດ, ລະດັບຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງ ປະຊາຊົນໄດ້ຮັບການຍົກລະ ດັບນັບມື້ດີຂຶ້ນ, ປະຊາກອນມີ ລາຍໄດ້ສະເລ່ຍຫຼາຍ ກວ່າ 2 ເທົ່າ ຂອງລາຍໄດ້ສະເລ່ຍທົ່ວ ປະເທດ, ຄອບຄົວທຸກຍາກຖືກ ແກ້ໄຂໂດຍພື້ນຖານ, ຕົວເມືອງ ແລະ ຊານເມືອງ ໄດ້ຮັບການພັດ ທະນາ ແລະ ມີໂສມໜ້າໃໝ່. ຄຽງຄູ່ກັນນັ້ນ, ເສດຖະກິດ ຂອງນະຄອນຫຼວງວຽງຈັນ ເຖິງວ່າເຕີບໂຕໃນລະດັບສູງ, ແຕ່ການຈັດຕັ້ງປະຕິບັດບາງ ໂຄງການ, ເປັນຕົ້ນໂຄງການບຸກ ທະລຸສ້າງຖານະການເງິນຍັງ ເຮັດໄດ້ໜ້ອຍ, ໜີ້ສິນສາທາລະ ນະຍັງຫຼາຍສົມຄວນ, ຂັ້ນ ເມືອງ ແລະ ບ້ານບໍ່ທັນສາມາດ ສ້າງລາຍຮັບສູ່ທ້ອງຖິ່ນ ເພື່ອ ດູນລາຍຈ່າຍຂອງຕົນເອງໄດ້, ການຈັດຫາງົບປະມານເພື່ອບູ ລະນະສ້ອມແປງ-ກໍ່ສ້າງເສັ້ນ ທາງໃນຕົວເມືອງ ແລະ ຊານ ເມືອງ ບໍ່ໄດ້ຕາມຄວາມຮຽກ ຮ້ອງຕ້ອງການຕົວຈິງ, ຕົວເມືອງ ເຖິງວ່າມີການພັດທະນາແຕ່ພື້ນ ຖານໂຄງລ່າງເສັ້ນທາງ, ສາ ທາລະນຸປະໂຫຍດ ແລະ ການ ບໍລິການຮັບໃຊ້ປະຊາຊົນ ຍັງພົບ ຄວາມຫຍຸ້ງຍາກຫຼາຍອັນ; ສາ ລະບານງົບປະມານຮັບໃຊ້ການ ບໍລິການຕົວເມືອງບໍ່ທັນມີ, ການ ຄຸ້ມຄອງ ແລະ ບໍລິຫານຈັດການ ຕົວເມືອງປະສິດທິພາບບໍ່ທັນ ສູງ, ການສ້າງເມືອງສີຂຽວບໍ່ທັນ ເຮັດໄດ້ດີ; ການຂຸດຄົ້ນຊັບ ພະຍາ ກອນທໍາມະຊາດ, ພັດທະນາທີ່ ດິນບໍ່ທັນມີມາດຕະການກວດ ກາແກ້ໄຂທີ່ເຂັ້ມງວດ ແລະ ອື່ນໆ. ໂດຍ: ທະນູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ