ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 11 ຫັດແອບເດີນສວນສະໜາມ ເພື່ອກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກົມກອງ
ເວລາອອກຂ່າວ: 2020-10-30 08:47:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ໃນວັນທີ 21 ຕຸລາ ທີ່ຜ່ານ ມາ, ກອງພັນໃຫຍ່ 11 ໄດ້ຫັດ ແອບເດີນສວນສະໜາມເພື່ອ ກະກຽມໃສ່ວັນສ້າງຕັ້ງ ຄົບ ຮອບ 45 ປີ ຂອງກົມກອງ, ໂດຍ ການຊີ້ນຳຂອງ ສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະ ພັກ ຫົວໜ້າການທະຫານ ພ້ອມ ຄະນະພັກ-ຄະນະບັນຊາ ແລະ ພະ ນັກງານ-ນັກຮົບບັນດາກົມກອງ ທົ່ວກອງພັນໃຫຍ່ 11 ເຂົ້າຮ່ວມ. ການຫັດແອບປະສານທຸກ ພາກສ່ວນເພື່ອກຽມພ້ອມໃນ ດ້ານຕ່າງໆ ເປັນຕົ້ນແມ່ນການ ເດີນສວນສະໜາມລະຫວ່າງ ບຸກຄົນ ແລະ ລະບຽບຮູບແຖວ ສວນສະໜາມບໍ່ວ່າຈະເປັນ ທ່າຈັງຫວະ ໄລຍະຫ່າງກ້ອນ ຕໍ່ກ້ອນ ສຳລັບການຫັດແອບເດີນສວນສະໜາມປະກອບມີ 14 ກ້ອນກຳລັງ ໃນນັ້ນມີ: ກ້ອນທຸງໄຊ, ກ້ອນນາຍທະຫານ, ກ້ອນສະຫະພັນແມ່ຍິງ, ກ້ອນ ກອງພັນ 01, ກ້ອນກອງພັນ 705, ກ້ອນກອງພັນ 586, ກ້ອນກອງພັນ 743, ກ້ອນເຫຼົ່າ ຮົບສືບຂ່າວ, ກ້ອນເຫຼົ່າຮົບສື່ ສານ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນກອງຮ້ອຍປ້ອງກັນອາກາດ, ກ້ອນເຫຼົ່າຮົບເຄມີ, ກ້ອນກຳລັງ ເຄື່ອນທີ່ຕອບໂຕ້ໄວ ແລະ ກ້ອນ ກຳລັງໄຟປືນໃຫຍ່ໜ້າດິນ; ນອກ ຈາກກ້ອນກຳລັງຍັງມີຂະບວນ ພາຫະນະປະກອບໃສ່ຕື່ມອີກ ໃນນັ້ນ, ມີຂະບວນລົດບັນຊາ, ລົດສູ້ຮົບ ແລະ ລົດຮັບໃຊ້ວຽກ ງານຮັບປະກັນ ຫຼັງຈາກນັ້ນ, ໄດ້ ສະແດງຮູບແຖວເຄື່ອນທີ່, ຫັດ ກາຍແທງກະບີ່, ມວຍປ້ອງກັນ ຕົວຂອງເຫຼົ່າຮົບສືບຂ່າວ ແລະ ການຟ້ອນຂອງສະຫະພັນແມ່ຍິງ ອີກດ້ວຍ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ