ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງນາຍົກຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສສຊ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ
ເວລາອອກຂ່າວ: 2020-10-30 08:39:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ດຳເນີນໃນວັນທີ 29 ຕຸລາ ນີ້, ໂດຍການເປັນປະ ທານ ຂອງ ທ່ານ ນາງ ປານີ ຢາ ທໍ່ຕູ້ ປະທານສະພາແຫ່ງຊາດ. ພາຍຫຼັງບັນດາ ສສຊ ໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນຕໍ່ບົດ ລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານ ແຫ່ງລັດ ປະຈຳ ປີ 2020 ແລະ ທິດທາງແຜນການປະຈຳປີ 2021, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງໃຫ້ຄວາມກະຈ່າງ ແຈ້ງຕໍ່ກັບບັນດາຂໍ້ຊັກຖາມທີ່ ສສຊ ໄດ້ຕັ້ງຂຶ້ນຕໍ່ກັບບັນຫາງົບ ປະມານວ່າ: ສະພາບລວມຂອງການ ຈັດຕັ້ງປະຕິບັດແຜນງົບປະມານ ປີ 2020 ແມ່ນມີຄວາມຫຍຸ້ງຍາກ ທັງພາຍໃນ ແລະ ສາກົນທີ່ກະທົບ ໃສ່ເຮັດໃຫ້ສະພາບງົບປະມານ ໂດຍສະເພາະລາຍຮັບງົບປະມານ ຕົກໄປຢູ່ໃນລະດັບປີ 2017 ເຊິ່ງ ເປັນສະພາບທີ່ຖືກດຶງຖອຍຫຼັງ ຫຼາຍສົມຄວນ ແລະ ການຟື້ນຄືນ ຕໍ່ໃສ່ ປີ 2021 ກໍຈະຫຍຸ້ງຍາກ ພໍສົມຄວນ ໂດຍສະເພາະແມ່ນ ຈາກການກະທົບຂອງການລະ ບາດຂອງພະຍາດໂຄວິດ-19 ເຊິ່ງ ຕົວຈິງໃນປັດຈຸບັນກໍຍັງມີຄວາມ ຫຍຸ້ງຍາກຢູ່ເປັນຜົນສະທ້ອນ ທີ່ແກ່ຍາວ ເປັນຕົ້ນລາຍຮັບໃນ ຂົງເຂດບໍລິການ ໂດຍສະເພາະ ການທ່ອງທ່ຽວຈາກຕ່າງປະ ເທດຍັງເປັນ 0 ບໍ່ທັນໄດ້ຫຍັງ, ສ່ວນການລະດົມການທ່ອງທ່ຽວ ພາຍໃນ ພາຍຫຼັງປົດລ໊ອກໃນ ການໄປມາພາຍໃນປະເທດ ກໍ ໄດ້ແຕ່ສ່ວນໜຶ່ງເທົ່ານັ້ນ. ບັນຫາ ດັ່ງກ່າວເປັນຜົນພວງທີ່ເຮັດໃຫ້ ບັນດາທຸລະກິດອື່ນໆ ທີ່ຕິດພັນ ກໍຖືກກະທົບ ເຊິ່ງໄດ້ກະທົບຕໍ່ ການຂຶ້ນງົບປະມານຕໍ່ແຜນງົບ ປະມານ ປີ 2021 ຢ່າງຫຼີກລ້ຽງ ບໍ່ໄດ້. ກ່ຽວກັບການເກັບລາຍຮັບ ໃນ 9 ເດືອນເກັບໄດ້ 64% ທີ່ ໄດ້ລາຍງານໄປແລ້ວ,ມາຮອດ ວັນທີ 26/10/2020 ມີລາຍ ຮັບທັງໝົດປະມານ 68% ແຕ່ ຍັງມີບາງຂໍ້ມູນທີ່ຍັງບໍ່ທັນເອົາ ເຂົ້າ. ສະເພາະລາຍຮັບພາຍໃນ ເກັບໄດ້ 74% ແຕ່ກໍຍັງບໍ່ທັນສູງ ເມື່ອທຽບໃສ່ປີຜ່ານມາ ເຊິ່ງຈະ ເລັ່ງເກັບໃຫ້ໄດ້ຕາມແຜນ, ຫາກບໍ່ໄດ້ກໍຈະສູ້ຊົນໃຫ້ໄດ້ຫຼາຍທີ່ສຸດປະມານ 98% ເພື່ອໃຫ້ຫຼຸດລົງໜ້ອຍທີ່ສຸດໂດຍຜ່ານບັນດາມາດຕະການຕ່າງໆ ແຕ່ທັງນີ້ທັງນັ້ນ ກໍຕ້ອງອີງໃສ່ສະພາບການທີ່ ອາດຄາດຄະເນບໍ່ເຖິງ ເປັນຕົ້ນ ແມ່ນການລະບາດຂອງພະຍາດ ໂຄວິດ-19 ທີ່ອາດກັບມາລະບາດ ໃນຮອບໃໝ່ ແລະ ບັນດາສະພາບ ການອື່ນໆ. ການດຸ່ນດ່ຽງງົບປະມານ ເປັນຫຍັງຈຶ່ງ 20.000 ຕືີ້ກວ່າ ກີບ, ເພາະຄວາມຈິງການຂາດດຸ່ນ ງົບປະມານ 10.000 ຕື້ກີບ ຈາກ 6000 ຕື້ກວ່າກີບ ຍ້ອນມີການ ຂາດດຸ່ນເພີ່ມຂຶ້ນທີ່ສະເໜີຕໍ່ສະ ພາແຫ່ງຊາດ, ສ່ວນທີ່ເຫຼືອແມ່ນ ການກູ້ຢືມເພື່ອມາໃຊ້ໜີ້ຕົ້ນທຶນ ເງິນກູ້ຕ່າງປະເທດ. ໃນ 20.000 ຕື້ກວ່າກີບ ນີ້ແມ່ນຢືມຈາກຕ່າງ ປະເທດ 11.500 ຕື້ກີບ ເຊິ່ງໃນ ນີ້ຢືມຈາກໂຄງການເງິນກູ້ຕາມ ໂຄງການທີ່ເປັນການກູ້ຢືມທີ່ມີລັກ ສະນະຜ່ອນຜັນ 5.838 ຕື້ກີບ; ກູ້ຢືມຈາກຕ່າງປະເທດ ເພື່ອມາ ໃຊ້ໜີ້ປະມານ 5.700 ຕື້ກີບ ເຊິ່ງນີ້ກໍມີຄວາມສ່ຽງທີ່ຈະໄປລະ ດົມແຫຼ່ງທຶນຈາກຕ່າງປະເທດ. ກູ້ຢືມຈາກພາຍໃນ 9.122 ຕື້ກີບ ຕົ້ນຕໍແມ່ນການອອກພັນທະບັດ ຜ່ານຕະຫຼາດຫຼັກຊັບ, ຜ່ານຄັງ ເງິນແຫ່ງຊາດ, ຜ່ານທະນາຄານ ເຊິ່ງໄດ້ມີກົນໄກປຶກສາຫາລືກັບ ທະນາຄານກາງ ແລະ ບັນດາທະ ນາຄານຕ່າງໆແລ້ວ ຄາດວ່າທ້າຍປີຈະອອກພັນທະບັດລະດົມທຶນໃຫ້ໄດ້ຕາມຄາດໝາຍ. ໃນນີ້ອັນເປັນຫ່ວງທີ່ສຸດແມ່ນ ການລະດົມທຶນຈາກຕ່າງປະ ເທດ ເພື່ອມາຊໍາລະໜີ້ຕ່າງປະເທດ ຍ້ອນຫຼາຍສະພາບການສາກົນ ກໍຍັງມີຄວາມຫຍຸ້ງຍາກຫຼາຍ ແຫຼ່ງ ກໍມີຄວາມຕ້ອງການທຶນ, ແຕ່ກໍຕ້ອງໄດ້ພະຍາຍາມສູ້ຊົນ ໃຫ້ໄດ້ ເພື່ອປະຕິບັດການຊໍາລະ ໃຫ້ທັນກຳນົດ. ການປັບປຸງ 3 ກົດໝາຍອາ ກອນ ເພື່ອໃຫ້ມີລາຍຮັບເພີ່ມຂຶ້ນ ເຊິ່ງໃນນີ້ໄດ້ມີການຫຼຸດອັດຕາຈຳ ນວນໜຶ່ງ ແນ່ໃສ່ເພີ່ມຖານລາຍ ຮັບໃຫ້ກວ້າງຂຶ້ນ ເພື່ອຈະເກັບ ລາຍຮັບໄດ້ຫຼາຍຂຶ້ນ ແຕ່ພັດມາ ຖືກກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ເຮັດໃຫ້ຖານ ລາຍຮັບບໍ່ມີການຂະຫຍາຍ ແລະ ໄດ້ເກີດມີນະໂຍບາຍຈຳນວນ ໜຶ່ງທີ່ຫຼຸດຜ່ອນ ເພື່ອຊ່ວຍຜູ້ປະ ກອບການ ເຮັດໃຫ້ລາຍຮັບຫຼຸດລົງ 1.000 ຕື້ກວ່າກີບ. ໃນຂະນະ ທີ່ການຮົ່ວໄຫຼຂອງລາຍຮັບ ກໍ ຍັງມີຢູ່ ເຖິງວ່າລັດຖະບານຈະພະ ຍາຍາມແກ້ໄຂ ເຊິ່ງບັນຫານີ້ກໍ ເກີດຈາກຫຼາຍປັດໄຈພົວພັນກັບ ຫຼາຍບ່ອນເປັນຕົ້ນຢູ່ຕາມດ່ານ ຊາຍແດນ ກໍຍັງມີຫຼາຍອັນທີ່ຍັງ ບໍ່ຄົບຖ້ວນການນຳເຂົ້າສິນຄ້າ ກັບການຈ່າຍພາສີ ກໍຍັງມີຈຳ ນວນໜຶ່ງບໍ່ກົງກັນ ເຊິ່ງຕ້ອງແກ້ໄຂໃຫ້ເດັດຂາດຖືກຕາມລະບຽບກົດໝາຍ. ສຳລັບແຜນ ປີ 2021, ກໍຍັງ ມີຄວາມສ່ຽງຫຼາຍທີ່ຈະບໍ່ສາ ມາດປະຕິບັດໄດ້ ເພາະເປັນຕົວ ເລກທີ່ສູງ ແຕ່ຍັງມີຫຼາຍອັນທີ່ເຫັນ ວ່າຈະເປັນໄປໄດ້ ເຊິ່ງຕ້ອງໄດ້ບຸກ ບືນເພາະຖ້າບໍໄດ້ລາຍຈ່າຍເຮົາກໍ ຈະຕ້ອງຫຼຸດລົງອີກ, ເບິ່ງຕາມ ລາຍຈ່າຍແລ້ວແມ່ນມີສູງອັນໃດ ກໍມີຄວາມຈໍາເປັນ ແລະ ມີຫຼາຍ ອັນບໍ່ສາມາດຕັດອອກໄດ້ເຮັດ ໃຫ້ມີຄວາມຈຳເປັນຕ້ອງບຸກບືນ ຮັບປະກັນໃຫ້ການເກັບລາຍ ຮັບໄດ້ຕາມແຜນການ ເຊິ່ງພວກ ເຮົາຈະປຶກສາຫາລື ເພື່ອໃຫ້ມີມາດຕະການທີ່ຊັດເຈນຂຶ້ນຕື່ມ. ການເກັບລາຍຮັບຜ່ານທະນາ ຄານ ໂດຍສະເພາະການຈ່າຍອາ ກອນຕ່າງໆ ຜ່ານລະບົບທະນາ ຄານໃນປີ 2021 ມີເປົ້າໝາຍ ປະມານ 70-80% ຂອງຜູ້ປະ ກອບການຈ່າຍອາກອນເອງຜ່ານ ທະນາຄານ ເຊິ່ງໃນປັດຈຸບັນທຸລະ ກິດຂະໜາດໃຫຍ່ ແລະ ກາງກໍໄດ້ ເຂົ້າຮ່ວມຫຼາຍແລ້ວຍັງແຕ່ທຸລະ ກິດຂະໜາດນ້ອຍ ທີ່ເຂົ້າຮວ່ມບໍ່ ທັນຫຼາຍ ເຊິ່ງພວກເຮົາກໍໄດ້ມີ ການປຶກສາ ເພື່ອສ້າງລະບົບທີ່ ໃຫ້ທຸລະກິດຂະໜາດນ້ອຍທີ່ບໍ່ ໄດ້ຖືບັນຊີສາມາດຈ່າຍຜ່ານໂທ ລະສັບມືຖື ແລະ ລັດສາມາດເກັບ ອາກອນເລີຍ. ນອກຈາກການຊີ້ແຈງຕໍ່ບັນ ດາຂໍ້ຊັກຖາມຂ້າງເທິງແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຍັງ ໄດ້ຊີ້ແຈງກັບທີ່ ເພື່ອຕອບຂໍ້ຊັກ ຖາມທີ່ ສສຊ ໄດ້ຕັ້ງຂຶ້ນເພີ່ມຕື່ມ ພ້ອມທັງຮັບເອົາການປະກອບຄໍາຄິດຄຳເຫັນຈາກ ສສຊ ເພື່ອ ນຳໄປຮ່ວມປຶກສາຫາລືກັບບັນ ດາອົງການລັດທີ່ກ່ຽວຂ້ອງ ເພື່ອ ເຮັດໃຫ້ແຜນການເກັບລາຍຮັບ ແລະ ງົບປະມານແຫ່ງລັດມີອັດຕາສ່ວນທີ່ໝັ້ນທ່ຽງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ