ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກນະຄອນຫຼວງວຽງຈັນອັດລົງດ້ວຍຜົນສຳເລັດອັນຈົບງາມ
ເວລາອອກຂ່າວ: 2020-10-30 08:45:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງ ຈັນ ຄັ້ງທີ VII ອັດລົງດ້ວຍຜົນສຳ ເລັດຢ່າງຈົບງາມ ພາຍຫຼັງດໍາ ເນີນມາແຕ່ວັນທີ 28-29 ຕຸລາ 2020, ໂດຍການເປັນປະທານ ຂອງ ສະຫາຍ ສິນລະວົງ ຄຸດໄພ ທູນ ກໍາມະການກົມການເມືອງ ສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ບຸນ ຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາຜູ້ແທນສົມບູນ ທົ່ວອົງຄະນະພັກນະຄອນ ຫຼວງວຽງຈັນ ຈຳນວນ 357 ສະ ຫາຍ, ຍິງ 53 ສະຫາຍ, ເຊິ່ງເປັນ ຕົວແທນໃຫ້ສະມາຊິກພັກທົ່ວ ນະຄອນຫຼວງວຽງຈັນ ຈຳນວນ 21.800 ກວ່າສະຫາຍ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາສະຫາຍ ຜູ້ແທນສົມບູນ ໄດ້ພ້ອມກັນຄົ້ນ ຄວ້າປະກອບຄໍາຄິດຄໍາເຫັນ ຢ່າງເລິກເຊິ່ງ ແລະ ເປັນເອກະສັນ ຮັບຮອງເອົາບົດລາຍງານການ ເມືອງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ ຂອງນະຄອນ ຫຼວງວຽງຈັນ, ຮັບຮອງເອົາບົດ ສໍາຫຼວດການນໍາພາຂອງຄະ ນະບໍລິຫານງານພັກນະຄອນ ຫຼວງວຽງຈັນ ສະໄໝທີ VI ແລະ ຮັບຮອງເອົາ 3 ທັດສະນະ, 4 ທິດ ທາງ ແລະ 19 ຄາດໝາຍໃຫຍ່, 8 ແຜນງານ, ໂຄງການບຸກທະ ລຸ ແລະ 9 ໜ້າທີ່ສໍາຄັນຂອງການ ພັດທະນານະຄອນຫຼວງ ໃນໄລ ຍະ 5 ປີຕໍ່ໜ້າ. ຫຼັງຈາກນັ້ນ, ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນຊຸດໃໝ່, ເຊິ່ງມີ ຜູ້ອອກສະໝັກຮັບເລືອກຕັ້ງ ທັງ ໝົດ 46 ສະຫາຍ, ຍິງ 10 ສະ ຫາຍ ແລະ ເລືອກໄດ້ 41 ສະຫາຍ, ຍິງ 9 ສະຫາຍ ເຊິ່ງກອງປະຊຸມ ຄັ້ງປະຖົມມະລຶກຂອງຄະນະບໍລິ ຫານງານພັກນະຄອນຫຼວງວຽງ ຈັນ ສະໄໝທີ VII ໄດ້ເປັນເອກະ ສັນຢ່າງສົມບູນ ເລືອກຕັ້ງຄະນະ ກໍາມະການປະຈໍາພັກ 13 ສະ ຫາຍ, ຍິງ 1 ສະຫາຍ ໃນນັ້ນໄດ້ ເຫັນດີເປັນເອກະພາບກັນເລືອກ ເອົາ ສະຫາຍ ສິນລະວົງ ຄຸດໄພ ທູນ ເປັນເລຂາຄະນະພັກ, ສະ ຫາຍ ອານຸພາບ ຕຸນາລົມ ແລະ ສະຫາຍ ອາດສະພັງທອງ ສີພັນ ດອນ ເປັນຮອງເລຂາຄະນະພັກ ແລະ ເລືອກເອົາສະຫາຍ ວິລະ ສັກ ນາມມຸນຕີ ເປັນປະທານກວດ ກາພັກ, ສະຫາຍ ນາງ ຄໍາໄພ ລັດ ສະໝີ, ສະຫາຍ ກອງດີ ສຸທໍາມະ ວົງ, ສະຫາຍ ບຸນສີ ກອງບຸດ ແລະ ສະຫາຍ ຈັນສະຫວ່າງ ຫິມມະພັນ ເປັນຮອງປະທານກວດກາຄະ ນະພັກ. ພ້ອມນັ້ນ, ຍັງໄດ້ປ່ອນບັດ ເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ໄປເຂົ້າຮ່ວມກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ທີ່ຈະ ຈັດຂຶ້ນໃນຕໍ່ໜ້ານີ້, ເຊິ່ງເລືອກໄດ້ ຜູ້ແທນສົມບູນ 33 ສະຫາຍ, ຍິງ 7 ສະຫາຍ, ຜູ້ແທນສໍາຮອງ 3 ສະ ຫາຍ, ຍິງ 2 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ບຸນ ຍັງ ວໍລະຈິດ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຄວາມ ຊົມເຊີຍຕໍ່ຜົນສຳເລັດຂອງກອງ ປະຊຸມໃຫຍ່ ໃນຄັ້ງນີ້, ທັງສະແດງ ຄວາມຊົມເຊີຍຕໍ່ຜົນງານ ທີ່ນະ ຄອນຫຼວງວຽງຈັນ ຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງ, ເນັ້ນໃຫ້ບັນດາສະຫາຍ ໃນຄະນະ ພັກຊຸດໃໝ່ຍຶດໝັ້ນ ແລະ ປະຕິບັດ ຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາ ຂອງພັກ, ຖືເອົາຜົນປະໂຫຍດ ຂອງຊາດ, ຂອງປະຊາຊົນເປັນ ສໍາຄັນ, ພ້ອມກັນສ້າງນະຄອນ ຫຼວງວຽງຈັນ ໃຫ້ເປັນຫົວໜ່ວຍ ຍຸດທະສາດທີ່ເຂັ້ມແຂງ, ເປັນສູນ ກາງການເມືອງຂອງປະເທດ (ເປັນ ໃຈກາງທາງດ້ານການ ເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ຄວາມອັດສະລິຍະ, ວິທະ ຍາສາດເຕັກໂນໂລຊີ, ການເຊື່ອມ ໂຍງກັບສາກົນ ແລະ ເປັນສູນລວມ ຈິດໃຈຂອງປະຊາຊົນລາວທັງ ຊາດ); ສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ; ສ້າງບ້ານ ໃນເທດສະບານ ເປັນຄຸ້ມບ້ານໜ້າ ຢູ່, ສ້າງບ້ານໃນເຂດຊານເມືອງ ເປັນບ້ານພັດທະນາ ແລະ ກາຍ ເປັນຊົນນະບົດໃໝ່ ທີ່ມີພື້ນຖານ ຫັນເປັນຕົວເມືອງໃນອານາຄົດ, ສ້າງເມືອງໜ້າຢູ່ໃຫ້ບັນລຸ 3 ຕົວ ຊີ້ວັດ ຄື: ສ ສະຫງົບສຸກ, ສ ສະ ອາດ, ສ ສີຂຽວ ແລະ ແກ້ໄຂ ຄວາມດ້ອຍພັດທະນາດ້ານພື້ນ ຖານໂຄງລ່າງໃນເທດສະບານ ໃຫ້ໄດ້ໂດຍພື້ນຖານ, ແກ້ໄຂ, ຈັດ ສັນຄວາມເປັນລະບຽບຮຽບຮ້ອຍ ດ້ານທີ່ຢູ່ອາໄສ, ຊຸມຊົນແອອັດ ແລະ ດ້ານການຈະລາຈອນໃນ ຕົວເມືອງ ແລະ ຊານເມືອງ, ເອົາໃຈໃສ່ສ້ອມແປງ ແລະ ຍົກ ລະດັບພື້ນຖານໂຄງລ່າງຄົມມະ ນາຄົມ-ຂົນສົ່ງທາງບົກ ແລະ ລະບົບໄປສະນີໂທລະຄົມມະນາ ຄົມ ໃຫ້ມີຄຸນນະພາບດີຂຶ້ນ, ພ້ອມ ທັງໃຫ້ສຸມໃສ່ພັດທະນາເສດຖະ ກິດຂອງ ນວ ໃຫ້ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ຕັ້ງໜ້າເປັນເຈົ້າການ ເຂົ້າຮ່ວມໃນການປະຕິບັດແຜນ ງານ ແລະ ໂຄງການໃຫຍ່ລະ ດັບຊາດເປັນຕົ້ນໂຄງການທາງ ລົດໄຟ, ໂຄງການທາງດ່ວນ. ນໍາ ໃຊ້ກາລະໂອກາດຈາກນະໂຍ ບາຍໜຶ່ງແລວໜຶ່ງເສັ້ນທາງຂອງ ໂຄງການທາງລົດໄຟລາວ-ຈີນ, ລວມທັງການຍົກລະດັບເສັ້ນ ທາງ, ຂົວ ແລະ ການກໍ່ສ້າງທາງ ດ່ວນນະຄອນຫຼວງວຽງຈັນ-ວັງ ວຽງ, ທາງດ່ວນນະຄອນຫຼວງ ວຽງຈັນ ເລກ 1 ແລະ ບັນດາເສັ້ນ ທາງທີ່ເປັນຕາໜ່າງໃນແລວເສດ ຖະກິດທີ່ເຊື່ອມໂຍງ, ເຊື່ອມຈອດ ກັບ ບັນດາປະເທດອາຊຽນ. ໃນຕອນທ້າຍ, ສະຫາຍ ສິນລະ ວົງ ຄຸດໄພທູນ ໄດ້ມີຄຳເຫັນກ່າວ ປິດກອງປະຊຸມພ້ອມທັງຢືນຢັນ ວ່າ: ຄະນະບໍລິຫານງານພັກນະ ຄອນຫຼວງວຽງຈັນ ຊຸດທີ VII ຈະຕັ້ງໜ້າເຝິກຝົນຫໍ່ຼໍ່ຫຼອມກໍ່ ສ້າງ ຕົນເອງ ໃຫ້ສົມກັບຄວາມເຊື່ອ ໝັ້ນຂອງຜູ້ແທນ ແລະ ປະຊາຊົນ, ຢືນຢັນຈະຍົກສູງຄວາມຮັບຜິດ ຊອບ, ຈະເປັນແບບຢ່າງນໍາໜ້າ, ເຕົ້າໂຮມທຸກກໍາລັງແຮງຂອງສັງ ຄົມ ເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ ບັນລຸຄາດໝາຍ, ສໍາເລັດໜ້າທີ່ ການເມືອງໃນໄລຍະໃໝ່ ແລະ ພ້ອມແລ້ວທີ່ຈະຮັບເອົາການຊີ້ ນໍາຂອງສູນກາງພັກ, ລັດຖະບານ, ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ທີ່ສະຫາຍໄດ້ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ