ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການກຳມະບານ ກປທ ແລະ ຫ້ອງກຳມະບານ ປກສ ແລກປ່ຽນບົດຮຽນຮ່ວມກັນ
ເວລາອອກຂ່າວ: 2020-10-30 08:51:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ໃນວັນທີ 28 ຕຸລາ 2020 ນີ້, ຫ້ອງການກໍາມະບານກະຊວງ ປ້ອງກັນປະເທດ (ກປທ) ແລະ ຫ້ອງກຳມະບານກະຊວງປ້ອງ ກັນຄວາມສະຫງົບ (ປກສ)ໄດ້ ແລກປ່ຽນບົດຮຽນວຽກງານກໍາ ມະບານຮ່ວມກັນ, ຢູ່ທີ່ຫ້ອງປະ ຊຸມຫ້ອງການກໍາມະບານກະຊວງ ປ້ອງກັນປະເທດ ໂດຍມີ ສະຫາຍ ພັນເອກ ບົວຄໍາ ຄູນມີສຸກ ຫົວໜ້າ ຫ້ອງການກຳມະບານກະຊວງ ປ້ອງກັນປະເທດ ແລະ ສະຫາຍ ພັນເອກ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກໍາມະບານກະຊວງ ປ້ອງກັນຄວາມສະຫງົບ, ພ້ອມ ດ້ວຍຄະນະຫ້ອງການກໍາມະບານ ທັງສອງພາກສ່ວນເຂົ້າຮ່ວມ. ໃນກອງປະຊຸມທັງສອງພາກ ສ່ວນໄດ້ຜັດປ່ຽນກັນລາຍງານໃຫ້ ຊາບໂດຍຫຍໍ້, ສະພາບການຈັດ ຕັ້ງປະຕິບັດຂົງເຂດວຽກງານ ຕ່າງໆຕາມພາລະບົດບາດຂອງ ຕົນຍົກໃຫ້ເຫັນຂໍ້ສະດວກ, ຂໍ້ ຫຍຸ້ງຍາກ ລວມທັງຜົນງານທີ່ພົ້ນ ເດັ່ນຫຼາຍດ້ານ ທີ່ທັງສອງພາກ ສ່ວນພ້ອມກັນຍາດມາໄດ້ໃນໄລ ຍະຜ່ານມາ, ຈາກນັ້ນ, ກໍໄດ້ພ້ອມ ກັນປະກອບຄຳຄິດເຫັນແລກ ປ່ຽນ ບົດຮຽນເຊິ່ງກັນ ແລະ ກັນຢ່າງ ສ້າງສັນເປັນຕົ້ນແມ່ນຂົງເຂດ ວຽກງານການສ້າງແຫ່ຼງລາຍ ຮັບ, ວຽກງານກອງທືນ, ວຽກ ງານການສ້າງແຜນການຕ່າງໆ, ວຽກງານປົກປ້ອງ-ກວດກາກໍາ ມະບານ, ການຈັດຕັ້ງປະຕິບັດ ວຽກງານ 5 ເປັນເຈົ້າ, ວຽກງານ ຂະບວນການ ແລະ ວຽກງານນະ ໂຍບາຍຍ້ອງຍໍຕ່າງໆ. ທັງນີ້ເພື່ອ ເປັນການຖອດຖອນເອົາເປັນບົດຮຽນນໍາໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ ເຮັດໃຫ້ການເຄື່ອນ ໄຫວວຽກງານຂອງອົງການຈັດ ຕັ້ງກຳມະບານໃນຕໍ່ໜ້າໄດ້ຮັບ ການພັດທະນາດີຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍເພື່ອເປັນການເສີມ ຂະຫຍາຍມູນເຊື້ອຄວາມສາມັກ ຄີ, ຮັກແພງເຊິ່ງກັນ ແລະ ກັນ ລະ ຫວ່າງອົງການຈັດຕັ້ງກໍາມະບານ ກປທ ແລະ ອົງການຈັດຕັ້ງກໍາ ມະບານ ປກສ ໃຫ້ນັບມື້ໜັກແໜ້ນ ເຂັ້ມແຂງຂຶ້ນໄປເລື້ອຍໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ