ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII
ເວລາອອກຂ່າວ: 2020-10-30 08:49:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 27 | ຄວາມນິຍົມ:



ໃນວັນທີ 29 ຕຸລາ ນີ້, ພະແນກ ສະຫະພັນແມ່ຍິງຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດ ຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງ ປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ VIII ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພັນ ເອກ ສີສະຫວາດ ວັນເພັງ ກຳ ມະການຄະນະພັກອົງການຫ້ອງ ວ່າການ, ຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນ ປະເທດ,ມີ ສະຫາຍ ພັນໂທ ນາງ ນວນຈັນ ບຸດດາສິນ ຫົວໜ້າ ພະແນກສະຫະພັນແມ່ຍິງ ຫ້ອງ ວ່າການກະຊວງປ້ອງກັນປະ ເທດ, ມີຄະນະພັກ-ຄະນະບັນ ຊາ, ຄະນະນຳສະຫະພັນແມ່ຍິງ, ກົມກອງຮາກຖານ, ບໍລິສັດລັດວິ ສາຫະກິດພ້ອມດ້ວຍສະມາຊິກ ສະຫະພັນແມ່ຍິງເຂົ້າຮ່ວມ. ໃນກອງປະຊຸມໄດ້ພ້ອມກັນ ເຊື່ອມຊຶມມະຕິກອງປະຊຸມຜູ້ແທນ ແມ່ຍິງທົ່ວກອງທັບ ຄັ້ງທີ VIII, ບົດສະຫຼຸບແຜນພັດທະນາຂອງ ສະຫະພັນແມ່ຍິງກະຊວງປ້ອງ ກັນປະເທດ ໄລຍະ 5 ປີ ( 2015- 2020) ແລະ ແຜນພັດທະນາໄລ ຍະ 5 ປີຕໍ່ໜ້າ (2021-2025), ບົດຄຳເຫັນຂອງ ສະຫາຍ ພົນ ໂທ ປອ ທອງລອຍ ສີລິວົງ ກຳ ມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ ຕໍ່ກອງປະຊຸມຜູ້ແທນ ແມ່ຍິງທົ່ວກອງທັບ ຄັ້ງທີ VIII ແລະ ບົດໂອ້ລົມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະ ການສູນກາງພັກ ປະທານຄະນະ ບໍລິຫານງານສູນກາງສະຫະພັນ ແມ່ຍິງລາວ ຕໍ່ກອງປະຊຸມຜູ້ແທນ ແມ່ຍິງ ຄັ້ງທີ VIII ທົ່ວກອງທັບ, ພ້ອມກັນນັ້ນ, ກໍໄດ້ເຜີຍແຜ່ເຊື່ອມ ຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ ຍິງລາວ ເປີດກວ້າງ ຄັ້ງທີ 6 ສະ ໄໝທີ VII ຕື່ມອີກ. ຈຸດປະສົງກໍ ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະ ນະບັນຊາແຕ່ລະກົມກອງ, ຄະນະ ນຳສະຫະພັນແມ່ຍິງ ແຕ່ລະຂັ້ນ ໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມ ກຳແໜ້ນຢ່າງເລິກເຊິ່ງ ເພື່ອພ້ອມ ກັນນຳມາສ້າງເປັນແຜນການ-ແຜນງານອັນລະອຽດ ຈັດຕັ້ງຜັນ ຂະຫຍາຍຢູ່ກົມກອງຂອງຕົນ ຕາມເງື່ອນໄຂຕົວຈິງຂອງກົມ ກອງໃຫ້ກາຍເປັນຮູບປະທຳຕົວ ຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ