ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຕິບັດງານພິເສດ 589 ມອບໃບຍ້ອງຍໍໃຫ້ກອງບັນຊາການທະຫານແຂວງຄຳມ່ວນ
ເວລາອອກຂ່າວ: 2020-10-29 08:27:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ວັນທີ 22 ຕຸລານີ້, ສະຫາຍ ພັນໂທ ບຸຍ ນາມຈຸງ ຫົວໜ້າການ ເມືອງ ກອງປະຕິບັດງານພິເສດ 589 ສສ ຫວຽດນາມ ໄດ້ນຳ ເອົາເງິນ ຈຳນວນ 150 ລ້ານດົງ ແລະ ໃບຍ້ອງຍໍບຸກຄົນ ແລະ ກົມ ກອງລວມໝູ່ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະ ຕິບັດຊອກຄົ້ນຫາອັດຖິຂອງທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມທີ່ເສຍສະຫຼະຊີ ວິດໃນປາງສົງຄາມ ປະຈຳລະດູ ແລ້ງ ສົກປີ 2019-2020, ລວມ ທັງໝົດ 10 ກົມກອງລວມໝູ່ ແລະ ບຸກຄົນ 15 ສະຫາຍ, ມາມອບໃຫ້ ກອງບັນຊາການທະຫານແຂວງ ຄຳມ່ວນ, ໂດຍກ່າວຮັບຂອງສະ ຫາຍ ພົນຈັດຕະວາ ສົມແຄນ ອັບ ປະສອນ ກຳມະການຄະນະປະ ຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະພັກ-ຄະນະກອງ ບັນຊາການ, ພະແນກການທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ກອງ ທັບປະຊາຊົນຫວຽດນາມ ກໍຄື ກອງປະຕິບັດງານພິເສດ 589 ທີ່ໄດ້ນຳເອົາວັດຖຸປັດໄຈມາຊ່ວຍ ເຫຼືອ ແລະ ໃຫ້ການຍ້ອງຍໍໃນຄັ້ງ ນີ້, ພ້ອມທັງ ຕີລາຄາສູງຕໍ່ຄວາມ ເອົາໃຈໃສ່ຂອງກອງປະຕິບັດ ງານພິເສດ 589 ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະກອງບັນ ຊາການທະຫານແຂວງກວາງ ບິ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ ການຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງເປັນ ການເພີ່ມທະວີໄມຕີຈິດມິດຕະ ພາບ ແລະ ຄວາມສາມັກຄີແບບ ພິເສດລະຫວ່າງສອງພັກ, ສອງ ລັດ, ສອງກອງທັບປະຊາຊົນ ລາວ ແລະ ກອງທັບປະຊາຊົນ ຫວຽດນາມ, ສອງກອງບັນຊາ ການທະຫານແຂວງຄຳມ່ວນ ແລະ ກອງບັນຊາການທະຫານ ແຂວງກວາງບິ່ງ ສສ ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຍິ່ງໆ ຂຶ້ນໄປເລື້ອຍໆ ແລະ ອວຍພອນ ໃຫ້ ສະຫາຍ ພັນໂທ ບຸຍ ນາມຈຸງ ພ້ອມດ້ວຍພະນັກງານ-ນັກຮົບ ທີ່ມາເຄື່ອນໄຫວປະຕິບັດໜ້າທີ່ ຊອກຄົ້ນຫາອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດໃນປາງ ສົງຄາມກັບຄືນປະເທດໃນຄັ້ງນີ້ ຈົ່ງ ມີສຸຂະພາບແຂງແຮງ ມີຜົນສຳ ເລັດໃນໜ້າທີ່ວຽກງານທີ່ຂັ້ນເທິງ ມອບໝາຍໃຫ້. ໂດຍ : ວິໄລວອນ ພົມມະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ