ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບ ຈັດກອງປະຊຸມສະພາວິທະຍາສາດເກັບກ່ຽວການເສັງຈົບຊັ້ນຫ້ອງບຳລຸງທິດສະດີມາກ - ເລນິນ
ເວລາອອກຂ່າວ: 2020-10-30 08:37:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ກອງປະຊຸມຄົ້ນຄວ້າປຶກສາ ຫາລື ຫົວບົດເກັບກ່ຽວຈົບຊັ້ນ ຫ້ອງບຳລຸງທິດສະດີມາກ-ເລນິນ ລະບົບ 5 ເດືອນ ຂອງສະພາວິທະ ຍາສາດໂຮງຮຽນທິດສະດີການ ເມືອງກອງທັບ ຈັດຂຶ້ນໃນວັນທີ 26 ຕຸລາ 2020 ນີ້, ຢູ່ທີ່ຫ້ອງປະ ຊຸມຂອງໂຮງຮຽນ, ໂດຍການ ເປັນປະທານຂອງສະຫາຍ ພົນຈັດ ຕະວາ ປອ ຄຳຜາຍ ສະພັງເໜືອ ເລຂາຄະນະພັກ ຫົວໜ້າການເມືອງ ທັງເປັນປະທານສະພາວິ ທະຍາສາດ ໂຮງຮຽນທິດສະດີ ການເມືອງກອງທັບ, ມີສະຫາຍ ຮອງປະທານ, ຄະນະພັກ-ຄະນະ ອຳນວຍການ, ຄະນະຫ້ອງ ແລະ ບັນດາສະຫາຍສະມາຊິກສະພາ ວິທະຍາສາດເຂົ້າຮ່ວມ. ຈຸດປະສົງຂອງການຈັດກອງ ປະຊຸມໃນຄັ້ງນີ້, ກໍເພື່ອຄົ້ນຄວ້າ ປຶກສາຫາລືຫົວບົດເກັບກ່ຽວເສັງ ຈົບຊັ້ນຫ້ອງບຳລຸງທິດສະດີມາກ- ເລນິນ ລະບົບ 5 ເດືອນ, ຂອງໂຮງ ຮຽນທິດສະດີການເມືອງກອງທັບ ແມ່ນເພື່ອຄວາມເປັນເອກະພາບ ໃນໝູ່ຄະນະ ທາງດ້ານເນື້ອໃນ ແລະ ຫົວບົດໃຫ້ຄົບຖ້ວມຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່, ຂອບ ເຂດສິດ ແລະ ໂຄງປະກອບການ ຈັດຕັ້ງຂອງໂຮງຮຽນຕາມໂຄງ ການຫຼັກສູດການຮຽນ-ການ ສອນລະບົບວິຊາຮຽນ ທັງເປັນ ການປັບປຸງ, ສ້າງລະບົບປີ້ມຕຳ ລາ ແລະ ບັນດາວຽກງານຮັບປະ ກັນຕ່າງໆໃຫ້ຄົບຖ້ວນສົມບູນ ທາງດ້ານເນື້ອໃນມາດຖານຂອງ ຕຳລາຮຽນທິດສະດີມາກ-ເລນິນ ເຊິ່ງຜ່ານການຈັດຕັ້ງຄົ້ນຄວ້າເອ ກະພາບແລ້ວເຫັນວ່າ: ປະກອບມີ ທັງໝົດ 6 ບົດ ແບ່ງອອກເປັນ 10 ກຸ່ມ, ໃນທີ່ປະຊຸມຜູ້ເຂົ້າຮ່ວມຍັງ ໄດ້ພ້ອມກັນປະກອບຄຳເຫັນໃສ່ ບັນດາເນື້ອໃນ, ຫົວບົດຂອງ ແຕ່ລະວິຊາຢ່າງພາວະວິໃສກົງ ໄປກົງມາດ້ວຍຄວາມຮັບຜິດ ຊອບສູງ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ປອ ຄຳຜາຍ ສະພັງເໜືອ ໄດ້ ມີຄຳເຫັນຊີ້ນຳໃຫ້ສະມາຊິກສະ ພາວິທະຍາສາດແຕ່ລະສະຫາຍ ຕ້ອງພ້ອມກັນເອົາໃຈໃສ່ເພີ່ມທະ ວີຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃນການຄົ້ນຄວ້າ ປະດິດຄິດແຕ່ງພາກວິຊາຮຽນ, ຕຳລາຮຽນ ແລະ ປີ້ມຮຽນຕ່າງໆ ໃຫ້ຖືກຕ້ອງຕາມຫຼັກການທິດສະ ດີຕົວຈິງ. ພ້ອມນັ້ນ, ກໍຕ້ອງມີ ຄວາມເປັນເອກະພາບພາຍໃນ ໃຫ້ແໜ້ນແຟ້ນ, ຖືສຳຄັນຫຼັກການ ລວມສູນປະຊາທິປະໄຕ ນຳພາ ເປັນໝູ່ຄະນະ ພ້ອມກັນນຳເອົາ ເນື້ອໃນຈິດໃຈຂອງກອງປະຊຸມ ໄປຈັດຕັ້ງປະຕິບັດເຂົ້າໃນວຽກ ງານຕົວຈິງໃຫ້ມີປະສິດທິຜົນສູງ ທັງເປັນການເຮັດໃຫ້ວຽກງານວິ ທະຍາສາດການຮຽນ-ການສອນ ຂອງໂຮງຮຽນທິດສະດີການ ເມືອງກອງທັບເຮົາເຕີບໃຫຍ່ເຂັ້ມ ແຂງ, ສົມກັບເປັນສະຖາບັນເບົ່າ ລໍ່ກໍ່ສ້າງນາຍທະຫານການເມືອງ ໃນກອງທັບເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ