ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໄລຍະ 45 ປີ ສະພາແຫ່ງຊາດເປັນເວທີຄົ້ນຄວ້າພິຈາລະນາຫຼາຍບັນຫາສຳຄັນຂອງຊາດ
ເວລາອອກຂ່າວ: 2020-10-29 08:32:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ໃນໂອກາດໂຮມຊຸມນຸມວັນ ສ້າງຕັ້ງສະພາແຫ່ງຊາດ ຄົບ ຮອບ 45 ປີ, ທ່ານ ນາງ ປານີ ຢາທໍ່ ຕູ້ ກໍາມະການກົມການເມືອງສູນ ກາງພັກ ປະທານສະພາແຫ່ງຊາດ ຂຶ້ນຜ່ານບົດລາຍງານເຊິ່ງມີ ບາງເນື້ອໃນວ່າ: ຕະຫຼອດໄລຍະ 45 ປີ, ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງສະພາປະຊາ ຊົນສູງສຸດ ໃນເມື່ອກ່ອນ ແລະ ສະພາແຫ່ງຊາດໃນປັດຈຸບັນ, ສາ ມາດຍາດໄດ້ຜົນງານອັນດີເດັ່ນ ໃນການປະຕິບັດພາລະບົດບາດ ໜ້າທີ່ຂອງຕົນ ແລະ ເປັນເວທີ ຄົ້ນຄວ້າພິຈາລະນາຫຼາຍບັນຫາ ສຳຄັນຂອງຊາດ. ສະພາແຫ່ງຊາດໄດ້ຮັບຮອງ ເອົາລັດຖະທຳມະນູນ ສະບັບ ທຳອິດ ຂອງ ສປປ ລາວ ແລະ ໄດ້ປະກາດໃຊ້ຕາມລັດຖະດຳລັດ ຂອງປະທານປະເທດ, ສະບັບ ເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ແລະ ໄດ້ຮັບ ການປັບປຸງ 2 ຄັ້ງ ຄື: ປີ 2003 ແລະ 2015 ເຊິ່ງລັດຖະທໍາມະນູນ ແມ່ນຜົນງານອັນໃຫຍ່ຫຼວງທີ່ປະຊາຊົນເຮົາຍາດໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທັງ ແມ່ນໝາກຜົນລວມຍອດແຫ່ງ ສະຕິປັນຍາ ແລະ ການປະກອບ ຄວາມເຫັນຢ່າງກວ້າງຂວາງຂອງປະຊາຊົນໃນທົ່ວປະເທດ, ສ່ອງແສງເຖິງເຈດຈໍານົງ ແລະ ຄວາມຕັດສິນໃຈອັນສູງສົ່ງ ຂອງປະຊາຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ, ພ້ອມກັນ ສູ້ຊົນເພື່ອບັນລຸຈຸດໝາຍ ສ້າງ ປະເທດລາວໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ ແລະ ວັດທະ ນາຖາວອນ. ລັດຖະທໍາມະນູນ ໄດ້ ເປັນພື້ນຖານໃນການສ້າງ ແລະ ປັບປຸງກົດໝາຍ, ລະບຽບການ ຕ່າງໆ ເພື່ອຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມ, ຕາມກົດໝາຍ. ສະພາແຫ່ງຊາດ ໄດ້ພິຈາລະ ນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ທັງໝົດ 152 ສະ ບັບ; ໃນນັ້ນ, ກົດໝາຍຂົງເຂດ ປົກຄອງ ແລະ ຍຸຕິທໍາ ມີ 34 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 10 ສະບັບ, ຂົງເຂດເສດຖະກິດ 70 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 35 ສະບັບ ແລະ ຂົງເຂດ ການຕ່າງປະເທດ 2 ສະບັບ; ຄຽງຄູ່ກັນນັ້ນ ບັນດາອົງການ ລັດໄດ້ຜັນຂະຫຍາຍກົດໝາຍ ອອກເປັນນິຕິກໍາລຸ່ມກົດໝາຍ ຈຳນວນຫຼາຍສະບັບ. ຄະນະປະ ຈໍາສະພາແຫ່ງຊາດ ໄດ້ຕົກລົງ ໃຫ້ສັດຕະຍາບັນແກ່ສັນຍາ ແລະ ສົນທິສັນຍາສາກົນ ລວມທັງ ໝົດ 149 ສະບັບ ເຊິ່ງພົວພັນກັບ ຂົງເຂດການເມືອງ-ຄວາມໝັ້ນ ຄົງ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ເສດຖະກິດ-ການຄ້າ, ການເງິນ-ເງິນຕາ, ການລົງທຶນ, ວັດທະນະທໍາ-ສັງ ຄົມ ແລະ ຂົງເຂດອື່ນໆ. ພ້ອມທັງ ເອົາໃຈໃສ່ປະສານສົມທົບ, ຊຸກຍູ້ ບັນດາອົງການລັດ ແລະ ພາກ ສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ບັນດາກົດໝາຍ, ນິຕິກໍາລຸ່ມກົດ ໝາຍ ກໍຄືສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນ ພາຄີ. ສະພາແຫ່ງຊາດໄດ້ປະ ສານສົມທົບກັບບັນດາຂະແໜງ ການກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຈັດຕັ້ງໂຄສະ ນາເຜີຍແຜ່ບັນດາກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃນແຕ່ລະ ຂົງເຂດວຽກງານເປັນປົກກະຕິ ໃນທົ່ວສັງຄົມ. ຜົນສໍາເລັດແຫ່ງການປະຕິ ບັດສິດ, ໜ້າທີ່ ດ້ານນິຕິບັນຍັດ ຂອງສະພາແຫ່ງຊາດ ໄດ້ເຮັດໃຫ້ ແນວທາງນະໂຍບາຍຂອງພັກ ເຊື່ອມເຂົ້າສູ່ຊີວິດ-ສັງຄົມ ໂດຍ ຜ່ານລັດຖະທໍາມະນູນ ແລະ ກົດໝາຍດີຂຶ້ນ, ຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນແຕ່ລະໄລຍະ, ເປັນກົດໝາຍ ທີ່ມາຈາກປະຊາຊົນ, ໂດຍປະ ຊາຊົນ ແລະ ຮັບໃຊ້ຜົນປະ ໂຫຍດຂອງປະຊາຊົນຢ່າງແທ້ ຈິງ. ສະຕິເຄົາລົບ ແລະ ປະຕິ ບັດລັດຖະທໍາມະນູນ ແລະ ກົດ ໝາຍຂອງສັງຄົມນັບມື້ສູງຂຶ້ນ, ການປະຕິບັດສິດເປັນເຈົ້າຂອງ ປະຊາຊົນລາວບັນດາເຜົ່າໄດ້ຮັບ ການເສີມຂະຫຍາຍຢ່າງກວ້າງ ຂວາງ, ທັງເປັນ ເຄື່ອງມືຮັບປະກັນ ແກ່ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ແລະ ການ ເຊື່ອມໂຍງເສດຖະກິດກັບພາກ ພື້ນ ແລະ ສາກົນຂອງປະເທດ ພວກເຮົາ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ