ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຈົ້າເມືອງ ເມືອງອາດສະພັງທອງ ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ເມືອງຈຳພອນ ແລະ ເມືອງຊົນນະບູລີ
ເວລາອອກຂ່າວ: 2020-10-29 08:29:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ໃນວັນທີ 26 ຕຸລາ 2020 ນີ້; ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງໆ ອາດສະພັງທອງ ແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະໄດ້ເດີນທາງໄປມອບ ເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງຈໍາພອນ ແລະ ເມືອງ ຊົນ ນະບູລີ ເພື່ອບັນເທົາທຸກໃນເບື້ອງ ຕົ້ນ. ໃນການເຄື່ອນໄຫວມອບ ເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມ ຢູ່ເມືອງຈໍາພອນ ແລະ ເມືອງຊົນ ນະບູລີ ໃນຄັ້ງນີ້, ໄດ້ນໍາເອົານໍ້າດື່ມ ຈຳນວນ 138 ແພັກ, ໝີ່ 37 ແກັດ ແລະ ປາກະປ໋ອງ 20 ແກັດ ເຊິ່ງ ຄິດເປັນມູນຄ່າທັງໝົດ 4.119.000 ກີບ ນໍາໄປມອບ ໃຫ້ເມືອງຈຳພອນ ກ່າວຮັບໂດຍ ທ່ານ ນາງ ພູທອງ ແກ້ວໄຊຍະ ພອນ ຮອງເຈົ້າເມືອງໆ ຈໍາພອນ ແລະ ມອບໃຫ້ເມືອງຊົນນະບູລີ ມີນໍ້າດື່ມ 138 ແພັກ, ໝີ່ 37 ແກັດ ແລະ ປາກະປ໋ອງ 20 ແກັດ ຄິດ ເປັນມູນຄ່າທັງໝົດ 4.119.000 ກີບ, ເຊິ່ງກ່າວຮັບໂດຍ ທ່ານ ສຸວິ ໄລ ຫຼວງຊະລາດ ເຈົ້າເມືອງໆ ຊົນນະບູລີ ລວມມູນເຄື່ອງຊ່ວຍ ເຫຼືອທີ່ໄດ້ນໍາໄປມອບໃຫ້ 2 ເມືອງໃນຄັ້ງນີ້ ຈຳນວນທັງໝົດ 8.238.000 ກີບ. ໂອກາດດັ່ງກ່າວ, ຄະນະນຳທັງ 2 ເມືອງໄດ້ສະແດງຄວາມຂອບ ໃຈ ແລະ ຈະນຳເອົາເຄື່ອງຊ່ວຍ ເຫຼືອທີ່ມີຄຸນຄ່າດັ່ງກ່າວນີ້, ໄປ ມອບໃຫ້ປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໄພພິບັດນຳ້ຖ້ວມ ຢ່າງວ່ອງໄວ ແລະ ທົ່ວເຖິງ. ໂດຍ: ສາຍສະໝຸດ ສິມພະ ລີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ